Ad

Ad

14 May 2013

ກອງປະຊຸມຄະນະປະຕິບັດງານດ້ານການເງິນອາຊຽນຄັ້ງທີ 36



        ກອງປະຊຸມຄະນະປະຕິ ບັດງານ​ການບໍລິຫານດ້ານ ການ ເງິນອາ​ຊຽນ ຄັ້ງທີ 36 (36th  Working Com mittee on Finance Service Liberalization) ໄດ້​ໄຂ​ຂຶ້ນ​ໃນຕອນເຊົ້າວັນທີ 13 ພຶດສະ ພານີ້ຢູ່ໂຮງແຮມລາວ ພລາຊາ ນະ ຄອນຫຼວງວຽງຈັນ ໂດຍການ​ເຂົ້າ​ຮ່ວມ​ຂອງ​ທ່ານ ບົວລິດ ຂຸນສີ ຮອງຫົວໜ້າກົມຮ່ວມມືສາກົນ, ກະຊວງການ ເງິນ, ມີ​ຫົວໜ້າ​ກົມ, ຮອງ​ກົມ ​ແລະ ຜູ້​ຕ່າງ​ໜ້າ​ຈາກປະ​ເທດ​ສະ ມາຊິກ​ອາ​ຊຽນເຂົ້າ​ຮ່ວມນຳດ້ວຍ ​ເພື່ອແນໃສ່ປຶກສາຫາລື, ທົບທວນຄືນ ຄວາມພ້ອມຂອງບັນດາປະເທດສະມາຊິກອາຊຽນກ່ອນ​ຈະກ້າວໄປສູ່ການລົງນາມວ່າ ດ້ວຍການເປີດເສລີການ ບໍລິການດ້ານ ການເງິນອາຊຽນ ເຊິ່ງປະກອບມີ 3 ຂະແໜງການຄື ປະ ກັນໄພ, ທະນາຄານ ແລະ ຫຼັກຊັບ ຮອບທີ່ 6 ທີ່ຈະມີ​ການລົງນາມ ໃນປີ 2014 ນີ້.
           ທ່ານ ບົວລິດ ຂຸນສີ ຮອງ ຫົວໜ້າກົມຮ່ວມມືສາກົນ, ກະ ຊວງ ການເງິນກ່າ​ວ່າ: ສຳລັບ ສປປ ລາວ ນັບແຕ່ໄດ້ເຂົ້າ ເປັນສະມາຊິກອາຊຽນ​ໃນປີ 1997 ເປັນຕົ້ນມາ,ກະຊວງ ການເງິນ ແລະ ທະນາຄານ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມໃນຂະ ບວນ ການເຈລະຈາເປີດເສລີການບໍລິ ການດ້ານການ ເງິນກັບບັນດາປະ ເທດອາຊຽນ ແລະ ໄດ້ລົງນາມ ຮ່ວມກັບປະ​ເທດອາ ຊຽນ 5 ສະ ບັບ ເຊິ່ງຜົນຂອງການເຂົ້າຮ່ວມ ໃນສັນຍາດັ່ງກ່າວໄດ້ຊ່ວຍເຮັດ ໃຫ້ນັກລົງທຶນຈາກ​ບັນດາປະເທດສະມາຊິກ
ອາຊຽນຮັບຮູ້ ແລະ ເຂົ້າໃຈຕໍ່ນະໂຍບາຍເປີດກວ້າງ ການຮ່ວມມືກັບຕ່າງປະເທດ ຂອງ ສປປ ລາວ ໂດຍສະເພາະໃນຂະແໜງ ການເງິນ ແລະ ການ​ທະນາຄານຫຼາຍຂຶ້ນ.
