Ad

Ad

14 May 2013

ມີນັກຮຽນພຽງ 6 ຄົນ ພວມຮຽນຢູ່ໂຮງຮຽນປະຖົມສົມບູນສີສັງວອນ ຍ້ອນຫຍັງ ?



      ນັບ​ແຕ່​ກະຊວງ​ສຶກສາ​ທິການ ແລະ ກີລາ ​ໄດ້​ມີ​ແນວທາງ​ນະ​ໂຍບາຍ​ເປີດ​ໂອກາດ​ໃຫ້​ພາກ​ເອກະ​ຊົນ​ເຂົ້າ​ມາ​ມີ​ສ່ວນ​ຮ່ວມ​ໃນ​ການ​ພັດທະນາ​ການ​ສຶກສາ​ເປັນ ຕົ້ນ​ມາ ມີ​ໂຮງຮຽນ​ເອກະ​ຊົນ​ເກີດ​ຂຶ້ນຫຼາຍ​ແຫ່ງ, ຜູ້​ລົງ​ທຶນ​ມີ​ທັງ​ຈາກ​ພາຍ​ໃນ ແລະ ຕ່າງປະ​ເທດ, ເຮັດ​ໃຫ້​ຄູ​ຫຼາຍ​ຄົນ​ອອກ​ໄປ​ສິດ ສອນ​ຢູ່​ໂຮງຮຽນ​ເອກະ​ຊົນ ເພາະ​ມີ​ລາຍ​ຮັບ​ທີ່​ດີກ​ວ່າ ສົ່ງ​ຜົນ​ໃຫ້​ໂຮງຮຽນ​ປະຖົມ​ສົມບູນ​ບາງ​ແຫ່ງ​ໃນ​ນະຄອນຫຼວງ​ວຽງ​ຈັນ ມີ​ຈຳນວນ​ນັກຮຽນ​ບໍ່​ເຖິງ 10 ຄົນ ຍ້ອນ​ຂາດ​ຄວາມ​ສົນ​ໃຈ​ຈາກ​ສັງຄົມ. 
      ທ່ານ ຄຳ​ຈັນ ແກ້ວ​ວົງສາ ຜູ້ອຳນວຍການ​ໂຮງຮຽນ​ປະຖົມ​ສົມບູນ ສີ​ສັງວອນ ເມືອງ ​ໄຊ​ເຊ​ດ ຖາ ນະຄອນຫຼວງ​ວຽງ​ຈັນ ກ່າ​ວ ວ່າ: ປັດຈຸບັນ​ມີ​ຈຳນວນ​ນັກ ຮຽນ​ທີ່​ກຳລັງ​ນັ່ງ​ຮຽນ​ຢູ່ໂຮງ ຮຽນ​ຂອງ​ຕົນ ​ພຽງ 6 ຄົນ ແລະ ມີ​ຄູ​ສອນ 2 ຄົນ ໃນ​ນັ້ນ ຫ້ອງ ປ.4 ມີ​ຈຳນວນ​ນັກຮຽນ​ທັງ​ໝົດພຽງ 4 ຄົນ, ຫ້ອງ ປ.2 ແລະ ປ.3 ຫ້ອງ​ລະ 1 ຄົນ. ຫຼຸດ​ລົງ 4 ຄົນ​ເມື່ອ​ທຽບ​ໃສ່​ຕົ້ນ​ປີ ແລະ 6 ຄົນ ເມື່ອ​ທຽບ​ໃສ່​ສົກ​ປີຜ່າ​ນມາ ດັ່ງນັ້ນ ທາງ​ໂຮງຮຽນ​ຈຶ່ງ​ໄດ້​ລວມ​ເອົາ​ຫ້ອງ ປ.2 ແລະ ປ.3 ເຂົ້າ​ຮຽນ​ນຳ​ກັນ ໂດຍ​​ຄູ, ອາ ຈານ ແລະ ນັກຮຽນ​ທັງ​ໝົດ​ໃນ​ໂຮງຮຽນ​ຈະ​ຢູ່​ຮ່ວມ​ກັນ​ແບບ​ຄອບຄົວ ເຊິ່ງ ບັນຍາ ກາດການ​ຮຽນ, ການ​ສອນໃນ​ໂຮງຮຽນ​ນີ້ ອາດບໍ່​ຄື​​ໃຜ ​ແລະ ບໍ່​ມີ​ໃຜ​ຄື​.
        ໂຮງຮຽນ​ດັ່ງກ່າວ ​ຖື​ວ່າ​ເປັນ​ໂຮງຮຽນ​ທີ່​ສ້າງ​ຂຶ້ນມາ​ເປັນ​ເວລາ​ດົນ​ນານ, ​ໃນ​ເມື່ອ​ກ່ອນ​ເຄີຍ​ມີ​ນັກຮຽນ​ຫຼັ່ງ​ໄຫຼ​ກັນ​ເຂົ້າ​ມາ​ຮຽນ​ຢ່າງ​ເປັນ​ຂະ​ບວນ, ​ແຕ່ 4 - 5 ປີ​ມານີ້ ຈຳນວນ​ຄູ, ອາຈານ ແລະ ນັກຮຽນໄດ້​ຫຼຸດ​ໜ້ອຍ​ຖອຍ​ລົງ ສົ່ງ​ຜົນ​ໃຫ້​ໂຮງຮຽນ​ປະ ຖົມສົມບູນ​ແຫ່ງ​ນີ້ ມີ​ຫ້ອງ​ຮຽນ​ບໍ່​ເຖິງ 5 ຫ້ອງ, ຈຳນວນ​ນັກຮຽນ​ບໍ່​ເຖິງ 10 ຄົນ​ ​ແລະ ບາງ​ຫ້ອງ​ມີ​ນັກຮຽນ​ພຽງ​ແຕ່ 1 ຄົນ ໃນ​ປັດ ຈຸບັນ.

