Ad

Ad

30 September 2013

ກຽມປັບປ່ຽນລະບົບການສັນຈອນໃນຫລາຍເສັ້ນທາງຢູ່ນະຄອນຫລວງວຽງຈັນ



         ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ຈະປັບປຸງການສັນຈອນ ໃຫ້ແລ່ນໄດ້ທິດດຽວໃນຖະໜົນ ຈັນທະກຸມມານ, ໄກສອນພົມວິຫານ ແລະ ຖະໜົນ 23 ສິງຫາໂດຍຈະໃຫ້ສຳເລັດໃນທ້າຍປີນີ້.
       ທ່ານ ສີວອນ ຊັບທະວີ ຮອງຫົວໜ້າຂະແໜງຄົມມະນາຄົມຂົນສົ່ງທາງບົກພະແນກໂຍ ທາທິການ ແລະ ຂົນສົ່ງ ນະຄອນ ຫລວງວຽງຈັນ ໃຫ້ຮູ້ວ່າ:ພາຍຫລັງໄດ້ ມີການປັບປຸງ ການສັນຈອນໃນຖະໜົນເຈົ້າຟ້າງຸ່ມໃຫ້ເປັນສັນຈອນທິດດຽວ ຫລື One Way ເມື່ອວັນທີ 25 ສິງຫາຜ່ານມາ ໂດຍໄດ້ແບ່ງກຳລັງເຈົ້າໜ້າທີ່ປະຈຳແຕ່ລະຮ່ອມແຕ່ລະຈຸດເພື່ອ ແນະ ນຳລາຍລະອຽດ ເຊິ່ງໄລຍະອາທິດທຳອິດ ເຫັນວ່າມີຄວາມສັບສົນສົມຄວນເພາະຜູ້ຂັບຂີ່ຈຳ ນວນໜຶ່ງຍັງບໍ່ທັນຮູ້, ມີຜູ້ລະເມີດ 2.700 ກວ່າຄົນ, ບັນດາເສັ້ນທາງເຊື່ອມຕໍ່ສູ່ທາງເຈົ້າ ຟ້າງຸ່ມໂດຍສະເພາະທາງເຊດຖາທິລາດເຊື່ອມຕໍ່ທາງສຸພານຸວົງແມ່ນແອອັດທີ່ສຸດ. ຈົນມາ ຮອດອາທິດທີສອງຜູ້ຂັບ ຂີ່ເລີ່ມຮັບຮູ້ຫລາຍໃນການສັນຈອນເຮັດໃຫ້ມີຄວາມສະດວກຂຶ້ນ ແລະ ໄດ້ເປີດເສັ້ນທາງແຄມຂອງ ເປັນເສັ້ນລ່ອງແຕ່ວັນທີ 1 ກັນຍາເປັນຕົ້ນມາ ສາມາດແບ່ງເບົາການສັນຈອນທີ່ແອອັດໃນເສັ້ນທາງເສດຖາທິລາດໄດ້ສະດວກ ດີຂຶ້ນ ແລະ
ກຽມປັບປຸງຖະໜົນຈັນທະກຸມມານເລີ່ມແຕ່ 3 ແຍກໂຮງແຮມລ້ານຊ້າງເຖິງ 4 ແຍກໄຟອຳນາດຖະໜົນສາມ ແສນໄທ (ທາດດຳ); ຖະໜົນໄກສອນພົມວິຫານເລີ່ມແຕ່ວົງວຽນ 450 ປີເຂົ້າມາຫາຄ້ອງສັນຕິພາບປະຕູໄຊ, ຂາອອກເລີ່ມ ແຕ່ໄຟອຳນາດກະຊວງໂຍທາທິການ ແລະ ຂົນສົ່ງອອກໄຟອຳນາດຖະໜົນ 23 ສິງຫາ ພ້ອມທັງປັບ2ເສັ້ນທາງໃຫ້ເປັນ2ຊ່ອງ ຈະລາຈອນຄືຖະໜົນສີຫອມ ແລະ ຖະໜົນຈາກ 3 ແຍກໂທລະໂຄ່ງຂຶ້ນໄປຫາ 5 ແຍກຕະຫລາດແລງໜອງດ້ວງ.
       ທ່ານ ສີວອນ ກ່າວວ່າ: ການ ປັບປຸງດັ່ງກ່າວຈະເລີ່ມທົດລອງປະຕິບັດໄປແຕ່ລະເສັ້ນໂດຍໃຫ້ສຳເລັດໃນທ້າຍປີນີ້. ພ້ອມ ນີ້ຈະປັບປຸງວຽກອື່ນໆທີ່ສຳຄັນຄືຕິດຕັ້ງປ້າຍຈະລາຈອນຕາມເສັ້ນທາງ; ຕິດຕັ້ງໄຟອຳນາດ; ປັບປຸງໄຟອຳນາດຄືນໃໝ່ 23 ຈຸດ, ປົດປ້າຍລ້ຽວຂວາໄດ້ແຕ່ຕ້ອງລະວັງອອກໝົດ; ແຕ້ມເຂດເຫລືອງຕາມຈຸດແຍກຕ່າງໆ; ຕິດຕັ້ງຖັງນ້ຳປລາສະຕິກໃສ່ບາງຈຸດ ບໍ່ໃຫ້ລົດລ້ຽວໄດ້ຕາມໃຈເພື່ອໃຫ້ການສັນຈອນຕາມຖະໜົນໃນຕົວເມືອງດີຂຶ້ນເປັນລຳດັບ.

No comments:

Post a Comment