Ad

Ad

1 October 2013

ຄວາມສຳຄັນຂອງຄູ ( ຄໍລຳ ສຶກສາ )



           ໂດຍ:  ມະອາລີ ວໍລະບຸດ ຫົວໜ້າພະແນກປະເມີນຜົນ, ກົມສ້າງຄູ       
        ນາຍົກລັດຖະມົນຕີ ແຫ່ງ ສ.ປ.ປ. ລາວ ໄດ້ອອກດຳລັດວ່າດ້ວຍວັນຄູແຫ່ງຊາດ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຄູອາ ຈານຊຶ່ງໄດ້ກຳນົດເອົາວັນທີ 07 ເດືອນຕຸລາຂອງທຸກໆປີ ເພື່ອໃຫ້ຄູອາຈານ ແລະ ພະນັກງານທີ່ເຮັດໜ້າທີ່ການສຶກສາໄດ້ຫວນ ຄືນເຖິງບົດບາດ ແລະ ຄວາມສຳຄັນຂອງວຽກງານຕົນເອງໃນຜ່ານມາ ແລະ ໃຫ້ພົນລະເມືອງລາວທຸກຊັ້ນຄົນໃນສັງຄົມໄດ້ຖື ເອົາວັນ ດັ່ງກ່າວເປັນໂອກາດທີ່ມີຄວາມໝາຍສຳຄັນດັ່ງກ່າວເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຄູອາຈານ. 
   ຄູມີບົດບາດສຳຄັນຢ່າງໃຫຍ່ຫຼວງ ໃນການປະກອບສ່ວນພັດທະນາສັງຄົມມະນຸດນັບແຕ່ໃດໆມາຄູແມ່ນຜູ້ທີ່ມີຄວາມຮູ້ ແລະ   ຖ່າຍທອດບົດຮຽນຕ່າງໆໃຫ້ແກ່ຜູ້ອື່ນໆກ່ຽວກັບການປັບປຸງຄຸນນະພາບຂອງຄູສອນດັ່ງນັ້ນຄູຕ້ອງກະກຽມທີ່ດີເພື່ອ ສົ່ງເສີມໃຫ້ນັກຮຽນໄດ້ຮຽນຮູ້ໂດຍຜ່ານການຄົ້ນຄິດ, ເຮັດ ແລະ ແກ້ໄຂບັນຫາດ້ວຍຕົນເອງ. ທັງແມ່ນຜູ້ເຮັດໜ້າທີ່ເປັນຜູ້ຊຸກ ຍູ້ໃຫ້ນັກຮຽນຄົ້ນຄິດຢ່າງເປັນລະບົບ ແລະ ມີຫົວຄິດປະດິດສ້າງ;ຊຸກຍູ້ໃຫ້ນັກຮຽນນຳເອົາບົດຮຽນຂອງຜູ້ອື່ນເພື່ອພັດທະນາ ຕົນເອງຢ່າງມີປະສິດຕິພາບເວົ້າລວມແລ້ວ, ຄຸນນະພາບຂອງຄູສອນຕ້ອງສະແດງອອກໃນຫຼາຍດ້ານໃນບົດຂຽນນີ້, ຂ້າພະເຈົ້າ ຈະເນັ້ນໃສ່ຫົວຂໍ້ “ ການກະກຽມຂອງຄູສອນ” ຊຶ່ງເປັນອົງປະກອບອັນໜຶ່ງທີ່ສຳຄັນໃນການດຳເນີນການສອນ-ການຮຽນ.
ຄູຕ້ອງກະກຽມຫຍັງແດ່ກ່ອນຈະຂຶ້ນຫ້ອງສອນ ? ມີບາງຄົນເວົ້າວ່າຄູບໍ່ຈຳເປັນຕ້ອງກະກຽມການສອນຍ້ອນວ່າມີບົດສອນ/ ແຜນການສອນທີ່ເຄີຍໃຊ້ຜ່ານມາ ຫຼື ມີປະສົບການໃນການ ສອນວິຊານັ້ນໆຫຼາຍປີມາແລ້ວ...ແຕ່ຄວາມຈິງແລ້ວຄູຕ້ອງກະ ກຽມຫຼາຍຢ່າງເພື່ອເຮັດໃຫ້ການສອນຂອງຕົນບັນລຸຜົນຕາມທີ່ໄດ້ກຳນົດໄວ້.
