Ad

Ad

31 July 2013

ເສັ້ນທາງດົງໂດກ-ໜອງບຶກນັບມື້ເປ່ເພໜັກຍ້ອນບໍ່ໄດ້ຮັບການປົວແປງ



        ຄືດັ່ງພວກເຮົາໄດ້ອອກຂ່າວ ໄປແລ້ວເສັ້ນທາງດົງໂດກ-ໜອງບຶກຕັດອອກ ເສັ້ນທາງເລກທີ່ 13 ເໜືອ ສີເກີດມີລະພາບ ເປ່ເພນັບ ແຕ່ຕົ້ນປີເປັນຕົນມາ ແລະ ມາ ຮອດປັດຈຸບັນກໍຍັງບໍ່ໄດ້ຮັບການ ສ້ອມແປງໃດໆບວກກັບສະພາກ ຝົນຕົກໜັກຍິງ, ເຮັດໃຫ້ເສັ້ນທາງດັ່ງກ່າວເປ່ເພໜັກໜວ່ງກ່ວາເກົ່າ, ສົ່ງຜົນໃຫ້ການສັນຈອນພົບ ຄວາມຍຸ້ງຍາກ ແລະ ອາດເຮັດໃຫ້ຕ້ອງໄດ້ໃຊ້ງົບເປັນຈຳນວນຫຼາຍຈຶ່ງຈະສາມາດປົວ ແປງເສັ້ນທາງດັ່ງກ່າວຄືນສູ່ສະພາບປົກກະຕິ.
           ເສັ້ນທາງດົງໂດກ-ໜອງ ບຶກເປັນເສັ້ນທາງຫຼັກ ໃນການລະ ບາຍລົດຈາກຕົວເມືອງອອກ ສູ່ຊານເມືອງ, ໂດຍລະເພາະ ຂະບວນລົດບັກທຸກໜັກຈາກພາກ ເໜືອລົງສູ້ພາກກາງ,ພາກໃຕ້ ແລະ ຈາກພາກໃຕ້ຂື້ນສູ່ພາກ ເໜື່ອກໍໄດ້ຜ່ານເສັ້ນທາງສາຍນີ້ ໃນການລຳລຽງຂົນສົ່ງສິນຄ້າ ໃນແຕ່ລະວັນເພື່ອໃຫ້ໄປເຖິງຈຸດ ທີ່ໝາຍ,ແຕ່ກໍໜ້າເສຍດາຍການເປ່ເພຂອງເສັ້ນທາງດັ່ງກ່າວ ພັດ ບໍ່ໄດ້ຮັບການປົວແປງໃຫ້ທ່ວງທັນເວລາ ແລະ ເຮັດໃຫ້ລະພາບເປ່ເພຍິ່ງຂຶ້ນ ແລະ ເຮັດໃຫ້ການສັນຈອນຍິງສັບສົນແຕ່ລະ ວັນເກີດມີສະພາບລົດຕິດຢ່າງແອອັດເປັນຫຼາຍຊົ່ວໂມງ, ດັ່ງນັ້ນ ຫາກພາກສ່ວນຮັບຜິດຊອບບໍ່ເລັ່ງປົວແປງກໍຈະເຮັດໃຫ້ເສັ້ນ ທາງເສັ້ນນີ້ເປັນອຳມະພາດ ແລະ ຖືກຕັດຂາດການສັນຈອນໄດ້.

No comments:

Post a Comment