Ad

Ad

31 July 2013

ມ້າງກຸ່ມແກ໊ງລັກລົດໃນໂຕເມືອງ



        ​ເຈົ້າໜ້າທີ່​ຫ້ອງ​ຕຳຫຼວດ ນະຄອນຫຼວງວຽງຈັນ ໃຫ້​ຮູ້​ວ່າ: ​ໃນ​ວັນ​ທີ 28 ກໍລະກົດນີ້, ເຈົ້າໜ້າທີ່ ປກສ ​ເມືອງ ຈັນທະ​ບູລີ ນະຄອນຫຼວງວຽງຈັນ ສາມາດ​ຈັບ​ຕົວ​ແກ໊ງ​ລັກ​ລົດ​ຕົວ​ອັນ​ຕະລາຍໄດ້ 9 ຄົນ​ຄື: ທ້າວ ​ແສງ​ສະຫວ່າງ ອາຍຸ 25 ປີ ຢູ່​ບ້ານວຽງ​ແກ້ວ ​ເມືອງ ທຸລະຄົມ ​ແຂວງ ວຽງຈັນ, ທ້າວ ລາດ​ ວິ​ໄຊ ອາຍຸ 20 ປີ ຢູ່​ບ້ານ ໜອງບົວ​ທອງ​ເໜືອ ​ເມືອງສີ​ໂຄດ​ຕະບອງ, ທ້າວ ​ແອນ້ອຍ ອາຍຸ 27 ປີ ຢູ່​ບ້ານ ໜອງບົວທອງ​ເໜືອ ​ເມືອງ ສີ​ໂຄດ​ຕະບອງ, ທ້າວ ຄຳ​ປະສິດ ອາຍຸ 16 ປີ ຢູ່​ບ້ານ ດົງ​ປ່າ​ແຫຼບ ​ເມືອງ ຈັນທະ​ບູລີ, ທ້າວ ພັນທະ​ລາດ ອາຍຸ 24 ປີ ຢູ່​ບ້ານ ດອນ​ແດງ ​ເມືອງ ຈັນທະ​ບູລີ, ທ້າວ ​ໄພ​ວັນ ອາຍຸ 32 ປີ ຢູ່​ບ້ານ ໜອງບົວທອງ​ເໜືອ, ທ້າວ ພອນອາຍຸ 18 ປີ ຢູ່​ບ້ານ ດອນ​ແດງ ​ເມືອງ ຈັນທະ​ບູລີ, ທ້າວ ພັນທະ​ບູນ ອາຍຸ 35 ປີ ຢູ່​ບ້ານ ໂພນ​ຕ້ອງ​ຈອມ​ມະນີ ເມືອງ ຈັນທະ​ບູລີ ແລະ ທ້າວ ໜຸ່ມ ອາຍຸ 17 ປີ ຢູ່​ບ້ານ ທົ່ງ​ຂັນ​ຄຳ ​ເມືອງ ຈັນທະ​ບູລີ ນະຄອນຫຼວງວຽງ ຈັນ ມາ​ດຳ​ເນີນ​ຄະດີ, ພາຍຫຼັງພວກ​ເຂົາ​ໄດ້ຮ່ວມ​ກັນ​ຈັດຕັ້ງ​ເປັນ​ກຸ່ມແກ໊ງລັກ​ລົດຈັກ​ຕາມ​ຕົວ​ເມືອງ.
            ເຈົ້າໜ້າທີ່ ປກສ ​ເມືອງ ຈັນທະ​ບູລີ ກ່າວ​ວ່າ: ກຸ່ມ​ແກ້ງ​ດັ່ງ ກ່າ​ວທາງ​ເຈົ້າໜ້າທີ່​ໄດ້​ມີ​ການ​ຕິດ ຕາມ​ສືບສວນ ແລະ ສາມາດ​ຮູ້​ວ່າ​ກຸ່ມ​ຄົນ​ຮ້າຍ​ປະກອບ​ມີ 9 ຄົນ ທີ່​ຮ່ວມ​ກຸ່ມແກ໊ງການ​ລັກ​ລົດຈັກ​ຕາມ​ຕົວ​ເມືອງ ອັນ​ໄດ້​ສ້າງ​ປະກົດ​ການ​ຫຍໍ້​ທໍ້​ແກ່​ສັງຄົມ, ​ໂດຍ​ສ່ວນ​ໃຫຍ່​ແມ່ນ​ພວກ​ເຂົາຈະ​ຂີ່​ລົດ​ອອກ​ຊອກ​ຫາ​ເປົ້າໝາຍຕາມ​ສະຖານ​ທີ່​ຊຸມ​ຊົນ, ຕະຫຼາດ ​ແລະ ສະຖານ​ທີ່​ທາງ​ລັດຖະການ​ຕ່າງໆ ພາຍຫຼັງ​ເຫັນ​ລົດຈັກ​ທີ່​ຈອດ​ປະ​ໄວ້ຊະຊາຍ​ກໍ​ຈະ​ລົງມື​ລັກ​ທັນທີ​ໃນເວລາ​ບໍ່​ເທົ່າ​ໃດ​ກໍສາມາດ​ລັກ​ເອົາ​ລົດ​ໄປ​ໄດ້ ເຊິ່ງ​ລົດ​ທີ່​ພວກ​​ໂຈນ​ດັ່ງກ່າວ ລັກ​ສ່ວນຫຼາຍ​ຈະ​ເປັນ​ລົດຈັກ​ທີ່​ຜະລິດ​ຈາກ​ໄທ, ທີ່​ມີຄ່າ​ນິຍົມ​ໃນ​ສັງຄົມ,  ​ແລະ ພາຍຫຼັງ ລັກ​​ແລ້ວ​ກໍ​ຈະ​ມີ​ການ​ຕິດຕໍ່ສົ່ງ​ຂາຍ​ໄປ​ຕ່າງ​ແຂວງ​, ປັດຈຸ​ບັນທາງ​ເຈົ້າໜ້າທີ່​ກຳລັງ​ເລັ່ງສືບສວນ-ສອບ​ສວນ ເພື່ອ​ຂະຫຍາຍ​ຜົນ ແລະ ​ເກັບ​ກູ້​ລົດ​ທີ່​ເສຍ​ນັ້ນມາ​​ໃຫ້​ໄດ້.

