Ad

Ad

20 August 2013

ຄົນເຈັບສຸກເສີນຕ້ອງລໍຖ້າຮອດໂມງເຂົ້າການຈຶ່ງຈະໄດ້ກວດພະຍາດ ( ຄໍລຳ ແລກປ່ຽນ )



ໂດຍ : ຄຸນນະທຳ
             ຟັງແລ້ວຫນ້າເສົ້າຕໍ່ການ ບໍລິການຂອງແພດຫມໍ. ເລື່ອງນີ້ ເກີດຂຶ້ນຢູ່ໂຮງຫມໍແຂວງຈຳປາສັກ ເມື່ອມໍ່ໆມານີ້,  ໃນ ຂະນະນັ້ນ ແຂວງດັ່ງກ່າວພວມຜະເຊີນ ກັບ ການລະບາດຮ້າຍແຮງຂອງພະຍາດໄຂ້ເລືອດອອກ ແລະ ໄດ້ຂ້າຊີວິດຄົນເຮົາໄປ ຫລາຍແລ້ວ.
             ສາຂາຂ່າວຫນັງສືພິມລາວພັດທະນາ ປະຈຳຢູ່ທ້ອງຖິ່ນດັ່ງກ່າວ ໄດ້ລາຍງານຄຳສ່ອງ ແສງຂອງປະຊາຊົນຫ່ານຫນຶ່ງ ຢູ່ບ້ານໂພນຕາກ ເມືອງປາກເຊ ໄດ້ໂທລະສັບເຂົ້າມາຫ້ອງການ ຂອງຕົນເອງວ່າ : ຄືນນັ້ນ, ລາວເປັນຄົນໄຂ້ຍຸງລາຍດັ່ງຜູ້ອື່ນໆ ທີ່ພວມປະສົບຢູ່ ແລະ ພໍຮອດ ແຈ້ງເວລາປະມານ 6-7 ໂມງ ກໍໄດ້ໄປຮອດຫ້ອງສຸກເສີນຂອງໂຮງຫມໍແຂວງ ເພື່ອຈະໄດ້ ກວດເລືອດດ່ວນຈຶ່ງຖາມນາງຫມໍຜູ້ຫນຶ່ງ ເຊິ່ງພວມເຮັດວຽກຢູ່ທີ່ນັ້ນ ວ່າ: ຂໍກວດເລືອດແດ່ ເພາະຢ້ານ ເປັນໄຂ້ຍຸງ ເພື່ອຈະມີວິ ທີປິ່ນປົວໃຫ້ທັນການ, ແຕ່ນາງຫມໍຜູ້ນັ້ນໄດ້ປະຕິເສດເພາະບໍ່ທັນຮອດໂມງເຂົ້າການ ແລະ ຂ້າພະເຈົ້າ ( ຜູ້ ເປັນໄຂ້ ) ກໍຊູຊີເພື່ອ ຈະໄດ້ກວດເລືອດໄວ້ແຕ່ກໍບໍ່ໄດ້ດັ່ງຫວັງ ຕາມ ຫລັກການຂອງຫ້ອງສຸກເສີນ, ພ້ອມຍັງໄດ້ຮັບຄຳຕອບທີ່ຫຍາບຊ້າຂອງນາງຫມໍ ປະຕິວັດຄົນນັ້ນ, ໃນທີ່ສຸດກໍຕ້ອງ ໄດ້ລໍຖ້າຮອດເວ ລາເຂົ້າການຕາມປົກກະ ຕິກໍຕ້ອງ ກິນເວລາໄປ ຮອດ 8-9 ໂມງເຊົ້າ ຈຶ່ງໄດ້
ເຂົ້າແຖວກວດເລືອດ ແລະ ກໍໂຊກດີບໍ່ມີຫຍັງຮ້າຍແຮງເກີດຂຶ້ນ. ແຕ່ເຖິງຢ່າງໃດ,ຂ້າພະເຈົ້າກໍ ຕັ້ງຄຳຖາມໃຫ້ຕົນເອງສະເຫມີ ວ່າ:ຖ້າແພດຫມໍດຳເນີນການບໍລິ ການແບບນີ້ອາດຈະສົ່ງຜົນໃຫ້ ຄຸນນະພາບການປິ່ນປົວຂອງ ໂຮງຫມໍເຮົາຈະຂາດຄວາມເຊື່ອ ຖືຈາກສັງຄົມ ແລະ ປະຊາຊົນເປັນບໍ່ຫນ້ອຍ.
   ເອົາລະແນວໃດພວກ ເຮົາທຸກຝ່າຍກໍຕ້ອງໄດ້ຖອດຖອນ ບົດຮຽນ ແລະ ຕຳນິກໍ່ສ້າງກັນ ເພື່ອກ້າວໄປສູ່ຄຸນນະພາບທີ່ດີໃນ ຕໍ່ຫນ້າ.

No comments:

Post a Comment