Ad

Ad

3 October 2013

ສະພາສະເຫນີລັດຖະບານເລັ່ງເຜີຍແຜ່ໃຫ້ພະນັກງານເຂົ້າໃຈຄວາມຈຳເປັນການຕັດເງິນອຸດຫນູນ



          ພາຍຫລັງ,​ ທ່ານລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ ພູ​ເພັດ ຄຳ​ພູນ​ວົງ ​ໄດ້​ອອກ​ມາ​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ ເມື່ອ​ບໍ່​ດົນ​ນີ້ວ່າ​:ໃນ​ສົກ​ປີ 2013- 2014 ​ລັດຖະບານມີ​ຄວາມ​ຈຳ​ເປັນຢຸດຕິຈ່າຍ​ເງິນ​ອຸດ​ໜູນ​ຄ່າ ຄອງ​ຊີບພະນັກງານລັດຖະ ກອນຈຳ ນວນ 760.000 ກີບຕໍ່ ເດືອນ,ຈາກນັ້ນ ​ໄດ້​​ເຮັດ​ໃຫ້ພະ ນັກງານ​ລັດຖະກອນ​ຈຳນວນ​ບໍ່​ໜ້ອຍ​ມີ​ຄວາມສົນ​ໃຈ​ຕໍ່​ການ​ຕັດ​ສີນ​ໃຈ​ຂອງ​ລັດຖະບານ​ຕໍ່ບັນຫາດັ່ງກ່າວ ທັງໆ​ທີ່​ງົບປະມານ​ໃນ​ຫວ່ງອຸດ​ໜູນ​ແມ່ນ​ໄດ້​ມີ​ການ​ຮັບຮອງ​​ຕົວ​ເລກ​ລາຍ​ຈ່າຍ​ງົບປະມານ ຈາກສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ​ກໍ​ໄດ້​ອອກດຳລັດປະກາດ​​ໃນ​ການຈັດຕັ້ງປະຕິບັດ​ເປັນ​ຢ່າງ​ດີ ​ແລະ ​ໄດ້ປະຕິບັດການ​ອຸດ​ໜູນມາ​ຢ່າງ​ເປັນ​ປົກກະຕິ​ໃນ​ສົກປີຜ່ານ​ມາອັນໄດ້​​ຊ່ວຍ​ໃຫ້ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ​ລັດຖະກອນ, ທະຫານ, ຕຳ ຫລວດ ແລະ ພະນັກງານ​ອາວຸ​ໂສບໍ​ານານໃນ​ຂອບ​​ເຂດ​ທົ່ວ​ປະ​ເທດ​ດີ​ຂຶ້ນ​ເປັນ​ລຳດັບ.
       ຕໍ່​ບັນ​ຫາ​ດັ່ງກ່າວທ່ານ​ນາງ ສຸວັນ​ເພັງ ບຸຜານຸວົງ ປະທານ​ກຳ ມາ​ທິການ​ເສດຖະກິດ,​ແຜນການ ​ແລະ ການ​ເງິນສະພາ​ແຫ່ງ​ຊາດ ກ່າວ​ວ່າ: ​ໃນ​ກອງ​ປະຊຸມຂອງຄະນະປະ​ຈຳ​ສະພາ​ລະຫວ່າງວັນ​ທີ 30 ກັນຍາ​ຫາ​ວັນ​ທີ 1 ຕຸລາ​ນີ້, ສະພາ​ແຫ່ງ​ຊາດກໍ​ໄດ້​ເຊິີນຜູ້​ຕ່າງ​ໜ້າ​ກະຊວງ​ການ​ເງິນ, ກະຊວງ​ແຜນການ ​ແລະ ການລົງທຶນ ​ແລະ ກະຊວງ​ອື່ນໆ​ທີ່ກ່ຽວພັນມາລາ​ຍງານຢູ່ກອງ​ປະ ຊຸມ​ດັ່ງກ່າວ​ເຖິງ​ເຫດຜົນ ​ແລະ ຄວາມ​ຈຳ​ເປັນ​ໃນ​ການ​ຢຸດຈ່າຍ​ເງິນ​ອຸດ​ໜູນ​ວ່າ: ນັບແຕ່ປີ 2010 - 2012 ການເກັບລາຍຮັບ ແມ່ນໄດ້ເກີນຄາດໝາຍສາມາດຕອບສະໜອງຄວາມຕ້ອງການຈ່າຍຂອງລັດຖະບານໄດ້ຢ່າງພຽງພໍເປັນຕົ້ນ: ເງິນເດືອນພະນັກ ງານ, ເງິນອຸດໜູນ ແລະ ບໍລິຫານຕ່າງໆ ແລະ ຕົກມາໄລຍະ 6 ເດືອນຕົ້ນສົກປີ 2012- 2013 ການຈັດຕັ້ງປະຕິບັດແຜນງົບ
