Ad

Ad

14 August 2013

ວຽກງານສື່ໃນສາຍຕານັກທຸລະກິດ



             ​ໃນ​ໂອກາດ​ວັນ​ສື່​ມວນ​ຊົນ​ແຫ່ງ​ຊາດ ຄົບຮອບ 63 ປີ (13 ສິງຫາ 1950 - 13 ສິງຫາ 2013) ໜັງສືພິມ​ລາວ​ພັດທະນາ​ໄດ້​ສຳ ພາດ​ທ່ານ ບຸນ​ກັນ ກຸລະ​ບຸດ ຜູ້​ຊ່ວຍ​ອຳນວຍ​ການ​ບໍລິສັດ​ເບຍ​ລາວ ​ໂດຍ​ທ່ານ​​ໃຫ້​ທັດສະນະ​ວ່າ: ​ໂດຍ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ​ແລະ ລັດຖະບານ, ວຽກ​ງານ​ສື່​ມີ​ການ​ເຄື່ອນ​ໄຫວ​ທີ່ສຳຄັນ​​ໃນ​ການ​ນຳ​ສະ​ເໜີ​ສະພາບ​ການ​ປ່ຽນ​ແປງ​ຂອງ​ເສດຖະກິດ ​ແລະ ສັງຄົມ ​ເພື່ອ​ເຜີຍ​ແຜ່ ຫລື ສຶກສາ​ອົບຮົມ​ສັງຄົມ ລວມ​ເຖິງ​ການ​ໃຫ້​ບໍລິ ການ ​ແລະ ການ​ມີ​ສ່ວນ​ຮ່ວມ​ຂອງສັງຄົມ​ຕໍ່​ວຽກ​ງານ​ສື່​ມວນ​ຊົນ. ສະນັ້ນ ​ເມື່ອ​ສົມ​ທຽບ​ໃສ່​ສິ່ງ​ທ້າ​ທາຍ ​ແລະ ​ໂອກາດ​ຂ້າງ​ເທິງ​ນັ້ນ, ​ໃນ​ສາຍຕາ​ຂອງ​ຜູ້​ປະກອບ​ການ​ເຫັນ​ວ່າ: ດ້ານ​ດີ ສື່​ມວນ​ຊົນ​ແມ່ນ​ໄດ້​ມີ​ການ​ປະສານ​ງານ ​ແລະ ​ເຮັດ​ວຽກ​ກັບ​ຂັ້ນ​ເທິງ​ໄດ້​ດີ, ຜົນງານ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ຫລັກການ​ຫລາຍ​ອັນ​ແມ່ນ​ປະຕິບັດ​ໄດ້​ດີ, ສ່ວນ​ການ​ປະຕິບັດ​ກັບ​ຂັ້ນລຸ່ມ ​ແລະ ການ​ບໍລິການ​ສັງຄົມ​ສັງ​ເກດ​ຕີ​ລາຄາ​ໃນ​ຫລາຍ​ມຸມ​ມອງ​ຍັງ​ເຮັດ​ບໍ່​ທັນ​ສົມ​ບົດບາດ ອາດ​ດ້ວຍ​ສາ​ເຫດ​ໃນ​ຕົວ ​ແລະ ​ນອກ​ຕົວ ອັນ​ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ວຽກ​ງານ​ສື່​ທີ່​ເປັນ​ກຳລັງ​ແຮງ​ຂອງ​ເສດຖະກິດ, ການ​ເມືອງ ​ແລະ ສັງຄົມ​ຍັງ​ບໍ່​ເຂັ້ມ​ແຂງ​ເທົ່າ​ທີ່​ຄວນ, ຖ້າ​ທຽບ​ໃສ່​ຄວາມ​ຮຽກ ຮ້ອງ​ຕ້ອງການ​ຂອງ​ໄລຍະ​ໃໝ່ ​ໂດຍ​ສະ​ເພາະ​ການ​ກຽມ​​ເຂົ້າ​ເປັນ​ປະຊາ​ຄົມ​ອາ​ຊຽນ. ອີກ​ຢ່າງ​ໜຶ່ງ ການ​ລົງທຶນ​ໃສ່​ດ້ານ​ເຄື່ອງມື​ຮັບ​ໃຊ້ ລວມທັງ​ບຸກຄະລາ​ກອນ​ໃນ​ການ​ຂັບ​ເຄື່ອນ​ໃຫ້​ສົມ​ບົດບາດ​ຍັງ​ຂາດ​ການ​ເອົາ​ໃຈ​ໃສ່, ການ​ເຮັດ​ວຽກ​ຕົວ​ຈິງ​ອາດ​ຍັງ​ບໍ່​ທັນ​ປະ ສານ​ແໜ້ນຢ່າງ​ພຽງພໍ​ກັບ​ພາກ ສ່ວນ​ກ່ຽວຂ້ອງ​ໃນ​ການ​ພັດທະນາ​ພາຍ​ໃນ​ຂອງ​ອົງ​ການ​ສື່ ​ແລະ ການວາງ​ພື້ນຖານ​ເພື່ອ​ການ​ແຂ່ງ ຂັນ​ໃນ​ອະນາຄົດ.
