Ad

Ad

14 August 2013

ການສັນຈອນ​ຢູ່​ນະຄອນຫລວງ​ວຽງ​ຈັນຈະ​ມີ​ການ​ປ່ຽນ​ແປງ



       ປັດຈຸບັນ ຢູ່​ນະຄອນຫລວງ​ ວຽງ​ຈັນ​ລົດ​ທີ່​ໄດ້​ຂຶ້ນທະບຽນ​ນຳ​ກອງ​ຄຸ້ມ​ຄອງ​ພາຫະນະ​ມີ​ປະມານ 6 ​ແສນ​ກວ່າ​ຄັນ, ​ໃນ​ນັ້ນ 60% ​ແມ່ນ​ລົດຈັກ ​ແລະ ສ່ວນ​ທີ່​ເຫລືອ​ແມ່ນ​ລົດ​ປະ​ເພດ 3 ຕີນ​ຂຶ້ນ​ໄປ ​ແລະ ຄາດ​ວ່າ​ຈຳນວນ​ພາຫະນະ​ປະ​ເພດ​ລົດ​ໃຫຍ່​ຈະ​ເພີ່ມ​ຂຶ້ນ​ເລື້ອຍໆ ຍ້ອນ​ນະ​ໂຍບາຍ​ຈ່າຍ​ຜ່ອນ​ລົດ​ຂອງ​ບໍລິສັດ​ຂາຍ​ລົດ​ພວມ​ແກ່ງ​ແຍ້​ງ​ແຂ່ງຂັນ​ກັນ​ຫລາຍ. ຈາກ​ບັນຫາ​ດັ່ງກ່າວ​ຈຶ່ງ​ເຮັດ​ໃຫ້ ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ຕ້ອງ​ຫາ​ທາງ​ອອກ​ໂດຍ​ໄວ​ເພື່ອ​ແກ້​ໄຂ​ບັນຫາ​ການ​ສັນຈອນ​ແອ​ອັດ​ໃນ​ຕົວ​ເມືອງ ທັງ​ໃນ​ສະ​ເພາະ​ໜ້າ ​ແລະ ຍາວ​ນານ ​ເຊິ່ງຈະ​ມີ​ການ​ປັບປຸງ​ປ່ຽນ​ແປງ​ການ​ສັນຈອນ​ໃນ​ຫລາຍ​ເສັ້ນທາງ ​ເພື່ອ​ລະບາຍ​ການ​ສັນຈອນ​ໃຫ້​ມີ​ຄວາມ​ຄ່ອງ​ຕົວ​ດີກ​ວ່າ​ເກົ່າ.
       ທ່ານ ສົມ​ນຶກ ​ເມກ​ຕະກຸນ ຫົວ ໜ້າ​ພະ​ແນ​ກຄຸ້ມ​ຄອງ​ການ​ຈໍລະ​ຈອນ​ທາງບົກ ກົມ​ຂົວ​ທາງ ກະ ຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ກ່າວ​ວ່າ: ​ເສັ້ນທາງ​ທີ່​ຈະ​ຖືກ​ປ່ຽນ​​ການ​ສັນຈອນ​ເປັນ​ເລນດຽວມີ​ເສັ້ນທາງ​ໄກສອນ ​ແຕ່​ຄ້ອຍ​ນ້ຳປະ ປາ​ໂພນ​ເຄັງ​ຈົນ​ຮອດ​ສາມ​ແຍກ​ອານຸສາ​ວະລີ (ຄ້ອງ​ສັນຕິພາບ), ​ເສັ້ນທາງ 23 ສິງຫາ ​ແຕ່​ສຳນັກ ງານ​ທະນາຄານ​ໂລກ​ຈົນ​ໄປ​ຮອດ​ສີ່​ແຍກ​ໄຟ​ອຳນາດ​ໜອງ​ບອນ, ​ເສັ້ນທາງ​ແຄມ​ຂອງ ​ແຕ່​ທະນາ ຄານ​ການ​ຄ້າ​ຕ່າງປະ​ເທດ​ລາວ​ມະຫາຊົນ​ຈົນ​ຮອດ​ສາມ​ແຍກ​ປາກ​ປ່າ​ສັກ, ສ່ວນ​
ເສັ້ນທາງ​ທີ່​ຈະ​ປ່ຽນ​ມາ​ແລ່ນ​ໄດ້​ສອງ​ເລນ​ມີ​ເສັ້ນ ທາງ​ແຕ່​ສາມ​ແຍກ​ສີ​ຫອມ​ຫາ 5 ​ແຍກ​ໂອ​ດ້ຽນ, ​​ເສັ້ນທາງ​ແຕ່ 5 ​ແຍກ​ໂອ​ດ້ຽນຫາ​ສີ່​ແຍກ​ໂຮງຮຽນ​ມັດທະຍົມ​ສີ​ໂຄດ​ຕະບອງ ​ເປັນຕົ້ນ ​ແລະ ​ເສັ້ນທາງ​ໃນ​ເຂດ​ຫລັງ​ຕະ ຫລາດ​ເຊົ້າຊອງ​ປິງມໍ​ແມ່ນ​ເສັ້ນ ທາງ​ໜຶ່ງ​ທີ່​ມີ​ຄວາມ​ສັບສົນ​ທີ່​ສຸດ ​ເນື່ອງ​ຈາກ​ໃນ​ເຂດ​ດັ່ງກ່າວ​ມີ​ສະ ຖານີ​ລົດ​ເມ, ມີ​ຕະຫລາດ, ສຳນັກ ງານ ​ແລະ ສູນ​ບໍລິການ​ຕ່າງໆ ​ແມ່ນ​ຈະ​ເອົາ​ຖັງ​ຢາງ​ໄປ​ກັ້ນກາງ ທາງ​​ແຕ່​ໜ້າ​ສະຖານີ​ໂດຍສານ​ຕະ ຫລາດ​ເຊົ້າ​ໄປ​ຈົນ​ຮອດ​ໄຟ​ອຳ ນາດວັດ​ທາດ​ຝຸ່ນ ​ເພື່ອ​ຫລຸດຜ່ອນ​ບັນຫາ​ການ​ສັບສົນ​ຂອງ​ລົດ​ໃນ​ເສັ້ນທາງ​ດັ່ງກ່າວ ​ໂດຍ​ແຜນ​ປັບ ປຸງ​ທັງ​ໝົດ​ນັ້ນ​ແມ່ນ​ຈະ​ເລີ່​ມລົງມື​ໄປ​ແຕ່​ດຽວນີ້ຈົນ​ຮອດ​ຕົ້ນປີ 2014 ​ໃຫ້​ສຳ​ເລັດ. ຫລັງ​ຈາກ​ນັ້ນຈຶ່ງ​ຈະ​ໂຄສະ ນາ​ປະຊາສຳພັນ​ໃຫ້​ສັງຄົມ​ໄດ້​ຮັບ​ຮູ້ ​ເພື່ອ​ໃຫ້​ປະຕິບັດ​ລະບຽບ​ການ​ຂັບ​ຂີ່​ໃຫ້​ມີ​ຄວາມ​ເປັນ​ລະ ບຽບ​ຮຽບຮ້ອຍ ແລະ ຫລຸດຜ່ອນອຸປະຕິເຫດ.

No comments:

Post a Comment