           ຕົວຢ່າງ: ກ່ອນຈະສອນ ກ່ຽວກັບການບວກ, ຄູຕ້ອງຄິດ ແລະ ຕັ້ງສົມມຸດຖານໄວ້ວ່າ :       “ ນັກຮຽນບໍ່ເຄີຍຮຽນ ຮູ້ກ່ຽວກັບ ການບວກມາກ່ອນ” ແລະ ຕ້ອງຕອບຄຳຖາມຕ່າງໆລຸ່ມນີ້ກ່ອນ ຈະຂຶ້ນຫ້ອງສອນທຸກໆຄັ້ງ :
             - ຄູມີຄວາມຮູ້ ແລະ ເຂົ້າໃຈ ກ່ຽວກັບການບວກໃນລະດັບໃດ ?
            - ຖ້າບໍ່ເຂົ້າໃຈກ່ຽວກັບການ ບວກ, ຄູຄວນຂໍຄວາມຊ່ວຍເຫຼືອ ຈາກໃຜ, ແນວໃດ ?   
             - ນັກຮຽນ ຫຼື ຄູຈະເຮັດຫຍັງແດ່ ໃນຫ້ອງຮຽນ ? ນັກຮຽນຈະໄດ້ ຫຍັງຫຼັງຈາກການຮຽນ?
              - ຈະນຳໃຊ້ອຸປະກອນ/ສື່ການ ສອນ-ການຮຽນປະເພດໃດ, ເຮັດ ແນວໃດຈຶ່ງຈະໄດ້ສື່ດັ່ງກ່າວ ແລະ ຈະນຳໃຊ້ແນວໃດ ໃນຫ້ອງຮຽນ?
 - ຄູຕ້ອງເຮັດແນວໃດ ເພື່ອໃຫ້ ນັກຮຽນສາມາດບວກເລກໄດ້ ໂດຍຜ່ານການຄົ້ນຄິດ, ເຮັດ ແລະ ແກ້ໄຂບັນຫາດ້ວຍຕົວເຂົາເຈົ້າ ເອງ ?
  - ຄູຕ້ອງເຮັດແນວໃດເພື່ອໃຫ້ ນັກຮຽນຄົ້ນຄິດຢ່າງເປັນລະບົບ ແລະ ມີຫົວຄິດປະດິດສ້າງ ?
- ຄູຈະຊຸກຍູ້ໃຫ້ນັກຮຽນເຮັດ ວຽກນຳກັນ-ຮຽນຮູ້ນຳກັນແນວ ໃດ ແລະ ເພື່ອຫຍັງ ?
- ເຮັດແນວ ໃດຈຶ່ງຈະຮູ້ວ່ານັກ ຮຽນບັນລຸຜົນຕາມເປົ້າໝາຍທີ່ ກຳນົດໄວ ້? -  ແລະອື່ນໆ.
  ເຖິງວ່າຄູສອນເຄີຍໄດ້ຕອບຄຳຖາມຕ່າງໆທີ່ກ່າວມາ ຂ້າງເທິງນັ້ນ ຫຼື ມີປະສົບການ ກ່ຽວກັບການສອນເລກບວກມາ ແລ້ວ ຫຼາຍປີກໍຕາມແຕ່ຍັງມີຄວາມຈຳເປັນຕ້ອງສືບຕໍ່ປັບປຸງ ແລະ ພັດທະນາການສອນ-ການ ຮຽນເລກບວກໃຫ້ສອດຄ່ອງກັບສະ ພາບຂອງຫ້ອງຮຽນ ແລະ ທ່າອ່ຽງໃນອະນາຄົດ.
