Ad

Ad

31 July 2013

ບັນຫາທີ່ດິນ ແລະ ຂອດການແກ້ໄຂ ( ຄໍລຳ ແລກປ່ຽນຄຳເຫັນ )



      ດິນແມ່ນສິນຊັບທີ່ລ້ຳຄ່າ, ແມ່ນປັດໄຈພື້ນຖານທາງດ້ານ ການຜະລິດ ແລະ ການດຳລົງຊີວິດ, ແມ່ນປັດໄຈສ້າງຄວາມ ຮັ່ງມີທາງດ້ານເງິນຄຳແກ່ຜູ້ຖືສິດຄອບຄອງ ແລະ ເປັນເງື່ອນໄຂທາງດ້ານວັດຖຸອັນສຳຄັນຕົ້ນຕໍສຳລັບການຄ້ຳປະກັນໃຫ້ເຂົ້າ ເຖິງແຫລ່ງທຶນ (ເງິນກູ້) ຈາກສະຖາບັນການເງິນ ແລະ ທະນາຄານນຳອີກ.
    ຍ້ອນທີ່ດິນມີຄວາມສຳຄັນຄື ແນວນັ້ນ ມັນຈຶ່ງເປັນຕົວບັນຫາທີ່ກໍ່ໃຫ້ເກີດສະພາບພົ້ນເດັ່ນ ສົ່ງຜົນກະທົບເຖິງແນວຄິດ ຈິດຕະສາດ ຂອງຄົນ, ຄວາມເປັນລະບຽບ ຮຽບຮ້ອຍໃນສັງຄົມ, ເຖິງບົດ ບາດການນຳພາຂອງພັກ ແລະ ການຄຸ້ມຄອງຂອງ ລັດເຮົາ.
     ເຮົາຈະເຫັນວ່າ: ໄລຍະຜ່ານມານີ້ ໄດ້ເກີດມີສະພາບພົ້ນເດັ່ນ ຂຶ້ນຢູ່ຫລາຍບ່ອນ ທັງໃນຕົວ ເມືອງ ແລະ ຊົນນະບົດກ່ຽວ ກັບທີ່ດິນອັນສ້າງຄວາມສັບສົນ ແລະ ເກີດຄວາມວຸ້ນວາຍໃນການດຳ ລົງຊີວິດ, ການທຳມາຫາກິນ ຂອງປະຊາຊົນກໍຄືໃນການ ດຳເນີນທຸລະກິດຂອງຜູ້ປະກອບການຈຳນວນບໍ່ໜ້ອຍ.
    ຄວາມສັບສົນດັ່ງກ່າວໄດ້ສະແດງອອກໃນການຕໍ່ສູ້ແຍ້ງຊີງ ເອົາສິດ, ເອົາຜົນປະໂຫຍດຈາກ ທີ່ດິນ ລະຫວ່າງບຸກຄົນ ແລະ ຄອບຄົວ, ການຈັດຕັ້ງ ແລະ ອົງການປົກຄອງຂັ້ນຕ່າງໆຕະຫລອດໄປຮອດຊາວບ້ານກັບພະ ນັກງານ ແລະ ຜູ້ລົງທຶນຜູ້ຮັບ ເໝົາ ແລະ ເຈົ້າຂອງໂຄງການພັດທະນາຕ່າງໆໄດ້ມີຂໍ້ຂັດແຍ່ງນັບມື້ຮ້າຍແຮງຂຶ້ນ.

    ສາເຫດທີ່ກໍ່ໃຫ້ເກີດບັນຫາພົ້ນ ເດັ່ນດັ່ງກ່າວ ອັນຕົ້ນຕໍກວ່າໝູ່ ແມ່ນເກີດຂຶ້ນຈາກບຸກຄົນກັບບຸກຄົນ, ບຸກຄົນກັບການຈັດ ຕັ້ງທີ່ບໍ່ເຂົ້າໃຈກັນ, ທີ່ບໍ່ເຫັນໃຈກັນ ແລະ ບໍ່ປະຕິບັດຕາມລະບຽບຫລັກການທີ່ເຫັນວ່າຄວນຈະເປັນຈຶ່ງກໍ່ໃຫ້ເກີດບັນຫາບໍ່ພໍ ອົກພໍໃຈ, ຈາກບັນຫານ້ອຍກາຍເປັນບັນຫາໃຫຍ່ກ້າວໄປເຖິງການຟ້ອງຮ້ອງການຕໍ່ສູ້ແບບຕ່າງຝ່າຍຕ່າງກໍຕັ້ງເປົ້າໝາຍເພື່ອເອົາ ຊະນະກັນ ແລະ ກັນ.
     ຈາກບາງສະພາບ ແລະ ບາງບັນຫາທີ່ໄດ້ເວົ້າມານັ້ນ, ພັກ-ລັດ ກໍຄືພາກສ່ວນທີ່ກ່ຽວຂ້ອງໄດ້ມີຄວາມພະຍາຍາມແກ້ໄຂ ດ້ວຍຫລາຍຮູບການຢ່າງລະອຽດຮອບຄອບ, ມີຄວາມນິ້ມນວນ ຄ່ອງແຄ້ວ ໂດຍຖືເອົາມາດຕະການສຶກສາອົບຮົມອະທິບາຍ ຊີ້ແຈງສົມທົບກັບມາດຕະການ ທາງເສດຖະກິດຢ່າງເໝາະສົມ, ການເຂັ້ມງວດໃນການຈັດຕັ້ງປະຕິບັດລະບຽບຫລັກການບໍລິ ຫານ ຫລື ກົດໝາຍນັ້ນເປັນສຳຮອງ ແລະ ຫລີກເວັ້ນທີ່ສຸດຕໍ່ການໃຊ້ ມາດຕະການຮຸນແຮງສ້າງຄວາມເຂົ້າອົກເຂົ້າໃຈໃນຫລັກ ການ ແລະ ເຫດຜົນ, ຍາມໃດພັກ- ລັດກໍບໍ່ໄດ້ປ່ອຍປະບັນຫານີ້ ເຊິ່ງ ຈະເຫັນໄດ້ຈາກການມອບໝາຍໃຫ້ພະນັກງານທີ່ມີໜ້າ ທີ່ແກ້ໄຂບັນຫາຕ້ອງມີທັດສະນະຈະແຈ້ງ ແລະ ຖືປະຊາຊົນເປັນກົກ.

No comments:

Post a Comment