Ad

Ad

3 October 2013

ສປປ ລາວ ແຈ້ງໃຫ້ປະເທດເພື່ອນບ້ານຊາບກ່ຽວກັບການພັດທະນາໂຄງການພະລັງງານໄຟຟ້ານ້ຳຕົກ



           ໃນລະຫວ່າງກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 13  ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນບາລີ, ປະເທດ ອິນໂດ ເນເຊຍໃນອາທິດທີ່ຜ່ານມາ, ຄະນະຜູ້ແທນລາວໄດ້ຖືໂອກາດພົບປະສອງຝ່າຍກັບຄະນະຜູ້ແທນຫວຽດນາມ  ແລະ ໄທ ເພື່ອ ລາຍງານຄວາມຄືບໜ້າກ່ຽວກັບການກໍ່ສ້າງເຂື່ອນໄຟຟ້ານ້ຳຂອງໄຊຍະບູລີ ເຊິ່ງມີມູນຄ່າ 3,5 ຕື້ໂດລາສະຫະລັດ ແລະ ສະເໜີກ່ ຽວກັບແຜນການກໍ່ສ້າງເຂ່ືອນໄຟຟ້ານ້ຳຕົກດອນສະໂຮງທີ່ແຂວງຈຳປາສັກ. ຈຸດປະສົງໃນການພົບປະເທື່ນີ້ ແມ່ນແນໃສ່ອະທິ ບາຍໃຫ້ປະເທດເພື່ອນບ້ານເຂົ້າໃນ ແລະ ສະໜັບສະໜູນການພັດທະນາໂຄງການດັ່ງກ່າວ. ພ້ອມດຽວກັນ, ຄະນະຜູ້ແທນ ລາວກໍໄດ້ເຊື້ອເຊີນໃຫ້ຄະນະຜູ້ແທນຈາກຫວຽດນາມ ໄດ້ເຊື້ອເຊີນໃຫ້ຄະນະຜູ້ແທນຈາກຫວຽດນາມ ແລະ ໄທ ໄປຮ່ວມຕິດ ຕາມການພັດທະນາໂຄງການຕາມອັດທະຍາໄສ.                
             ໃນການມີຄຳເຫັນພາຍຫລັງກອງປະຊຸມ, ທ່ານ ວິຣະພົນ ວິຣະວົງສ໌, ລັດຖະມົນຕີຊ່ວຍວ່າການກະຊວງພະລັງ ງານ ແລະ ບໍ່ແຮ່, ໄດ້ກ່າວວ່າ: “ສປປ. ລາວ ໄດ້ສືບຕໍ່ການສຶກສາຈຳນວນໜຶ່ງ ແລະ ໄດ້ມີມາດຕະການດຳເນີນງານເພື່ອຕອບ ສະໜອງຄວາມຫ່ວງໄຍຂອງປະເທດໃກ້ຄຽງ. ພວກເຮົາໄດ້ລາຍງານຄວາມຄືບໜ້າຂອງການກໍ່ສ້າງໂຄງການເຂື່ອນໄຟຟ້ານ້ຳ ຂອງໄຊຍະບູລີ ແລະ ການດັດແກ້ແບບກໍ່ສ້າງຈຳນວນໜຶ່ງຄືນໃໝ່ເພື່ອແກ້ໄຂຄວາມຫ່ວງໄຍຂອງບັນດາປະເທດພາຄີຄະ ນະກຳມະທິການແມ່ນ້ຳຂອງສາກົນ”.        
           
