Ad

Ad

30 July 2013

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຕີລາຄາວຽກງານກວດກາ 1 ປີ



           ກອງປະຊຸມກວດກາ ທົ່ວກະຊວງຖະແຫລງຂ່າວວັດທະນະທຳແລະ ທ່ອງທ່ຽວ ໄດ້ໄຂຂຶ້ນຢ່າງ ເປັນທາງການໃນຕອນເຊົ້າວັນທີ 29 ກໍລະກົດ­ ທີ່ຫໍວັດ ທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ແລະ ຈະດຳເນີນໄປເປັນເວລາ 2 ວັນ ໂດຍການ ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສຈ.ດຣ ບໍ່ແສງຄຳ ວົງດາລາ ກຳມະ ການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ, ວັດທະນະ ແລະ ທ່ອງທ່ຽວ, ທ່ານ ສີໄນ ມຽງ ລາວັນ ຮອງເລຂາຄະນະພັກ, ຮອງ ປະທານຄະນະກວດກາສູນກາງພັກ,  ມີ ບັນດາຄະນະພັກກະຊວງ, ເລຂາຄະນະ ໜ່ວຍພັກຮາກຖານ, ຫົວໜ້າ ກົມ, ສະຖາບັນ, ຜູ້ຮັບຜິດຊອບ ວຽກງານກວດ ກາປະຈຳໜ່ວຍພັກທຸກຂັ້ນ, ອົງການຈັດຕັ້ງມະຫາຊົນພ້ອມດ້ວຍພະນັກງານວິຊາການກ່ຽວ ຂ້ອງຈຳນວນໜຶ່ງ.         
          ໃນໂອກາດ ກ່າວເປີດກອງປະຊຸມ ທ່ານ ສຈ.ດຣ ບໍ່ແສງຄຳ ວົງດາລາ ໄດ້ຍົກໃຫ້ເຫັນຄວາມສຳ ຄັນ ແລະ ຄວາມຈ ຳເປັນຂອງວຽກງານກວດກາໃນໄລຍະໃໝ່ຊຶ່ງວຽກງານກວດກາເປັນວຽກໜຶ່ງທີ່ຊ່ວຍ ຊຸກຍູ້ໃຫ້ການນຳພາວຽກງານໄປໃນ ທາງທີ່ຖືກຕ້ອງ ເພາະສາມາດຊີ້ໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ວີທີທາງແກ້ໄຂໄດ້ຢ່າງຖືກຕ້ອງ ແລະ ມີປະສິດ ທິຜົນ. ແຕ່ໄລຍະຜ່ານມາວຽກງານກວດກາຢູ່ກະ ຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຍັງບໍ່ທັນເຮັດໄດ້ ດີເທົ່າທີ່ຄວນ, ມີບາງອັນຍັງມີຂໍ້ ຫຍຸ້ງຍາກແຕ່ຜ່ານການຊີ້ນຳ-ນຳພາຂອງກົມການ ເມືອງສູນກາງພັກ, ຄະນະກວດກາສູນກາງ ພັກວຽກ ງານກວດກາກໍສາມາດແກ້ໄຂໃຫ້ລຸລ່ວງໄປດ້ວຍດີ ແລະ ເຂົ້າສູ່ລະບຽບການຢ່າງຄັກແນ່.     
     
