ຫັດຖະກຳ,ແມ່ນຂະແໜງການໜຶ່ງທີ່ໄດ້ປະກອບສ່ວນຢ່າງໃຫຍ່ຫລວງຕໍ່ເສດຖະກິດແຫ່ງຊາດ
ແລະ ສ້າງວຽກເຮັດງານທຳໃຫ້ປະຊາຊົນບັນດາເຜົ່ານັບແຕ່ໃນຕົວເມືອງຈົນໄປຮອດຊົນ
ນະບົດ ເພື່ອສ້າງລາຍຮັບໃຫ້ຄອບ ຄົວ ຫລຸດພົ້ນຈາກຄວາມທຸກຍາກ ແລະ ສິ່ງສຳຄັນຫັດຖະກຳຍັງເປັນຈຸດຂາຍອັນໜຶ່ງໃຫ້ແກ່ການ
ທ່ອງທ່ຽວໃຫ້ມີຫລາຍສີສັນ ປະ ກອບສ່ວນເຂົ້າໃນການອານຸລັກຮັກສາ ແລະ ສືບທອດພູມປັນຍາຂອງບັນພະບູລຸດທາງດ້ານວັດ
ທະນາທຳ ແລະ ຄວາມເປັນເອກກະລັກລາວທີ່ງົດງາມເອກອ້າງຕໍ່ຄົນທົ່ວໂລກ,ແຕ່ແນວໃດກໍດີ
ຂະແໜງຫັດຖະກຳ ກໍຖືວ່າຍັງມີສິ່ງທ້າທາຍຫລາຍຢ່າງ ເພື່ອໃຫ້ທຸກພາກສ່ວນເຂົ້າມາມີສ່ວນຮ່ວມໃນການແກ້ໄຂບັນຫາຕ່າງໆຊ່ວຍຂະແໜງການຫັດຖະກຳລາວ
ໂດຍສະເພາະແມ່ນການຂາດ ເຂີນວັດຖຸດິບ ແລະ ເປັນຫວ່ງອານາຄົດ ຂອງຫັດຖະກຳລາວທີ່ມີຜູ້ສືບທອດໜ້ອຍລົງ.
ທ່ານ ຫານຊະນະ ສີສານ ປະທານສະມາຄົມຫັດຖະກຳລາວ
ໄດ້ລາຍງານຕໍ່ກອງປະຊຸມທຸລະກິດລາວ ຄັ້ງທີ 8 ກ່ຽວກັບບັນຫາທີ່ຂະແໜງການດັ່ງກ່າວພວມປະ
ສົບພົບພໍ້ຢູ່ໃນຂະນະນີ້ ວ່າ: ຕັ້ງແຕ່ໃດມາ,ຂະແໜງຈັກສານແມ່ນໃຊ້ວັດຖຸດິບຈາກທຳມະຊາດເປັນຕົ້ນໄມ້ໃຜ່,ໄມ້ບົງ,ໄມ້ປ່ອງຊະນິດຕ່າງໆແລະ
ຫວາຍ ແຕ່ປັດຈຸບັນ ວັດຖຸດິບດັ່ງກ່າວແມ່ນມີໜ້ອຍຫລາຍ
ແລະ ຂາດເຂີນ ສາເຫດແມ່ນຍ້ອນການຕັດໄມ້ທຳລາຍປ່າ,ຄວາມແຫ້ງແລ້ງ
ແລະ ເນື້ອທີ່ປ່າຖືກນຳໄປໃຫ້ສຳປະທານ, ນອກ ຈາກນີ້ ເມື່ອເວົ້າເຖິງຊາວຊ່າງຫັດຖະກຳໃນທົ່ວປະເທດອາດມີຫລາຍ
ແຕ່ຄວາມຈິງແລ້ວຊາວຊ່າງຫັດຖະກຳທີ່ມີສີມື,ມີຄວາມຊໍານິຊຳນານນັ້ນ ແມ່ນນັບມື້ມີໜ້ອຍລົງ
ແລະ ຖ້າຜູ້ມີສີມືດັ່ງກ່າວໝົດໄປກໍອາດຈະບໍ່ມີຜູ້ສືບທອດ ແລະ ສະຖາບັນໃດຈະຮັບຜິດຊອບເປັນບ່ອນຖ່າຍທອດສີມືຫັດຖະກຳໃຫ້ຄົນຮຸ້ນໃໝ່.ສະນັ້ນ