      ຄູສອນພາສາອັງກິດໃນໂຮງຮຽນແຫ່ງໜຶ່ງ (ສອນໄດ້ 2 ປີ) ໄດ້ເວົ້າວ່າຕົນເອງມີຄວາມຫຍຸ້ງຍາກໃນການສອນກ່ຽວກັບ “ການຂຽນພາສາອັງກິດ”, ນັກຮຽນບໍ່ສາມາດສ້າງປະໂຫຍກໄດ້, ຈຶ່ງຈຳເປັນເຂົ້າຫ້ອງສະໝຸດເພື່ອສຶກສາວິທີສ້າງປະໂຫຍກ ແລະ ພາກສ່ວນຂອງຄຳເວົ້າໃນເອກະສານຕ່າງໆ. ຜູ້ກ່ຽວຍັງໄດ້ໃຫ້ທັດສະນະວ່າຄູໃນຍຸກປະຈຸບັນຈຳເປັນຕ້ອງພັດທະນາຕົນ ເອງຢ່າງຕໍ່ເນື່ອງ, ຕ້ອງຮູ້ພາສາຕ່າງປະເທດໃດຫນຶ່ງທີ່ດີໂດຍສະເພາະກໍແມ່ນພາສາອັງກິດ,ຮູ້ນຳໃຊ້ຄອມພິວເຕີ ແລະ ອິນເຕີ ເນັດ, ອ່ານໃຫ້ຫຼາຍ, ຊອກໂອກາດເຂົ້າຮ່ວມເຝິກອົບຮົມໃນຫົວຂໍ້ຕ່າງໆທີ່ກ່ຽວພັນກັບວິຊາສະເພາະຂອງຕົນ, ມີຄວາມຮູ້-ຄວາມສາມາດເຜີຍແຜ່ ແນະນຳຊ່ວຍເຫຼືອຜູ້ອື່ນ (ເປັນການຮຽນຮູ້ແບບໜຶ່ງ), ເບິ່ງໂທລະພາບ ແລະ ໜັງສືພິມທັງລາຍການ ທີ່ເປັນພາສາລາວ ແລະ ພາສາອັງກິດໃຫ້ຫຼາຍໆ. ໃນອິນເຕີເນັດ, ມີສື່ການສອນຢ່າງຫຼວງຫຼາຍ, ສາມາດຄົ້ນຫາຂໍ້ມູນໃໝ່ໆ, ຮຽນພາສາອັງກິດກໍໄດ້. ຄູສອນຄະນິດສາດໃນໂຮງຮຽນແຫ່ງດັ່ງກ່າວ (ສອນໄດ້ 11 ປີ) ເວົ້າວ່າຕົນເອງໄດ້ນຳໃຊ້ຄອມພິວເຕີເປັນ ປະຈຳເພື່ອຮັບໃຊ້ການສອນ-ການຮຽນ ແລະ ວຽກງານອື່ນໆ   ທັງນຳໃຊ້ອິນເຕີເນັດເພື່ອຄົ້ນຫາບົດຮຽນຕ່າງໆຜູ້ກ່ຽວໄດ້ເນັ້ນ ອີກ  ວ່າ “ ຂ້າພະເຈົ້າມີຄອມພິວເຕີເປັນຂອງສ່ວນຕົວ,  ການຄົ້ນຫາບົດຮຽນໃນອິນເຕີເນັດເປັນເລື່ອງທີ່ບໍ່ຍາກ, ເຖິງວ່າເນື້ອ ໃນບົດຮຽນທີ່ສະແດງຢູ່ໜ້າຈໍຄອມພິວເຕີເປັນພາສາອັງກິດກໍຕາມແຕ່ຂ້າພະເຈົ້າກໍເບິ່ງພຽງແຕ່ຂັ້ນຕອນໃນການແກ້ບົດຝຶກຫັດບາງຄັ້ງກໍປະກົດເຫັນເນື້ອໃນບົດຮຽນເປັນພາສາໄທຖ້າເປັນໄປໄດ້ຂໍໃຫ້ມີເນື້ອໃນບົດຮຽນທີ່ເປັນພາສາລາວກໍຍິ່ງເປັນການດີ.
        ຄູສອນສອງທ່ານທີ່ກ່າວມານັ້ນອາດເປັນຕົວແທນໃຫ້ແກ່ຄູສອນທີ່ພວມພັດທະນາຕົນເອງ, ຊີ້ໃຫ້ເຫັນສະພາບຕົວຈິງຢູ່ ໃນຫ້ອງຮຽນ ແລະ ຄວາມຕ້ອງການໃນການພັດທະນາ.

No comments:

Post a Comment