            ສຳລັບຂະແໜງປະກັນໄພ ເຫັນວ່າທຸລະກິດປະກັນໄພ​ໃນ​ລາວ ໄດ້ເຕີບໃຫຍ່ຂະຫຍາຍຕົວ ຈາກທີ່ມີ ພຽງບໍລິສັດ ດຽວ​ໃນປີ 1991​-1997 ເພີ່ມ​ຂຶ້ນ​ເປັນ 6 ບໍລິ ສັດ​ໃນ​ປັດຈຸບັນ. ການສ້າງຕັ້ງບໍລິ ສັດປະກັນ​ໄພແມ່ນໃນຮູບແບບ ຕ່າງປະເທດ ຮ່ວມທຶນກັບລັດ ​ແລະ ວິສະຫາກິດ ​ໂດຍ​ນັກລົງ ທຶນສ່ວນໃຫຍ່ທີ່​ເຂົ້າ​ມາ​ລົງທຶນ​ຢູ່​ລາວແມ່ນມາຈາກ ສສ ຫວຽດ ນາມ, ໄທ ແລະ ມາເລເຊຍ. ການ ເພີ່ມຂຶ້ນຂອງບໍລິສັດປະກັນໄພ ລວມທັງສາຂາ​ໃນທົ່ວປະເທດ ສະແດງ​ໃຫ້​ເຫັນ​ເຖິ່ງຄວາມຕ້ອງ ການ ແລະ ຄວາມເຊື່ອໝັ້ນຂອງ ສັງຄົມຕໍ່ກັບກິດຈະການປະກັນ ໄພ, ຖ້າເບິ່ງໃນແງ່ການເພີ່ມຂຶ້ນ ຂອງຕົວເລກສະສົມ,ຄ່າທຳນຽມ ປະກັນໄພ (Cross Written Premium)  ເຫັນວ່າ ກ່ອນເຂົ້າ ເປັນສະມາຊິກອາຊຽນແມ່ນສາ ມາດສະສົມໄດ້ສະເລ່ຍ 7 ລ້ານໂດ ລາສະຫະລັດຕໍ່ປີ, ໃນປີ 2009 ເພີ່ມຂຶ້ນເປັນ 22 ລ້ານໂດລາ ສະ ຫະລັດ ແລະ ໃນປີ 2012 ໄດ້ເພີ່ມ ຂຶ້ນເປັນ 52 ກວ່າລ້ານໂດລາສະ ຫະລັດ.
          ເຖິງແນວໃດກໍຕາມຫາກ ທຽບໃສ່ບັນດາປະເທດສະມາຊິກ ອາຊຽນ​ແລ້ວເຫັນວ່າ:ຕົວເລກ ການສະສົມຄ່າທຳນຽມ ປະກັນ ໄພຕໍ່ຫົວຄົນໃນ ສປປ ລາວ ມີ ພຽງ 8,6 % ໃນປີ 2012,  ໃນນັ້ນ ປະກັນໄພຊິວິດມີ 1,2% ແລະ ປະ ກັນໄພອຸບັດ ຕິ​ເຫດໄພມີ 7,4% ​ແຕ່ ທ່າອຽງການຂະຫຍາຍຕົວຂອງ ວຽກງານປະກັນໄພຍັງຈະສືບ ຕໍ່ເພີ່ມຂຶ້ນ ແລະ ຄາດວ່າ ຈະເພີ່ມ ເປັນ 10 ບໍລິສັດ ໃນປີ 2015 ແລະ ການບໍລິການກໍຈະມີຫຼາຍຮູບ ແບບເຊັ່ນ: ການປະກັນໄພຊິວິດ, ປະກັນໄພຈຸລະພາກ, ປະ ກັນໄພ ກ່ຽວກັບໄພພິບັດທີ່ເກີດຈາກທຳ ມະຊາດ, ປະກັນໄພຕໍ່ຜົນຜະລິດ ກະສິກຳ ​ແລະ ປະກັນ​ໄພ​ອື່ນໆ... ​ເຊິ່ງຈະ​ເຮັດ​ໃຫ້ ລາຍຮັບງົບປະມານຈາກການປະຕິບັດພັນທະ ຕ່າງໆ​ເພີ່ມ​ຂຶ້ນ.ນອກນັ້ນເງິນ ປັນຜົນຈາກຄ່າທຳນຽມປະກັນ ໄພຈະໄດ້ນຳ​ໄປລົງ ທຶນໃນຮູບແບບຕ່າງໆເພື່ອປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ ສັງຄົມຂອງຊາດຫລາຍຂຶ້ນເຊັ່ນດຽວກັນ.

No comments:

Post a Comment