Ad

Ad

15 May 2013

ທຳລາຍສິນຄ້າຫມົດອາຍຸ ແລະ ເຄື່ອງສຳອາງຕ້ອງຫ້າມ



     ຂະແໜງອາຫານ ແລະ ຢາ (ອຢ) ແຂວງຈຳປາສັກ ໄດ້ທຳ ລາຍຜະລິດຕະພັນອາຫານໝົດ ອາຍຸ ແລະ ເຄື່ອງສຳອາງຕ້ອງ ຫ້າມ ມູນຄ່າ 7 ລ້ານກວ່າກີບ.
    ການທຳລາຍສິນຄ້າດັ່ງກ່າວມີ ຂຶ້ນໃນທ້າຍເດືອນເມສາຜ່ານມາ ຢູ່ສູນຖິ້ມຂີ້ເຫຍື້ອຫລັກ 18 ເມືອງ ຊະນະສົມບູນ, ທ່ານ ດຣ. ບົວລາ ພົມມະຈັກ ຮອງຫົວໜ້າຂະແໜງອາຫານ ແລະ ຢາໃຫ້ຮູ້ວ່າ: ພວກເຮົາໄດ້ສົມທົບກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງລົງ ກວດກາສິນຄ້າປະເພດຜະລິດຕະພັນອາຫານທີ່ໝົດອາຍຸ ແລະ ເຄື່ອງສຳອາງຕ້ອງຫ້າມໃນຕະຫລາດໃໝ່ປາກເຊສາມາດ ກວດ ພົບສິນຄ້າດັ່ງກ່າວ ເປັນຕົ້ນເຂົ້າໜົມລວມ, ນົມ, ນ້ຳ ອັດລົມ, ນ້ຳສົ້ມ, ເຄື່ອງປຸງແຕ່ງ ອາຫານ, ໝີ່ ແລະ ເຄື່ອງສຳອາງຕ້ອງ ຫ້າມປະເພດຄີມຂັດຜິວ, ສະບູ, ຢາຍ້ອມຜົມ ແລະ ສິນຄ້າອື່ນໆ ລວມມູນຄ່າ 7 ລ້ານກວ່າກີບ. ພາຍຫລັງທີ່ຍຶດພວກເຮົາ ກໍໄດ້ທຳລາຍສິນຄ້າດັ່ງກ່າວໂດຍການ ຝັງ, ສ່ວນພໍ່ຄ້າ-ແມ່ຄ້າທີ່ກະທຳ ຜິດກໍໄດ້ຮັບການສຶກສາອົບຮົມ, ເຮັດບົດບັນທຶກກ່າວ ເຕືອນຕາມລະບຽບການ.
    ທ່ານ ດຣ. ບົວລາ ພົມມະຈັກ ໃຫ້ຮູ້ຕື່ມວ່າ: ສິນຄ້າດັ່ງກ່າວເປັນ ສິນຄ້າທີ່ໝົດອາຍຸໃນການບໍລິ ໂພກ ແລະ ເປັນເຄື່ອງສຳ ອາງທີ່ມີສານເຄມີຫລາຍທີ່ບໍ່ໄດ້ຮັບການຮັບປະກັນຈາກຂະແໜງອາຫານ ແລະ ຢາ. ດັ່ງນັ້ນ ຈຶ່ງຂໍຝາກເຖິງ ປະຊາຊົນຜູ້ຈະຊື້ ສິນຄ້າຄວນອ່ານ ວັນທີເດືອນປີການຜະລິດວ່າໝົດ ອາຍຸການນຳໃຊ້ແລ້ວ ຫລື ບໍ່ ແລະ ໄດ້ຮັບປະກັນຄຸນນະພາບ ຈາກ ອຢ ແທ້ບໍ່, ຖ້າບໍ່ດັ່ງນັ້ນອາດ ເປັນອັນຕະລາຍຕໍ່ສຸຂະພາບ.

No comments:

Post a Comment