              ​ຫ້ອງ​ຕຳຫຼວດ ນະຄອນ ຫຼວງວຽງຈັນ ໃຫ້​ຮູ້​ວ່າ: ສະພາບ​​ລົຈັກ​​ເສຍ​ຫາຍເປັນ​ປະກົດ​ການ​ຫຍໍ້​ທໍ້ ທີ່​ພົ້ນ​ເດັ່ນ​ ​ແລະ ເກີດ​ຂື້ນ ຫຼາຍເຊິ່ງ​ໃນ 6 ເດືອນ​ຕົ້ນ​ປີ ຢູ່ ນະ ຄອນຫຼວງວຽງຈັນ ມີ​ລົດຈັກ​ເສຍ​ຫາຍຫຼາຍກ່ວາ 300 ຄັນ ແລະ ສະ​ເພາະ​ໃນ ອາທິດ​ຜ່ານ​ມາ ນີ້ ນັບ​ແຕັ່ວນທີ 24 ຫາ 30 ກໍລະກົດ ມີ​ຄະດີ​ລັກ​ຊັບ​ເກີດ​ຂື້ນ 23 ເລື່ອງ ​ໃນ​ນັ້ນ​ແມ່ນ​ລັກ​ລົດຈັກ 15 ຄັນ ​ຄື: ​ໃນ​ວັນ​ທີ 23 ກໍລະກົດ ນີ້, ເຈົ້າໜ້າ ທີ່​ໄດ​້ຮັບ​ແຈ້ງ​ເກີດ​ເຫດ​ຄົນ​ຮ້າຍ​ລັກ​ລົດຂອງ​ປະຊາຊົນ ຢູ່​ບ້ານ ສີ​ຖານ​ເໜືອ ​ເມືອງ ສີ​ໂຄດ​ຕະບອງນະຄອນຫຼວງວຽງຈັນ ໂດຍ​ຄົນ​ຮ້າຍ​ງັດ​ເຂົ້າ​ເຮືອນ ແລະ ​ໄດ້​ລັກ​ເອົາ​ລົດຈັກ​ປະ​ເພດ ຮອນ​ດາ​ ເວ​ບ ສີ​ແດງ ​ຫຼົບໜີ​ໄປ ເຊິ່ງ​ທາງ​ເຈົ້າ ໜ້າ ທີ່ພວມ​ເລັ່ງມື​ນຳ​ຈັບ​ຄົນ​ຮ້າຍ​ມາ​ດຳ​ເນີນ​ຄະດີ​ໃຫ້​ໄດ້.

No comments:

Post a Comment