Ad

Ad

31 July 2013

ຍົກລະດັບສິດທິຄວາມສະເຫມີພາບຂອງຄົນພິການໃຫ້ສື່ມວນຊົນ



ສາທິດການເຝິກອົບຮົມຄົນພິການ
          ​ບັນດາ​ສື່​ມວນ​ຊົນ​ທຸກຂະ​ແໜງ​ການ​ ໄດ້​ເຂົ້າ​ຮ່ວມ​ຝຶກ​ອົບ ຮົມຍົກ​ລະດັບ​ກ່ຽວ​ກັບ​ສິດທິ ຄວາມ​ສະ​ເໝີ​ພາບ​ຂອງ​ຄົນ​ພິ ການ ເພື່ອ​ສົ່ງ​ເສີມ​ຄວາມ​ສະ​ເໝີ​ພາບ ​ແລະ ການ​ມີ​ສ່ວນ​ຮ່ວມ​ຢ່າງ​ເຕັມ​ສ່ວນ​ສຳລັບ​ຄົນ​ພິການ​ຢູ່ ສປປ.ລາວ ເຊິ່ງ​ຈັດ​ຂຶ້ນ​ລະ ຫວ່າງ​ວັນ​ທີ 30-31 ກໍ​ລະ​ກົດ 2013 ນີ້ ຢູ່ສະມາຄົມ​ນັກ​ຂ່າວ ແຫ່ງ ສປປ.ລາວ ​ ​​​​ໂດຍ​ມີ​ທ່ານ ສີ ສະ​ເໝີ ອິນ​ທະ​ວົງ ຫົວໜ້າ​ໂຄງການ​ສິດ ​ແລະ ຄວາມ​ສະ​ເໝີ​ພາບ​ຂອງ​ຄົນ​ພິການ​ປະ​ຈຳ​​ອົງການ​ສາກົນ​ເພື່ອ​ຄົນ​ພິການ, ທ່ານ ຄຳ​ເມືອງ ອຸດົມ​ຮັກ ຫົວ​ໜ້າ​ຫ້ອງການ​ສະມາຄົມ​ນັກ​ຂ່າວ​ ແຫ່ງ ສປປ.ລາວ ເຂົ້າ​ຮ່ວມ.
          ທ່ານ ສີສະ​ເໝີ ອິນ​ທະ​ວົງ ກ່າວ​ວ່າ: ​ໂຄງການການ​ສົ່ງ​ເສີມ​ສິດທິ ​ແລະ ຄວາມ​ສະ​ເໝີ​ພາບ​ຄົນ​ພິການ ເຊິ່ງ​ເລີ່​ມ​ແຕ່​ປີ 2009​ ເປັນ​ຕົ້ນ​ມາ ​ແລະ ​ຍັງ​ມີ​ແຜ່ນ​ຈະ​ສຶບຕໍ່​ຮອດ​ປີ 2016​ ສະ​ນັ້ນ​ ຈຸດປະສົງ​ໃນ​ການຈັດ​ຝຶກ​ອົບຮົມ​ໃນ​ຄັ້ງ​ນີ້​ ແມ່ນ​ຜູ້​ເຂົ້າ​ຮ່ວມ​ຈະ​ໄດ້​ຮຽນ​ຮູ້​ໃນ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ ແລະ ​ເຂົ້າ​ຮ່ວມ​ກິດຈະ​ກຳ​ຕ່າງໆ ​ທີ່​ສື່​ໃຫ້​ເຫັນ​ຄວາມ​ຕ້ອງ​ການ​ຂອງ​ຄົນ​ພິການ, ທັດສະນະ​ຄະຕິ​ດ້ານ​ລົບ​ຂອງ​ສັງຄົມ​ທີ່​ມີ​ຕໍ່​ຄົນ​ພິການ, ອຸປະສັກ ​ແລະ ສິ່ງ​ກີດ ຂວາງ​
ທີ່​ເຮັດ​ໃຫ້​ຄົນ​ພິການ​ບໍ່​ມີ​ສ່ວນ​ຮ່ວມ​ໃນ​ການ​ພັດທະນາ​ເສດ ຖະກິດ- ສັງຄົມ, ການ​ເຂົ້າ​ເຖິງ​ຂໍ້ມູນ​ຂ່າວສານ​ຂອງ​ຄົນ​ພິການ ໂດຍ​ບັນດາ​ຜູ້​ເຂົ້າ​ຮ່ວມ​ຈະ​ໄດ້​ນຳ​ເອົາ​ຂໍ້​ມູນ​ຂ່າວສານ​ຕ່າງໆ ກ່ຽວ​ກັບ​ຄົນ​ພິການ​ມາສ່ອງ​ແສງ​ໃຫ້​ສັງຄົມ​ໄດ້​ຮັບ​ຮູ້, ​ໃນ​ການ​ເປີດ​ໂອກາດ​​ໃຫ້ຄົນ​ພິການ​ມີ​ສ່ວນ​ຮ່ວມ​ໃນ​ສັງຄົມ​ຫລາຍ​ຂຶ້ນ. ​ສິ່ງ​ສຳຄັນ​ ທຸກ​ຄົນ​ໃນ​ສັງຄົມ​ຕ້ອງ​ເຂົ້າ​ໃຈ ​ແລະ ​ໃຫ້​ຄວາມ​ສຳຄັນ​ຕໍ່​ຄົນ​ພິການ​ ໂດຍ​ສ້າງ​ໃຫ້​ເຂົາ​ເຈົ້າ​ໄດ້​ມີ​ໂອກາດສຶກສາ​ຮ່ຳຮຽນ, ເຝິກ​ວິຊາ​ຊິ​ບ​ໂດຍ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ວີ​ຊາ​ອາ​ຊິ​ບລ້ຽງ​ຕົນ​ເອງ ແລະ ຄອບຄົວ​ ​ເພື່ອຈະ​ໄດ້ປະ ກອບສ່ວນ​ໃນ​ການ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ.

No comments:

Post a Comment