          ທ່ານ ວິຣະພົນ ວິຣະວົງສ໌ ກ່າວຕໍ່ໄປອີກວ່າ: “ພ້ອມດຽວກັນ ນີ້, ພວກເຮົາກໍໄດ້ແຈ້ງໃຫ້ຄະນະຜູ້ແທນປະເທດໃກ້ ຄຽງທັງສອງວ່າ: “ດ້ວຍຄວາມປະສົງຂອງ ສປປ ລາວ ທີ່ຈະພັດທະນາໂຄງການເຂື່ອນໄຟຟ້ານ້ຳຕົກດອນສະໂຮງພາຍຫລັງທີ່ ໄດ້ມີການສຶກສາກ່ຽວຂ້ອງມາໄດ້ຫລາຍປີແລ້ວພວກເຮົາໄດ້ມອບໃຫ້ວິສາວະກອນເອກະລາດກວດສອບລາຍລະອຽດຂອງ ໂຄງການ ແລະ ສະຫລຸບໄດ້ວ່າໂຄງການດັ່ງກ່າວ ຈະບໍ່ມີຜົນກະທົບສຳຄັນໃດໆຕໍ່ແມ່ນ້ຳຕອນລຸ່ມ. ພວກເຮົາໄດ້ສືກສາໂຄງ ການຢ່າງວິທະຍາສາດ, ເພາະ ສະນັ້ນ ຈຶ່ງມີຄວາມຄ້ອງການທີ່ຢາກໃຫ້ປະເທດເພື່ອນບ້ານເຂົ້າໃຈ ແລະ ສະໜັບສະໜູນ ໂຄງການນີ້”.                  
        ເຂື່ອນໄຊຍະບູລີ ເປັນເຂື່ອນ ໄຟຟ້າ ນ້ຳຕົກແບບອ່າງນ້ຳໄຫລ ແຫ່ງທຳ ອິດທີ່ມີການສ້າງຂຶ້ນໃນ ແມ່ນ້ຳຂອງ ຕອນລຸ່ມ. ປັດຈຸບັນມີ ແຮງງານທັງໝົດ ປະມານ 8.000 ຄົນ ທ່ີພວມເຮັດວຽກ ຢູ່ໂຄງການ ກໍ່ສ້າງເຂື່ອນດັ່ງກ່ານ ເຊິ່ງ ມີກຳ ລັງຕິດຕັ້ງ 1.285 ເມກາວັດ. ໃນ ຈຳນວນແຮງງານທັງໝົດທີ່ກ່າວ ມານັ້ນ, ມີ 5.840 ແຮງງານເປັນ ຄົນ ລາວ ແລະ ສ່ວນທີ່ເຫລືອເປັນ ຄົນ ໄທ ແລະ ຊາດອື່ນໆອີກເກືອບ 20 ເຊື້ອຊາດ.                   
       ອີງຕາມການລາຍງານ ຫລ້າ ສຸດ ຈາກຜູ້ພັດທະນາໂຄງການ, ບໍລິສັດ ໄຊຍະບູລີ ພາວເວີ ຈຳກັດ (XPCL) ມາເຖິງປັດ ຈຸບັນ ໄດ້ມີ ການໃຊ້ຈ່າຍ  ເຂົ້າໄປໃນການພັດ ທະນາໂຄງການ ແລ້ວຫລາຍ ກວ່າ 500 ລ້ານໂດລາສະ ຫະລັດ ຫລື  17% ຂອງມູນຄ່າທັງໝົດ. ເຂື່ອນໄຟຟ້າໄຊຍະບູລີ ບໍ່ພຽງ ແຕ່ ຈະມີບົດບາດໃນການຊຸກຍູ້ການ ເຕີບໃຫຍ່ຂະຫຍາຍຕົວຂອງເສດ ຖະກິດລາວເທ່ົານັ້ນ ແຕ່ຍັງຈະປະກອບສ່ວນສຳຄັນເຂົ້າໃນການພັດ ທະນາຊຸມ ຊົນ ແລະ ການລຶບລ້າງ ຄວາມທຸກຍາກ ໃນ ແຂວງໄຊຍະບູລີນຳອີກດ້ວຍ. ດ້ວຍຄວາມເອື້ອອຳນວຍທາງດ້ານສະພາບພູມ ສາດທີ່ສ່ວນໃຫຍ່ເປັນພູເຂົາ ແລະ ອຸດົມສົມບູນ ດ້ວຍແມ່ນ້ຳລຳເຊ. ສປປ.ລາວ ຈຶ່ງຖືສຳຄັນທ່າແຮງທາງດ້ານການພັດທະນາພະລັງງານໄຟຟ້ານ້ຳຕົກ.                    
