Ad

Ad

1 October 2013

ທຳລາຍຕູ້ເກມຜິດກົດຫມາຍຈຳນວນຫລາຍ



        ໃນ​ວັນ​ທີ 27 ກັນຍາ​ຜ່ານ​ມາ,​ ກອງ​ບັນຊາ​ການ ປກສ ​ເມືອງ​ໄຊ​ເສດ​ຖາ, ນະຄອນຫລວງ​ວຽງ​ຈັນ,​ ໄດ້​ທຳລາຍ​ຕູ້​​ເກ​ມ ຢອດ​ຫລຽນ​ຜິດກົດໝາຍຈຳນວນ 27 ໜ່ວຍ, ທີ່ ຢຶດ​ໄດ້​ຈາກຮ້ານເກມ 7 ແຫ່ງທີ່​ສວຍ​ໂອກາດ​ເປີດ​ໃຫ້​ບໍລິການ​ໃນ​ເຂດ​ເມືອງ​​ດັ່ງກ່າວດ້ວຍ​ຮູບ​ແບບ​ການ​ພະນັນ, ມົ້ວ​ສຸມ​ຢາ​ເສບຕິດ ​ແລະ ອະ​ໄວ​ຍະ​ມຸກ​ຕ່າງໆ ອັນ​ກໍ​ໃຫ້​ເກີດ​ປະກົດ​ການ​ຫຍໍ້​ທໍ້​ທີ່​ບໍ່​ດີ​ຕໍ່​ສັງ ຄົມ ​ເຊິ່ງ​ໄລຍະ​ຜ່ານ​ມາ​, ເຈົ້າໜ້າ​ທີ່​ ກໍເຄີຍນຳເອົາເຈົ້າຂອງຜູ້ປະກອບ ການດັ່ງກ່າວມາສຶກສາ​ອົບຮົມ ​ແລະ ກ່າວ​ເຕືອນ ຫລາຍ​ ຄັ້ງ​ເພື່ອ​ໃຫ້​ຢຸ​ດ​ເຊົາ​​​ໃນ​ການບໍລິການທີ່ລະເມີດລະບຽບກົດໝາຍດັ່ງກ່າວ,​ ແຕ່​​ຍັງ​​ດື້ດ້ານ​ຝ່າຝືນດັ່ງນັ້ນ​ເຈົ້າໜ້າ​ທີ່​ສະ​ເພາະ​ກິດຈຶ່ງ ຢຶດອຸປະກອນຕູ້​ເກ​ມດັ່ງກ່າ​ວ​ເພື່ອ​ມາ​ທຳລາຍ​ຖີ້ມຕາມ​ລະບຽບ​ກົດໝາຍ.

1 comment:

  1. ອະໄວຍະມູກກະມີເນາະ

    ReplyDelete