ນອກຈາກ​ນີ້ ການ​ເຄື່ອນ​ໄຫວ​ຂອງ​ສື່​ໃນ​ດ້ານ​ໜຶ່ງ​ມັນ​ໄດ້​ກະທົບ​ໃສ່​ການ​ດຳ​ເນີນ​ທຸລະ​ກິດ ​ເພາະວ່າ​ທຸລະ​ກິດ​ແມ່ນ​ຂາດ​ສື່​ບໍ່​ໄດ້. ສິ່ງ​ນັ້ນ​ແມ່ນ​ການ​ບໍລິການ​ຂອງ​ສື່​ຕໍ່​ພາກ​ທຸລະ​ກິດ​ຢ່າງ​ມີ​ການ​ຈັດການ​ທີ່​ດີ ຫລື ການ​ເປັນ​ຄູ່​ຮ່ວມ​ທຸລະ​ກິດ​ທີ່​ດີ​ຂອງ​ພາກ​ທຸລະ​ກິດ ​ກໍ​ຄື​ພາກສ່ວນ​ອື່ນໆ. ຜົນ ສຳ​ເລັດ​ຂອງ​ທຸລະ​ກິດ​ແມ່ນ​ຕ້ອງ​ມີ​ອົງການ​ສື່​ປະກອບ​ຢູ່​ໃນ​ການ​ບໍລິ ຫານ​ຈັດການ​ຂອງ​ພາ​ກທຸລະ​ກິດ ຄຽງ​ຄູ່​ກັບ​ສິ່ງ​ອື່ນ​ທີ່​ພາກ​ທຸລະ​ກິດ​ໄດ້​ບໍລິຫານ​ຈັດການ.
            ທ່ານ ບຸນກັນ ກ່າວ​ວ່າ: ​ໃນ​ອະນາຄົດ, ສື່​ຈະ​ຕ້ອງ​ໄດ້​ປັບ ປຸງ​ບັນດາ​ຫລັກການ ​ແລະ ນິຕິ​ກຳ​ຕ່າງໆ​ທີ່​ເປັນ​ພື້ນ ຖານ​ໃນ​ການ​ເຮັດ​ວຽກ​ຕົວ​ຈິງ, ການ​ກຽມພ້ອມ​ຂອງ​ບັນດາ​ສື່​ທຸກຂະ​ແໜງ ​ເພື່ອ​ຮັບ​ມື​ການ​ປ່ຽນ​ແປງ​ຂອງ​ສະພາບ​ເສດ ຖະກິດ-ສັງຄົມ. ການ​ເປີດ​ຮັບ ​ແລະ ການ​ເຂົ້າຫາ​ແຫ​ລ່ງຂໍ້​ມູນ​ຕ່າງໆ​ທີ່​ບໍ່​ຂັດ​ກັບ​ແນວທາງ​ຂອງ​ພັກ ​ແລະ ລັດຖະບານ ​ເພື່ອ​ມາ​ປຸງ​ແຕ່ງ ​ແລະ ນຳ​ອອກ​ເຜີຍ​ແຜ່ ຫລື ​ເພື່ອ​ການ​ສຶກສາ​ອົບຮົມ. ການ​ບໍລິການ​ເພື່ອ​ສັງຄົມ ​ແລະ ການ​ມີ​ສ່ວນ​ຮ່ວມ​ຂອງ​ສັງຄົມ​ຂອງ​ສື່​ມວນ​ຊົນ​ອື່ນໆ ​ໂດຍ​ສະ​ເພາະ​ໃນ​ຍຸກ​ຂອງ​ການ​ແຂ່ງຂັນ ສື່​ບໍ່​ພຽງ​ແຕ່​ຈະ​ຮູ້​ຕົນ​ເອງ ຕ້ອງ​ໄດ້​ຮູ້ຈັກ​ສື່​ຂອງ​ປະ​ເທດ​ໃນ​ພາກພື້ນ ​ແລະ ສາກົນ ຮູ້​ກັບ​ສະໜາມ​ແຂ່ງຂັນ​ກວ້າງ​ອອກ​ໄປ ຈາກ​ພາຍ​ໃນ ​ແລະ ພາຍ​ນອກ​ກໍ​ຈະ​ມາ​ແຂ່ງ​ກັບ​ເຮົາ​ຢ່າງ​ພາວ​ະວິ​ໄສ. ສະນັ້ນ ​ເພື່ອ​ການ​ເຕີບ​ໃຫຍ່​ທີ່​ຍືນ​ຍົງ ຕ້ອງ​ໄດ້​ມີ​ການ​ກະກຽມ ​ເປັນຕົ້ນການ​ພັດທະ ນາ​ຄວາມ​ເຂັ້ມ​ແຂງ​ຂອງ​ອົງການ​ສື່ ​ແລະ ການ​ແຂ່ງຂັນ​ໃນ​ລະບົບ​ເສດຖະກິດ​ທີ່​ມັນ​ກະທົບ​ໃສ່​ລະບົບ​ທຸລະ​ກິດ​ຢ່າງ​ເປັນ​ກາຍ​ອິນ​ຊີ, ຖ້າ​ມີ​ສ່ວນ​ໃດ​ຂອງ​ຮ່າງກາຍ ຫາກ​ເປັນ​ອຳມະພາດ ຫລື ພິການ​ຈະ​ເຮັດ​ໃຫ້​ຮ່າງກາຍ​ບໍ່​ສົມບູນ. ຫາກ​ສື່​ບໍ່​ແຂງ​ແຮງ ພາກ​ທຸລະ​ກິດ ກໍ​ຄື​ເສດຖະກິດ​ໂດຍ​ລວມກໍ​ຈະ​ບໍ່​ສົມບູນ.

No comments:

Post a Comment