          ທ່ານ ຂັນແກ້ວ ພົມມະໄກສອນ ຄະນະພັກກະຊວງ, ຫົວໜ້າກົກວດກາກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຜ່ານບົດສະຫລຸບການເຄື່ອນໄຫວວຽກງານກວດກາ ໂດຍທົບທວນ ຄືນຜົນງານໃນການຈັດຕັ້ງປະຕິບັດວຽກງານກວດກາຕະຫລອດໄລຍະໜຶ່ງປີຜ່ານມາ ແລະ ວາງທິດທາງ ແຜນການໃນປິຕໍ່ໜ້າໃນຂົງເຂດວຽກງານກວດກາພັກ , ວຽກງານກວດກາລັດ, ຕ້ານ ແລະ ສະກັດກັ້ນ ການສໍ້ລາດບັງຫລວງ ແລະ ວຽກງານຄົ້ນຄວ້າຄຳຮ້ອງ- ຄຳສະເໜີ. ຜ່ານການຕິດຕາມກວດກາໃນໄລຍະ 1 ປີຜ່ານມາເຫັນວ່າຄະນະພັກແຕ່ລະຂັ້ນຍັງເປັນຫລັກແຫລ່ງໃນວຽກງານ, ເຮັດບົດບາດນຳພາສຶກສາອົບ ຮົມການເມືອງແນວຄິດ, ໄດ້ເອົາໃຈໃສ່ປັບປຸງວຽກງານພາຍໃນພັກ, ເຮັດໃຫ້ຈຳນວນໜ່ວຍພັກ ແລະ ສະ ມາຊິກພັກເພີ່ມຂຶ້ນທັງທາງດ້ານຄຸນະພາບ ແລະ ປະລິມານ, ແບບແຜນນຳພາ ແລະ ວິທີເຮັດວຽກໄດ້ປະ ຕິບັດຕາມຫລັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ປະຕິບັດລະບອບປະຊຸມຕາມທີ່ໄດ້ ກຳນົດໄວ້ໃນກົດລະບຽບຂອງພັກ, ຮັກສາໄດ້ຄວາມສາມັກຄິພາຍໃນພັກ , ຄະນະພັກ ແລະ ສະມາຊິກພັກ ສ່ວນຫລາຍຍັງຮັກສາໄດ້ຄຸນທາດການເມືອງ, ເຊື່ອໝັ້ນຕໍ່ອຸດົມການຂອງພັກ, ມີສະຕິຕໍ່ການຈັດຕັ້ງ, ມີ ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ຮັກສາໄດ້ຄຸນສົມບັດສິນທຳປະຕິວັດ, ເປັນແບບ ຢ່າງທີ່ດີ ແລະມີຄວາມສັດຊື່ບໍລິສຸດ. ຄຽງຄູ່ກັບຜົນງານທີ່ຍາດມາໄດ້ນັ້ນຍັງມີດ້ານອ່ອນ ແລະ ຂໍ້ຄົງຄ້າງຈຳ ນວນໜຶ່ງທີ່ຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂເປັນຕົ້ນ: ຄະນະໜ່ວຍພັກຈຳນວນໜຶ່ງຍັງບໍ່ຖືສຳຄັນຕໍ່ວຽກ ງານກວດກາຕີລາຄາແບ່ງປະເພດຄຸນະພາບການຈັດຕັ້ງຮາກຖານ ແລະ ສະມາຊິກພັກ. ວຽກງານກວດ ກາລັດ, ສະກັດກັ້ນ-ຕ້ານການສໍ້ລາດບັງຫລວງ, ການຕິດຕາມກວດກາແຕ່ລະເປົ້າໝາຍຍັງບໍ່ທັນໄດ້ດີ ເທົ່າທີ່ຄວນ. ການສະຫລຸບລາຍຮັບ- ລາຍຈ່າຍວິຊາການຂອງບັນດາກົມ, ສະຖາບັນ, ກອງວິຊາການຈຳ ນວນໜຶ່ງຍັງບໍ່ທັນໄດ້ດີ, ການຄຸ້ມຄອງວຽກງານ-ຄຸ້ມຄອງທຶນຮອນມີຫລາຍກໍລະນີເຮັດບໍ່ຖືກຕາມລະ ບຽບຫລັກການທັງບໍ່ທັນເຂັ້ມງວດເຮັດໃຫ້ເກີດມີສະພາບຫຍໍ້ທໍ້.              
          ພາຍຫລັງຮັບຟັງການສະຫລຸບວຽກງານກວດກາ ປະຈຳ ປີ 2012 ແລະ ແຜນການປີ 2013 ແລ້ວ ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄຳເຫັນໃສ່ບົດສະຫລຸບ ແລະ ທິດທາງແຜນການດັ່ງກ່າວຢ່າງ ກົງໄປກົງ ມາເພື່ອເຮັດໃຫ້ວຽກງານກວດກາຂອງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວມີປະສິດ ພາບ ແລະ ປະສິດທິຜົນຕົວຈິງເພື່ອສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ທີ່ເກີດຂຶ້ນທັງສ້າງເງື່ອນໄຂ ໃຫ້ມະຫາຊົນສາມາດເຂົ້າຮ່ວມໃນວຽກງານກວດກາຢ່າງເປັນເຈົ້າການ.

No comments:

Post a Comment