ບັນຫາທີ່ກ່າວມານັ້ນ ຈຶ່ງເຫັນວ່າພາກລັດ ຕ້ອງມີມາດຕະການແນະນຳໄປຍັງທ້ອງຖິ່ນ
ແລະ ພາກສ່ວນກ່ຽວຂ້ອງຄວນເຫັນຄວາມສຳຄັນຂອງປ່າໄມ້ ປ່ອງ ຫລື ຫວາຍ ຄວນຈັດສັນບ່ອນອານຸລັກໄວ້
ແລະ ຖ້າມີການຕັດໄມ້ກໍຄວນມີການປູກທົດແທນ, ສຳລັບຂະແໜງຕ່ຳຜ້າພື້ນເມືອງ,
ໄໝ,ຝ້າຍ ແມ່ນມີໜ້ອຍ ຈຳເປັນຕ້ອງນຳເຂົ້າຈາກຕ່າງປະເທດ ໂດຍໃນສອງປີຜ່ານມານີ້ມີໂຄງ
ການສ້າງຄວາມເຂັ້ມແຂງດ້ານເສັ້ນໄໝ ເຊິ່ງຖ້າປະຕິບັດໄດ້ດີຊາວຊ່າງຫັດຖະກຳຜ້າໄໝຈະມີວັດຖຸດິບຢ່າງພຽງພໍ
ແລະ ຢືນຢັນວ່າໄໝ ແລະ ຝ້າຍລາວແມ່ນຈະໄດ້ຮັບຄວາມນິຍົມຫລາຍ ດັ່ງນັ້ນ ພາກລັດຄວນມີນະໂຍບາຍສົ່ງເສີມໃຫ້ເຂົ້າເຖິງດ້ານການເງິນນຳທະນາຄານຕ່າງໆ
ຢ່າງເໝາະສົມໃຫ້ແກ່ຜູ້ປູກມອນ-ລ້ຽງມ້ອນ ນອກຈາກນີ້ ພາກສ່ວນກະຊວງກະສິກຳ ຄວນມີການສົ່ງເສີມປູກພືດ
ຫລື ຕົ້ນໄມ້ ທີ່ໃຊ້ເປັນວັດຖຸດິບໃຫ້ແກ່ຂະແໜງການຫັດຖະກຳ ເຊັ່ນ:ຫ້ອມ,ຄາມ,ການລ້ຽງຄັ່ງ,
ປູກປໍເຮັດເຈ້ຍສາ,ປໍຕ່ຳຜ້າເຜົ່າມົ້ງ ແລະ ອື່ນໆ.ສ່ວນບັນຫາການສືບທອດສີມືຊ່າງຫັດຖະກຳໃນອານາຄົດນີ້
ເຫັນວ່າຄວນມີສະຖາບັນຫັດຖະກຳລະດັບຊາດ ເພື່ອເປັນບ່ອນສິດສອນຖ່າຍທອດວິຊາຫັດຖະກຳໃຫ້ຄົນຮຸ້ນໃໝ່
ທັງເປັນບ່ອນອານຸລັກຮັກສາຫັດຖະກຳດັ່ງເດີມຂອງຊົນເຜົ່າລາວ ແລະ ອອກແບບເຄື່ອງຫັດຖະກຳ
ເພື່ອ ຕອບສະໜອງທາງດ້ານການຕະຫລາດຍຸກໃໝ່ ຮອງຮັບການແຂ່ງຂັນທາງດ້ານທຸລະກິດເມື່ອປະເທດເຮົາກ້າວເຂົ້າສູ່ປະຊາຄົມເສດຖະກິດອາຊຽນ
ແລະ ພາກ ພື້ນໃນອານາຄົດ ພ້ອມກັນນີ້ ກໍຄວນຍົກສູງບົດບາດຂອງຊ່າງຫັດຖະກຳດ້ວຍການມອບນາມ
ມະຍົດທີ່ເໝາະສົມໃຫ້ເຂົາເຈົ້າ ເພື່ອເຊີດຊູບົດບາດຜົນງານຂອງຊາວຊ່າງຫັດຖະກຳລາວທີ່ມີສືມີ
ແລະ ຜົນງານດີເດັ່ນໃນໄລຍະຜ່ານມາ.
No comments:
Post a Comment