Ad

Ad

14 August 2013

ການລ່າສັດປ່າເພື່ອເປັນສິນຄ້າຍັງຫນ້າເປັນຫ່ວງ



     ປັດຈຸບັນ, ລັດຖະບານໄດ້ມີ ມາດຕະການເຂັ້ມງວດ ເພື່ອຕ້ານ ການທຳລາຍສັດນ້ຳ-ສັດປ່າແບບດັບສູນເຊິ່ງນັບແຕ່ປີ 1997 ເປັນ ຕົ້ນມາ, ລັດຖະບານໄດ້ຖືເອົາວັນ ທີ 13 ກໍລະກົດຂອງທຸກໆປີ ເປັນ ວັນອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ ແນໃສ່ການຮັກ ສາແນວພັນທີ່ໃກ້ຈະສູນພັນ ໂດຍການປຸກລະດົມປະຊາຊົນໃຫ້ມີການປ່ອຍສັດນ້ຳ-ສັດປ່າຄືນສູ່ ທຳມະຊາດ ແລະ ເກັບປືນລ່າ ເນື້ອຢ່າງມີປະສິດທິຜົນ,​ ແຕ່ໃນຂະນະນັ້ນການລ່າສັດຢ່າງເກີນຂອບເຂດ ແລະ ການຄ້າຂາຍສັດປ່າແບບຜິດກົດ ໝາຍຍັງປາກົດ ມີຂຶ້ນບໍ່ນັບທັງສັດຢູ່ໃນບັນຊີແດງເຊັ່ນ: ເສືອ, ແຮດ, ກະທິງ, ຊ້າງ, ໝີ ແລະ ອື່ນໆ ເຊິ່ງຜ່ານມາ ເຖິງວ່າພວກເຮົາມີກົດໝາຍ ວ່າດ້ວຍສັດນ້ຳ- ສັດປ່າ, ແຕ່ການລັກລອບລ່າສັດ ເພື່ອເປັນສິນຄ້າຍັງ ປາກົດມີ ຫລາຍ ດັ່ງພວກເຮົາເຫັນ ຢູ່ບາງຕະຫລາດຍັງນຳ ສັດປ່າບາງຊະນິດມາວາງຂາຍຢ່າງເປີດແປນໂດຍບໍ່ມີຄວາມເກັງກົວຕໍ່ລະບຽບ ກົດໝາຍ ແລະ ຮ້າຍແຮງ ໄປກວ່ານັ້ນ ແມ່ນຍັງ ມີການລັກລອບລ່າສັດປ່າທີ່ໃກ້ຈະສູນພັນຂາຍອອກ ຕ່າງປະເທດເຮັດໃຫ້ສັດປ່າຫລຸດໜ້ອຍຖອຍລົງ. ຕໍ່ກັບບັນຫາດັ່ງກ່າວ, ພາກສ່ວນກ່ຽວຂ້ອງຄວນເພີ່ມທະວີຄວາມ ເປັນເຈົ້າການໃນການຄຸ້ມຄອງ, ກວດກາ, ສະກັດກັ້ນ ແລະ ແກ້ໄຂຢ່າງສົມເຫດ ສົມຜົນ, ໄປຄຽງຄູ່ກັບການປົກປັກຮັກສາປ່າໄມ້ ແລະ ແຫລ່ງນ້ຳທີ່ສະຄັນໃຫ້ຄົງຢູ່ເພື່ອຄວາມອຸດົມສົມບູນຂອງສັດນ້ຳ-ສັດປ່າ ແລະ ລະບົບນິເວດໃນທຳມະຊາດ ແລະ ກາຍເປັນທ່າແຮງໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

No comments:

Post a Comment