Ad

Ad

20 August 2013

ຊາວຕ່າງປະເທດແຂວນຄໍຕາຍຄາຄອງເຫມືອງ



           ໃນ​ຕອນ​ເຊົ້າວັນ​ທີ 19 ສິງຫານີ້,ປະຊາຊົນ​​ບ້ານ ໜອງດ້ວງ​ ທີ່​ທຽວຖະຫນົນຢູ່​ຈຸດ​ດັ່ງກ່າວ ຕ່າງ​ກໍ​ຕົກ​ໃຈເມື່ອ​ເຫັນ​ສົບຊາວ​ຕ່າງປະ​ເທດທີ່ ​​​ອາວຸ​ໂສ ຜູກ​ຄໍ​ຕາຍ​ຢູ່​ຄອງ​ເໝືອງ ​ເຂດ​ບ້ານ ໜອງດ້ວງ ​ເມືອງ ຈັນທະ​ບູລີ ນະຄອນ ຫຼວງວຽງຈັນ ​ ໂດຍ​ຜູ້ກ່ຽວ​ໃຊ້​ສາຍ​ເກີບ​ມັດ​ໃສ່​ກັບເຫຼັກກັ້ນ ເທິງຂົວ​ຂອງຄອງ​ເໝືອງ ​ແລ້ວ​ຜູກ​ຄໍ​ຕົນ​ເອງ​ຕາຍ ຈຶ່ງ​ແຈ້ງ​ເຈົ້າໜ້າທີ່​ກວດ​ສອບ ​ແລະ ນຳ​ເອົາ​ສົບໄປ​ສັນ​ນະ​ສູດຫຼັກຖານ.
          ຈາກ​ການ​ສືບສວນ-ສອບ​ສວນ​ຂອງເຈົ້າໜ້າທີ່ ປກສ ນະ ຄອນຫຼວງວຽງຈັນ ໃຫ້​ຮູ້​ວ່າ: ຜູ້​ຕາຍ​ຊື່ ທ້າວ ບີ​ລິບ ກິວ ອາຍຸ 53 ປີ ສັນຊາດ ​ໄອ​ແລນ​ເໜືອ ຊຶ່ງ​ຜູ້ ກ່ຽວ​ໄດ້​ເຂົ້າ​ມາ​ທ່ອງ​ທ່ຽວຢູ່​ລາວ​ໃນ​ວັນ​ທີ 15 ເມສາ ນີ້ ແລະ ​ໄດ້​ໄປ​ເຊົ່າ​ເຮືອນພັກຈິນດາ​ໄມ ຢູ່​ເຂດ​ບ້ານ ໜອງດ້ວງ ​ເມືອງ ຈັນທະ​ບູລີ ນະຄອນຫຼວງວຽງຈັນ ແລະ ​ໃນ​ວັນ​ທີ 13 ມິຖຸນາ ​ແລະ ຜູ້ກ່ຽວ ບໍ່ມີ​ເງິນຈ່າຍ​ເສຍ​ຄ່າ​ເຮືອນ​ພັກ ​ໂດຍ​ຜູ້​ເປັນ​ເຈົ້າ​ຂອງ​ເຮືອນ​ພັກ​ກໍ​ໄດ້​ເຮັດ​ສັນຍາ​ກັບ​ຜູ້ກ່ຽວ ​ແລະ ຕົກລົງ​ກັນ​ວ່າ​ຈະ​ໃຊ້​ຈ່າຍ​ໃນ​ວັນ​ທີ 18 ສິງ ຫາ,​ ແຕ່​ບໍ່​ເຫັນ​ຜູ້​ກ່ຽວມາ​ຈ່າຍ. ຂະນະ​ດຽວກັນ​ໃນ​ຕອນ​ເຊົ້າ​ວັນ​ທີ 19 ສິງຫາ ນີ້ ຈຶ່ງ​ພົບ​ເຫັນ​ຜູ້​ກ່ຽວ​ແຂວນ​ຄໍ​ຕົນ​ເອງ​​ຕາຍໂດຍ​ໃຊ້​ສາຍ​ເກີບ​ມັດ​ຕິດ​ກັບ​ເຫຼັກ​ເທິງຂົວ​ຄອງ​ເໝືອງຢູ່​ບ້ານໜອງດ້ວງ ຊຶ່ງ​ຄາດ​ວ່າອາດ​ຍ້ອນບັນຫາ​ຊີ ວິດ​ສ່ວນ​ໂຕ. ເຖິງຢ່າງໃດ ເບື້ອງເຈົ້າໜ້າທີ່ກໍຈະສືບສວນໃຫ້ກະຈ່າງແຈ້ງຕຶ່ມ.

No comments:

Post a Comment