Ad

Ad

1 October 2013

ທະນາຄານ​ຮ່ວມ​ທຸລະ​ກິດລາວ​-ຫວຽດມອບ​ລາງວັນໃຫ້​ລູກ​ຄ້າ



             ພາຍຫລັງ​, ທະນາຄານຮ່ວມ​ທຸລະ​ກິດ​ລາວ-ຫວຽດ, ໄດ້​ມີ​ການ​ຈັບ​ລາງວັນຫາ​ຜູ້​ໂຊກ​ດີ​​ເມື່ອ​ວັນ​ທີ 14 ກັນຍາ​ຜ່ານ​ມາ​ໃນ​ໂຄງການ “ ​ເງິນ​ຝາກ​ປະຢັດ​ລຸ້ນຊັບ​ຮັບ​ໂຊກ​ປີ 2013 ” ​ແລະ ​ມາໃນ​ວັນ​ທີ 28 ກັນຍາຜ່ານ​ມາ, ທະນາຄານ​ ດັ່ງກ່າວ ​​ໄດ້​ມີ​ພິທີ​ມອບ​ລາງ​ວັນ​ໃຫ້​ລູກ​ຄ້າ​ຜູ້​ໂຊກ​ດີ​ຫລາຍ​ລາງວັນ​ຄື: ລາງວັນ​ທີ1ລົດ​ໂຕ​ໂຍຕາ​ແລນ ຄຣູ​ເຊີ​ ປຣາ​ໂດ 1 ລາງວັນ ຜູ້​ໂຊກ​ດີ​​ໄດ້​ແກ່ທ່ານ​ນາງ ວຽງ​ສະຫວັນ ມະ​ໂນ​ທຳມອບໂດຍ​ທ່ານ ດວ່າ​ນ ຫວຽດນາມ ອຳນວຍ​ການ​ທະນາ ຄານດັ່ງກ່າວ,ສ່ວນລາງວັນ​ທີ 2 ລົດຈັກ​ສະ​ກູ​ປີ​ໄປ​ມີ 5 ລາງວັນ, ລາງວັນ​ທີ3 ຄອມ​ພິວ​ເຕີ​​ໂນດ​ບຸກຍີ​ຫໍ້ ​ແມ໋ກບຸກ 5 ລາງວັນ, ລາງວັນ​ທີ4ມີ ມິ​ນິ​ໄອ​ແພດ 10 ລາງວັນ ​ແລະ ລາງວັນ​ເງິນ​ຝາກ​ຈຳນວນ 2 ລ້ານ​ກີບ 20 ລາງວັນ.
         ທ່ານ ອຳນວຍການທະນາຄານ ດັ່ງກ່າວມີຄຳເຫັນວ່າ: ທະນາຄານຮ່ວມທຸລະ ກິດລາວ-ຫວຽດນາມ ສ້າງຕັ້ງຂຶ້ນໃນປີ 1999 ພາຍ ໃຕ້ການຮ່ວມທຶນລະຫວ່າງທະນາຄານການຄ້າຕ່າງປະເທດລາວມະຫາຊົນ (BCEL) ແລະ ທະນາຄານຫຸ້ນສ່ວນ ການຄ້າລົງທຶນ ແລະ ພັດທະນາຫວຽດນາມ (BIVD) ເພື່ອປະຕິບັດໜ້າທີ່ທີ່ລັດຖະ
ບານສອງປະເທດມອບໝາຍໃຫ້ຄື: ເປັນ ຂົວຕໍ່ໃນການຊຳລະສະສາງ, ແລກປ່ຽນລະຫວ່າງເງິນກີບກັບເງິນດົງ, ຮັບໃຊ້ການພົວ ພັນເສດຖະກິດ, ການຄ້າ ແລະການລົງ ທຶນລະຫວ່າງລັດຖະບານ, ວິສາຫະກິດ ແລະ ປະຊາຊົນສອງປະເທດ, ຕະຫລອດ ໄລຍະ 14 ປີ ຜ່ານມາ, ການເຄື່ອນໄຫວ ຂອງທະນາຄານໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງແລະໄດ້ກາຍເປັນໜຶ່ງໃນບັນ ດາທະນາຄານທຸລະກິດທີ່ມີຂະໜາດການ ເຄື່ອນໄຫວໃຫຍ່ໃນຕະຫລາດການເງິນຢູ່ລາວ, ກາຍເປັນແບບຢ່າງຂອງການ ພົວພັນຮ່ວມມືດ້ານເສດຖະກິດລະຫວ່າງສອງປະ ເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດນະໂຍບາຍການເງິນ, ເງິນຕາ, ຮັບໃຊ້ພາລະກິດພັດທະນາເສດຖະກິດ-ສັງຄົມຂອງສອງປະເທດລາວ ແລະ ຫວຽດນາມ ໃຫ້ເຕີບໃຫຍ່ເຂັ້ມແຂງເປັນ ກ້າວໆມາ.
       ​ໃນ​ໂອກາດ​ດັ່ງກ່າວ, ທ່ານ​ອໍ​ານວຍການ​ທະນາຄານ​ຮ່ວມ​ທຸລະ​ກິດ​ລາວ-ຫວຽດ ​ແລະ ທ່ານ​ນາງ ວຽງ​ສະຫວັນ ມະ​ໂນ​ທຳ ​ໄດ້​ມອບ​ເງິນໃຫ້ແກ່​​ມູນ​ນິທິ​ຊ່ວຍ​ເຫລືອ​ຄົນ​ທຸກ​ຍາກ​ເມືອງ​ຈັນທະ​ບູລີ, ນະຄອນຫລວງ​ວຽງ​ຈັນ ທ່ານລະ 15 ລ້ານກີບ ​ເຊິ່ງໃຫ້ ກຽດຮັບ​ໂດຍ​ທ່ານ​ເຈົ້າ​ເມືອງ​ຈັນທະ​ບູລີ.

No comments:

Post a Comment