        ຜູ້ອຳນວຍການ​ຍັງ​ກ່າວ​ອີກ​ວ່າ: ​ເຫດຜົນ​ທີ່​ເຮັດ​ໃຫ້​ຈຳນວນ​ນັກຮຽນ​ນັບ​ມື້ນັບ​ຫຼຸດ​ໜ້ອຍ​ຖອຍ​ລົງ​ນັ້ນ ຍ້ອນ​ຂາດ​ຄວາມ​ສົນ​ໃຈ ຈາກ​ສັງຄົມ, ນັກຮຽນ​ຫຼາຍ​ຄົນ​ຫັນ​ໄປ​ຮຽນ​ຢູ່​ໂຮງຮຽນ​ເອກະ​ຊົນ ປະກອບ​ກັບ​ໂຮງຮຽນ​ດັ່ງກ່າວ​ບໍ່​ໄດ້​ຮັບ​ການ​ສ້ອມ​ແປງ​ມາ​ເປັນ​ເວລາ​ຫຼາຍ​ປີ ຍ້ອນ​ຂາດ​ເຂີນ​ງົບ ປະມານ, ແຕ່​ກໍ​ບໍ່​ມີ​ພາກ ສ່ວນ​ໃດ​ຍື່ນ​ມື​ເຂົ້າ​ມາ​ຊ່ວຍ ເຊິ່ງ​ໃນ​ໄລຍະ​ຜ່ານ​ມາ ​​ໂຮງ ຮຽນ​ກໍ​ເຄີຍ​ສະ​ເໜີ​ໃຫ້​ພາກສ່ວນ​ທີ່​ກ່ຽວຂ້ອງ ແລະ ເມືອງ​ກໍ​ເຄີຍ​ລົງ​ມາກ​ວດກາ​ເບິ່ງ​ສະພາບ​ການ​ຮຽນ, ການ​ສອນ​ຢູ່​ໂຮງຮຽນ​ດັ່ງກ່າວ​ແລ້ວ​ຫຼາຍ​ຄັ້ງ ແຕ່​ກໍ​ບໍ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ງົບ ປະມານ​ໃນ​ການ​ປັບປຸງ​ແຕ່​ຢ່າງ​ໃດ ​ເພາະ​ມີ​ຈຳນວນ​ນັກຮຽນ​ໜ້ອຍ ​ແລະ ​ເທົ່າ​ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ນັ້ນກໍ​ມີ​ແຕ່​ອຸປະກອນ​ນການ​ຮຽນ​ບາງ​ຢ່າງ​ເທົ່າ​ນັ້ນ. ນອກ​ນັ້ນ, ການ​ລະດົມ​ທຶນ​ສົມ ທົບຈາກ​ຊາວບ້ານ​ກໍ​ຄື​ພໍ່​ແມ່​ຜູ້​ປົກ ຄອງ​ກໍ​ເຫັນ​ວ່າ​ມີ​ຄວາມ​ຫຍຸ້ງ ຍາກ ຫາກ​ອຳນາດ​ການ​ປົກຄອງ​ບ້ານ​ບໍ່​ໃຫ້​ຄວາມ​ຮ່ວມ​ມື​ກໍ​ເປັນ​ໄປ​ໄດ້​ຍາກ ຫຼື ແມ່ນ​ແຕ່​ການ​ລະດົມ​ແຮງ​ງານ​ອະນາ​ໄມ​ເດີ່ນ​ໂຮງຮຽນ​ກໍ​ບໍ່​ມີ​ໃຜ​ສົນ​ໃຈ.
      ປັດຈຸບັນ​ໂຮງຮຽນ​ດັ່ງກ່າວຖືກ​ເປ່​ເພ ​ແລະ ຊຸດ​ໂຊມ​ລົງ ​ເພາະ​ສ້າງ​ຂຶ້ນມາ​​ເປັນ​ເວລາ​ຫຼາຍ​ປີ​ແລ້ວ, ​ແຕ່​ບໍ່​ໄດ້​ຮັບ​ການ​ສ້ອມ​ແປງ ຊ້ຳບໍ່​ຫນຳໄລຍະ​ຜ່ານ​ມາ ​ກໍ​ມີ​ເຈົ້າ​ໜ້າ​ທີ່ຈຳນວນ​ໜຶ່ງ​ມາ​ພັກ​ຢູ່​ໃນ​ໂຮງຮຽນ​ດັ່ງກ່າວ ເຊິ່ງບາງ​ຄັ້ງພະນັກງານ​ບາງ​ຄົນ​ກໍ​ຕາກ​ເຄື່ອງ​ຊະຊາຍ​ ຈົນ​ເຮັດ​ໃຫ້​ສະພາບ​ໂຮງຮຽນ​ທີ່​ບໍ່​ຈົບງາມ​ຢູ່​ແລ້ວ ຍິ່ງ​ເຮັດ​ໃຫ້​ເສື່ອ​ມສະພາບ​ລົງ.
       ​ເພື່ອ​ເຮັດ​ໃຫ້​ສະພາບ​ໂຮງຮຽນ​ຄືນ​ສູ່​ປົກກະຕິ ແລະ ດຶງ​ດູດ​ເອົາ​ຄວາມ​ສົນ​ໃຈຈາກ​ສັງຄົມ, ​ຜູ້ອຳນວຍການ​ຮຽກ ຮ້ອງ​ມາ​ຍັງ​ສັງຄົມ ​ແລະ ການ ຈັດຕັ້ງທີ່​ກ່ຽວຂ້ອງ​ຈົ່ງ​ໃຫ້ການ​ຊ່ວຍ​ເຫຼືອ ​ແລະ ສະໜັບສະໜູນ​ຕໍ່​ການ​ປັບປຸງ​ໂຮງຮຽນ​ດັ່ງ ກ່າວ ທັງ​ຮຽກຮ້ອງ​ມາ​ຍັງ​ການ ຈັດຕັ້ງທີ່​ກ່ຽວຂ້ອງ​ຈົ່ງ​ເຫັນ​ຄວາມຈຳ​ເປັນ ແລະ ຄວາມ​ສຳ ຄັນຂອງ​ການ​ພັດທະນາ​ການ​ສຶກສາ.

No comments:

Post a Comment