             ທີ່ກອງປະຊຸມລັດຖະມົນຕີພະລັງງານອາຊຽນຄັ້ງທີ 31 , ທ່ານລັດຖະມົນຕີຊ່ວຍວ່າການ ໄດ້ສະເໜີວ່າ: “ເພື່ອໃຫ້ ສາມາດນຳໃຊ້ທ່າແຮງມະຫາສານທາງດ້ານພະລັງງານໄຟຟ້ານ້ຳຕົກຂອງຕົນໃຫ້ເກີດປະໂຫຍດສູງສຸດ, ສປປ.ລາວ ສະໜັບສະ ໜູນທຸກໆການເຊື່ອມລະບົບສາຍສົ່ງ ໄຟຟ້າແຮງ ສູງລະຫວ່າງປະເທດ, ເຊິ່ງກ່ອນອື່ນໝົດແມ່ນການອຳນວຍຄວາມສະດວກ ໃຫ້ແກ່ການສົ່ງອອກດ້ານພະລັງງານໄປຍັງປະເທດເພື່ອນບ້ານເປັນແຕ່ລະໂຄງການ ແລະ ໃນທີ່ສຸດກ້າໄປສູ່ເປົ້າໝາຍແຫ່ງພັດ ທະນາການ ແລະ  ປະຕິບັດການເຊ່ືອຍໂຍງແບບລະບົບ-ຕໍ່-ລະບົບ. ນະໂຍບາຍດ່ັງກ່າວພະລັງໄຟຟ້ານ້ຳຕົກມີຄວາມສຳຄັນ ຫລາຍຕໍ່ການພັດທະນາໃນອະນາຄົດຂອງປະເທດລາວ. ຖ້າຫາກວ່າພວກເຮົາວາງນະໂຍບາຍວ່າດ້ວຍການພັດທະນາພະລັງໄຟ ຟ້ານ້ຳຕົກໃຫ້ຖືກຕ້ອງແລ້ວ, ມັນກໍ່ຈະຊ່ວຍຊຸກຍູ້ການເຕີບໃຫຍ່ຂອງເສດຖະກິດກໍຄືວາມພະຍາຍາມທີ່ຈະຫລຸດຜ່ອນຄວາມ ທຸກຍາກຂອງປະຊາຊົນຢ່າງມີບາດກ້າວໜັກແໜ້ນ ແລະ ເປັນປົກກະຕິ”.                    
        ໃນປີ 2012 ກຳລັງຕິດຕັ້ງໄຟ ຟ້າ ຂອງ ສປປ.ລາວ ໄດ້ເພ່ີມຂຶ້ນ ເຖິງ 3.200 ເມກາວັດ ເຊິ່ງ 75% ຂອງ ຈຳນວນດັ່ງ ກ່າວໄດ້ຖືກສົ່ງອອກໄປໃຫ້ປະເທດໄທ ແລະ ຫວຽດນາມ. ປັດຈຸບັນ, ໂຄງການ ພະລັງງານ 9 ແຫ່ງ ທີ່ມີກຳລັງຕິດຕັ້ງ 4.000 ເມກາວັດພວມໄດ້ຮັບການກໍ່ສ້າງ ແລະ ອີກ ຈຳນວນ 20 ໂຄງການທີ່ຈະເພ່ີມອີກ 5.800 ເມກາວັດ ແມ່ນໄດ້ນອນຢູ່ໄລຍະ ສຸດທ້າຍຂອງການກະກຽມໃຫ້ແກ່ການກໍ່ສ້າງ. ຕໍ່ຈາກເຂ່ືອນໄຊຍະບູລີ, ຍັງມີອີກຫລາຍເຂື່ອນທີ່ໄດ້ຮັບການສຶກຢ່າງມີວິທະ ຍາສາດໂດຍຜູ້ຊ່ຽວຊານທີ່ມີຊື່ສຽງໃນສາກົນເພື່ອຮັບປະກັນບໍ່ໃຫ້ມີຜົນກະທົບເສຍຫາຍສຳຄັນໃດໆຕໍ່ພາຍໃນ ແລະ ຂ້າມຜ່ານ ປະເທດໃນ ໄລຍະຍາວເພື່ອຈະກໍ່ສ້າງໂຄງການຕາມລຳແມ່ນ້ຳຂອງໃນ ສປປ. ລາວ.                     
       ໃນປີ 2020, ຄາດວ່າກຳລັງ ຕິດ ຕັ້ງໄຟຟ້າຂອງ ສປປ.ລາວ ທັງໝົດ ຈະເພ່ີມຂຶ້ນເປັນປະມານ 12.500 ເມກາວັດ ເຊິ່ງ ໃນນີ້ຈຳນວນ 85%  ພ້ອມທ່ີຈະຂາຍສົ່ງອອກໄປປະເທດໄທ, ຈີນ, ຫວຽດນາມ ແລະ ກຳປູເຈຍ.

No comments:

Post a Comment