Ad

Ad

30 September 2013

ຢືນຢັນຈາກຜົນກວດຜະລິດຕະພັນນົມດູເມັກ ມີຄວາມປອດໄພມາຕັ້ງແຕ່ຕົ້ນສາມາດບໍລິໂພກໄດ້



          ພາຍຫລັງເປັນຂ່າວຮືຮາພໍສົມຄວນກ່ອນໜ້ານີ້ທັງຢູ່ຕ່າງປະເທດ ແລະ ຢູ່ປະເທດລາວເຮົາກ່ຽວກັບຜະລິດຕະພັນນົມ ຝຸ່ນສຳລັບເດັກນ້ອຍຍີ່ຫໍ້ດູເມັກ (Dumex) ວ່າ: ບາງຮຸ່ນຂອງຜະລິດຕະພັນດັ່ງກ່າວອາດມີປົນເປື້ອນ ໄດ້ເຮັດໃຫ້ ບໍລິສັດຜູ້ຜະ ລິດ ແລະ ບໍລິສັດຕົວແທນຈຳໜ່າຍໃນປະເທດໃກ້ຄຽງ ແລະ ພາຍ ໃນປະເທດລາວ ຕ່າງກໍອອກມາສະແດງຄວາມຮັບຜິດຊອບທັນທີຕໍ່ຄວາມປອດໄພ ຂອງຜູ້ບໍລິໂພກໂດຍການອອກແຈ້ງການເຖິງຜູ້ບໍລິໂພກ ໃຫ້ກວດເບິ່ງລະຫັດວັນ ເດືອນປີຄັ້ງຜະລິດ ແລະ ເກັບຄືນຜະລິດຕະພັນບາງຮຸ່ນທີ່ຄາດວ່າມີການປົນເປື້ອນ ດັ່ງກ່າວເພື່ອເປັນມາດຕະການປ້ອງກັນລ່ວງໜ້າ.
              ສະເພາະຢູ່ປະເທດລາວ ເຮົາກໍຖືວ່າເປັນຂ່າວໃຫຍ່ສົມຄວນເນື່ອງຈາກວ່າຜະລິດຕະພັນດັ່ງກ່າວ ແມ່ນໄດ້ຮັບ ຄວາມນິຍົມຈາກສັງຄົມຫລາຍໂດຍບໍລິສັດຕົວແທນຈຳໜ່າຍກໍໄດ້ອອກມາຍອມຮັບວ່າ:ພາຍຫລັງມີແຈ້ງການເຕືອນໃຫ້ສັງຄົມໄດ້ ຮັບຮູ້ກ່ຽວກັບກໍລະນີດັ່ງກ່າວຜ່ານສື່ຕ່າງໆກໍມີຜູ້ປົກຄອງຈຳນວນບໍ່ໜ້ອຍໄດ້ໃຫ້ຄວາມສົນໃຈສອບຖາມ ແລະໄດ້ນຳຜະລິດຕະ
ພັນສະເພາະຊຸດມາປ່ຽນແທນໂດຍບໍ່ຕ້ອງເສຍຄ່າໃຊ້ຈ່າຍ ແລະ ຄຽງຄູ່ກັບການເກັບຄືນນົມຊຸດດັ່ງກ່າວ, ບໍລິສັດດູເມັກກໍໄດ້ນຳ ນົມສະເພາະຊຸດດັ່ງກ່າວໄປກວດວິໄຈທັງໃນປະເທດໄທ ແລະ ຕ່າງປະເທດ ແລະ ເພື່ອພິສູດວ່ານົມຝຸ່ນດູເມັກສະເພາະຊຸດທີ່ ເກັບຄືນມີຄວາມປອດໄພຕັ້ງແຕ່ຕົ້ນນັ້ນ, ໃນວັນທີ 28 ສິງຫາກະຊວງອຸດສາຫະກຳຂອງປະເທດນີວຊີ ແລນໄດ້ຢືນຢັນວ່າ:ຜົນ ການກວດວິໄຈບໍ່ພົບເຊື້ອພະຍາດທີ່ກໍ່ໃຫ້ເກີດອັນຕະລາຍແຕ່ຢ່າງໃດຕໍ່ສຸຂະພາບຂອງເດັກ ແລະ ເພື່ອຢ້ຳໃຫ້ຜູ້ບໍລິໂພກມີ ຄວາມສະບາຍໃຈໃນວັນທີ 17 ກັນຍາ 2013, ກົມອາຫານ ແລະ ຢາຂອງປະເທດໃກ້ຄຽງໄດ້ອອກແຈ້ງການເຜີຍແຜ່ຜົນ ການກວດວິເຄາະຜະລິດຕະພັນສະເພາະຊຸດຂອງດູເມັກບໍ່ພົບເຊື້ອທີ່ກໍ່ໃຫ້ເກີດອັນຕະລາຍຕໍ່ສຸຂະພາບຂອງເດັກນ້ອຍ ແລະ ກົມອາຫານ ແລະ ຢາຂອງປະເທດ ດັ່ງກ່າວກໍຍັງແຈ້ງໃຫ້ຜູ້ບໍລິໂພກບໍລິໂພກນົມໄດ້ເປັນປົກກະຕິບໍ່ຕ້ອງເປັນຫ່ວງ. ແຕ່ເຖິງ ຢ່າງໃດກໍຕາມ, ຜະລິດຕະພັນນົມສະເພາະຊຸດຂອງບໍລິສັດດູເມັກທີ່ຖືກເກັບຄືນທັງໝົດນັ້ນເຖິງວ່າຜົນກວດວິເຄາະບໍ່ພົບເຊື້ອ ກໍຕາມ, ບໍລິສັດຢືນຢັນວ່າ:ຈະທຳລາຍຜະລິດຕະພັນດັ່ງກ່າວໃຫ້ໝົດຄາດວ່າໃນມໍ່ໆນີ້ ເພື່ອບໍ່ໃຫ້ຜະລິດຕະພັນຊຸດດັ່ງກ່າວສົ່ງ ກັບໄປຈຳໜ່າຍຕາມຮ້ານຄ້າຕ່າງໆອີກ.
           ຈາກການຢືນຢັນວ່າ: ຜະ ລິດຕະພັນນົມຝຸ່ນດູເມັກສະເພາະ ຊຸດເກັບຄືນມີຄວາມປອດໄພມາ ຕັ້ງແຕ່ຕົ້ນຈາກແຫຼ່ງ ຂ່າວຕ່າງໆຂ້າງເທິງ. ສະນັ້ນຂໍໃຫ້ລູກຄ້າກໍຄືຜູ້ບໍລິໂພກຈົ່ງມີຄວາມໝັ້ນໃຈ, ບໍ່ຕ້ອງມີຄວາມຢ້ານກົວ ແລະ ວິຕົກ ກັງວົນໃດໆຕໍ່ ບັນຫາດັ່ງກ່າວ ແລະ ໃຫ້ສາມາດບໍລິໂພກຜະລິດຕະພັນນົມຍີ່ຫໍ້ດັ່ງກ່າວໄດ້ຕາມປົກກະຕິເພາະວ່າເຫດການໃນຄັ້ງນີ້ສະແດງໃຫ້ ເຫັນວ່າ: ບໍລິສັດດູເມັກເປັນບໍລິສັດລະດັບແຖວໜ້າຂອງໂລກໃນເລື່ອງຄວາມເອົາໃຈໃສ່ຄວາມປອດໄພຂອງຜູ້ບໍລິໂພກເປັນສຳ ຄັນລຳດັບທີໜຶ່ງເຖິງວ່າການເກັບຄືນຜະລິດຕະພັນສະເພາະຊຸດຄັ້ງນີ້ຕ້ອງສູນເສຍຜົນປະໂຫຍດທາງທຸລະກິດຢາງຫຼວງຫຼາຍກໍ ຕາມ, ແຕ່ບໍລິສັດກໍຍັງດຳເນີນການດັ່ງກ່າວຢ່າງຮີບດ່ວນ. ນີ້ສະແດງໃຫ້ເຫັນວ່າ ບໍລິສັດດູເມັກເປັນໜຶ່ງທີ່ບໍ່ຍອມໃຫ້ມີຄວາມ ສຽງຕໍ່ຜູ້ບໍລິໂພກ.

No comments:

Post a Comment