ປະມານຍັງປະຕິບັດໄດ້ດີເກັບລາຍຮັບໄດ້ຕາມຄາດໝາຍທີ່ກຳນົດໄວ້ສະໜອງຄວາມຈຳເປັນໃນການຈ່າຍໄດ້ໃນລະດັບອັນແນ່ ນອນ. ແຕ່ມາຮອດ 6 ເດືອນ ທ້າຍປີມີການດັດແປງແຜນງົບປະມານແຫ່ງລັດເນື່ອງຈາກຄວາມຕ້ອງການຈ່າຍທາງດ້ານງົບປະ ມານມີເພີ່ມຂຶ້ນຢ່າງຫລວງຫລາຍໂດຍສະເພາະເງິນເດືອນ, ເງິນອຸດໜູນເຊິ່ງສົກປີ 2012- 2013 ເປັນປີທຳອິດທີ່ລັດຖະບານ ໄດ້ປະຕິບັດນະໂຍບາຍເພີ່ມເງິນເດືອນໃໝ່ໃຫ້ພະນັກງານລັດຖະກອນ, ທະຫານ, ຕຳຫລວດລວມທັງພະນັກງານບຳນານ, ຈາກດັດຊະນີ 3.500 ມາເປັນ 4.800 ແລະ ມີເງິນອຸດໜູນ 760.000 ກີບຕໍ່ຄົນ ຕໍ່ເດືອນ ສະນັ້ນ,ໃນ 6 ເດືອນທ້າຍປີໄດ້ ເພີ່ມເງິນລາຍຈ່າຍຢ່າງຫລວງຫລາຍແລະເປັນລາຍຈ່າຍແບບກ້າວກະໂດດໃນປີນີ້. ແຕ່ຄວາມສາມາດທາງດ້ານການເກັບລາຍ ຮັບຍັງບໍ່ທັນໄດ້ຮັບການປັບປຸງດີເທົ່າທີ່ຄວນ ເຊິ່ງ 11 ເດືອນມານີ້ ປະຕິບັດຕົວຈິງແມ່ນມີຄວາມຫຍຸ້ງຍາກ, ການເກັບລາຍຮັບ ງົບປະມານມີລັກສະນະຝືດເຄືອງສະແດງອອກກໍຄື: ການເບີກຈ່າຍເງິນເດືອນຊັກຊ້າທັງສູນກາງ ແລະ ທ້ອງຖິ່ນທົ່ວປະເທດ ເຊິ່ງບັນຫາ​ດັ່ງກ່າວ​ຜູ້​ຕາງໜ້າພາກສ່ວນ​ກ່ຽວພັນກໍ​ໄດ້​ຢືນຢັນ​ວ່າລັດຖະບານສຸດ​ທີ່​ບໍ່​ຢາກ​ຕັດ​ເງິນ​ຫ່ວງ​ດັ່ງກ່າວ ​ແຕ່​ໃນ​ສະພາບ​ເສດຖະກິດ​ມີ​ຄວາມ​ຫຍຸ້ງຍາກ​ຄື​ແນວ​ນີ້ ກໍ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ໄດ້​ຢຸດຕິ​ການ​ຈ່າຍ​ອຸດ​ໜູນ​ໄປ​ກ່ອນ ​ແລະ ຍອມຮັບວ່າການ​ຄົ້ນຄວ້າບາງ​ຈຸດ​ບໍ່​ທັນ​ລະອຽດ​ດີ​ເທົ່າ​ທີ່​ຄວນ​ໃນ​ການ​ຄິດ​ໄລ່​ຕົວ​ເລກຂອງ​ລາຍ​ຮັບ​ງົບປະມານ.
        ທ່ານ​ນາງ ສຸວັນ​ເພງ ກ່າວ​ ວ່າ: ຕໍ່​ບັນຫາ​ດັ່ງກ່າວ​ນີ້, ສະພາ​ແຫ່ງ​ຊາດ​ ກໍ​ຄື​ກຳ​ມາທິການ​ເສດຖະກິດ,​ ແຜນການ ​ແລະ ການເງິນກໍ​ມີ​ຄວາມ​ເຫັນ​ໃຈ​ຕໍ່​ລັດຖະບານ ​ແລະ ສະ​ເໜີ​ໃຫ້ມີ​ການ​ເຜີຍ​ແຜ່​ໃຫ້​ແກ່​ພະນັກງານລັດຖະກອນ, ທະຫານ, ຕຳ ຫລວດ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ໄດ້​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈຄວາມ​ຈຳ​ເປັນ​ໃນ​ການ​ຕັດ​ເງິນ​ດັ່ງ​ກ່າວດ້ວຍ​ຄວາມ​ເປັນ​ເອກະ​ພາບ.

No comments:

Post a Comment