Ad

Ad

14 August 2013

ຕຳຫລວດເຕືອນໃຫ້ລະວັງກຸ່ມລັກຊັບໃນລົດ



        ການຈອດລົດຊະຊາຍ ແລະ ປະສິ່ງຂອງມີຄ່າໄວ້ໃນລົດ ອາດ ເປັນໄພອັນຕະ ລາຍເຮັດໃຫ້ກຸ່ມ ຄົນບໍ່ດີສາ ມາດ ສວຍໂອກາດ ລັກ ຊັບ​ໄດ້ຊຶ່ງເຈົ້າໜ້າທີ່ຕຳຫຼວດ ນະ ຄອນຫຼວງວຽງຈັນອອກມາເຕືອນ ໃຫ້ສັງຄົມ ລະວັງກຸ່ມ ເຄື່ອນ ໄຫວລັກຊັບສິນ ທີ່ປະໃນລົດ ຫຼັງມີກໍລະ ນີເກີດຂື້ນມາແລ້ວ ​ເມື່ອ​ບໍ່ດົນ​ມານີ້.
         ທ່ານ ພັນໂທ ສະຫຼອງ ແສງອາທິດ ຫົວໜ້າຫ້ອງຕຳຫຼວດນະຄອນຫຼວງວຽງ ຈັນ ກ່າວວ່າ: ປັດຈຸບັນເກີດມີກຸ່ມລັກຊັບສິນທີ່ປະໄວ້ໃນລົດເກີດຂື້ນ, ໂດຍຜູ້ເສຍ ຫາຍແຈ້ງວ່າ: ໄດ້ຈອດລົດປະໄວ້ ແຄມຫົນທາງກ່ອນຈະລົງໄປຊື້ ເຄື່ອງ ແລະ ໄດ້ ລ໋ອກກະແຈລົດໄວ້ ເປັນຢ່າງດີແຕ່ພໍກັບມາແມ່ນປະຕູ ເປີດໄວ້ ແລະ ພົບວ່າຊັບ ສິນທີ່ປະໄວ້ໃນລົດ ເສຍຫາຍໂດຍບໍ່ພົບມີການງັດແງະ​ໃດໆ.
     ພາຍຫຼັງໄດ້ຮັບຮູ້ຂໍ້ມູນເຈົ້າໜ້າ ທີ່​ໄດ້ ລົງຕິດຕາມເພື່ອສະກັດກັ້ນ ແລະ ສາມາດຈັບໄດ້ຜູ້ຕ້ອງຫາ ທີ່ ເປັນຊາວ ຕ່າງ ປະ ເທດໃນຂະນະ ທີ່ກຳລັງລັກເອົາຊັບສິນໃນລົດຄັນ ໜຶ່ງ ທີ່ຈອດໄວ້ຢູ່ຖະໜົນລ້ານຊ້າງ ນະຄອນຫຼວງວຽງຈັນ ຈຶ່ງໄດ້ ນຳຕົວມາ
ສືບສວນ - ສອບສວນ ແລະ ຜູ້ຕ້ອງຫາໄດ້ໃຫ້ການຮັບສາລະ ພາບວ່າ:ໄດ້ເຂົ້າມາລາວເພື່ອເຮັດທຸລະກິດ ແຕ່ບໍ່ ມີເງີນກໍໄດ້ເລາະ ເຄື່ອນໄຫວຊອກຫາລັກຊັບ ຊຶ່ງມີ ເປົ້າໝາຍແມ່ນຊັບສິນຂອງປະຊາຊົນທີ່ປະໄວ້ໃນລົດໂດຍ ນຳໃຊ້ກະ ແຈທີ່ເຮັດຂື້ນເພື່ອບີບ ເປັນຄື້ນລົບກວນສັນຍານບໍ່ໃຫ້ປະຕູລົດລ໋ອກ ຈາກນັ້ນກໍຈະເຂົ້າໄປຄົ້ນເອົາຊັບສິນຊຶ່ງຜ່ານມາລັກໄດ້ຊັບສິນມາແລ້ວເປັນ ຈຳນວນຫຼາຍ.
      ທ່ານ ຫົວໜ້າຫ້ອງຕຳຫຼວດ ກ່າວວ່າ: ຜ່ານການຕິດຕາມພຶດຕິກຳ ແລະ ສືບສວນ-ສອບສວນ ຜູ້ຕ້ອງຫາຄາດ ວ່າຜູ້ ກ່ຽວອາດຢູ່​ໃນຂະບວນການດັດ​ແປງກະແຈລົດພິເສດສາມາດບັງຄັບບໍ່ໃຫ້ປະຕູລົດລ໋ອກໄດ້, ໂດຍເຈົ້າ ຂອງລົດກໍຄິດ ວ່າໄດ້ບີບລ໋ອກປະຕູແລ້ວຊຶ່ງສະພາບດັ່ງກ່າວເກີດຂື້ນມາແລ້ວ​ໃນປະເທດເພື່ອນບ້ານສະນັ້ນຈຶ່ງ​ເຕືອນໃຫ້ສັງຄົມມີສະຕິ ລະມັດລະວັງ ແລະ ກ່ອນຈະຈອດລົດປະໄວ້ຕ້ອງລ໋ອກ ແລະ ກວດກາປະຕູລົດຂອງຕົນເອງໃຫ້ດີກ່ອນຈະອອກ ຈາກລົດໄປ.

No comments:

Post a Comment