Ad

Ad

4 December 2013

ທະນາຄານ​ນະ​ໂຍບາຍ​ຢືນຢັນ​ເລື່ອນ​ການ​ຊຳລະ​ຕົ້ນທຶນ​ໃຫ້​ຜູ້​ໄດ້​ຮັບ​ຜົນ​ກະທົບຈາກ​ໄພ​ນ້ຳຖ້ວມ



           ເມື່ອ​ມໍ່ໆ​ມານີ້, ທ່ານ ​ເສດ​ຖາ ກັນຍາ​ວັນ ຮອງ​ຜູ້ອຳນວຍ ການ​ທະນາຄານ​ນະ​ໂຍບາຍ ​ໄດ້​ຊີ້​ແຈງ​ບັນຫາ​ການ​ແກ້​ໄຂ​ລູກ​ຄ້າ​ຂອງ​ທະນາຄານ​ນະ​ໂຍບາຍ​ທີ່​ຮັບ​ຜົນ​ກະທົບ​ຈາກ​ໄພ​ນ້ຳຖ້ວມ​ໃນ​ລະ ດູຝົນ​ຂອງ​ປີນີ້ ຢູ່​ແຂວງ​ອຸດົມ​ໄຊ ​ແລະ ຢູ່​ 4 ​ແຂວງ​ພາກ​ໃຕ້ ​ເຊິ່ງ ທ່ານໄດ້​ຢືນຢັນ​ວ່າ: ຈະ​ເລື່ອນ​ການ​ຊຳລະ​ຕົ້ນທຶນ​ໄປ​ອີກ 1 ລະດູ​ການ​ສຳລັບ​ເງິນ​ກູ້​ໄລຍະ​ສັ້ນ, ສ່ວນ​ລູກ​ຄ້າ​ເງິນ​ກູ້​ໄລຍະ​ກາງ ​ແລະ ​ໄລຍະ​ຍາວ​ແມ່ນ​ຈະ​ເລື່ອນ​ການ​ຊຳລະ​ສູງ​ສຸດ​ບໍ່​ກາຍ 2 ລະດູ​ການ.
           ທ່ານ​ຮອງ​ອຳນວຍ​ການ​ທະນາຄານ​ນະ​ໂຍບາຍ ​ແຈ້ງວ່າ: ຜ່ານ​ການ​ສຳ​ຫລວດ ​ແລະ ​ເກັບ​ກຳ​ຂໍ້​ມູນ​ຕົວ​ຈິງ​ຈາກ​ພະນັກງານ​ຂັ້ນນຳ ​ແລະ ຂັ້ນວິຊາ​ການ​ຂອງ​ທະນາຄານ​ນະ​ໂຍບາຍ​ຢູ່​ທ້ອງ​ຖິ່ນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​​ໄພ​ນ້ຳ ຖ້ວມ​ໃນ​ລະດູຝົນ​ຂອງ​ປີນີ້, ​ເວົ້າ ສະ​ເພາະຕໍ່​ລູກ​ຄ້າ​ຂອງ​ທະນາ ຄານ​ນະ​ໂຍບາຍ​ທີ່​ປະສົບ​ໄພ​ດັ່ງ ກ່າວ​ຢູ່​ແຂວງ​ອຸດົມ​ໄຊ, ຈຳປາ​ສັກ, ສາລະ​ວັນ, ​ເຊ​ກອງ ​ແລະ ​ແຂວງ​ອັດ​ຕະປື ​ໃນວົງ​ເງິນ​ທັງ​ໝົດ 10,23 ຕື້ກວ່າ​ກີບ ກວມ 12 ​ເມືອງ, 121 ບ້ານ ​ແລະ ມີ 2.830 ຄອບຄົວ ​ແລະ ມີ​ເນື້ອທີ່​ການ​ຜະ ລິດ​ໄດ້​ຮັບ​ຜົນ​ກະທົບ 1.154 ​ເຮັກ ຕາ ​ໃນ​ນີ້ສຳລັບ​ຢູ່​ແຂວງ​ອຸດົມ​ໄຊ ລູກ​ຄ້າ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ນ້ຳຖ້ວມ​ມີ 981 ຄອບຄົວ ​ໃນ​ວົງ​ເງິນ​ທັງ​ໝົດ 3,46 ຕື້ກວ່າ​ກີບ ກວມ​ເອົາ 3 ​ເມືອງ, ມີ 41 ບ້ານ ​ແລະ ມີ​ເນື້ອທີ່​ເສຍ​ຫາຍ
790 ກວ່າ​ເຮັກຕາ, ສ່ວນ​ຢູ່ 4 ​ແຂວງ​ພາກ​​ໃຕ້​ກໍ​ມີ​ລູກ​ຄ້າ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ນ້ຳຖ້ວມ 1.849 ຄອບຄົວ ​ໃນ​ວົງ​ເງິນ​ທັງ​ໝົດ 6,67 ຕື້ກວ່າ​ກີບ ກວມ​ເອົາ 9 ​ເມືອງ, ມີ 80 ບ້ານ ​ແລະ ມີ​ເນື້ອທີ່​ເສຍ​ຫາຍ 1.154 ກວ່າ​ເຮັກຕາ.
          ​ໃນ​ດ້ານ​ມາດ​ຕະການ​ການ​ຊ່ວຍ​ເຫລືອ​ຜົນ​ກະທົບ​ດັ່ງກ່າວ, ທ່ານ​ຮອງ​ຜູ້ອຳນວຍການ​ທະນາຄານ​ນະ​ໂຍ ບາຍ​ໃຫ້​ຮູ້​ວ່າ: ​ໂດຍ​ເບື້ອງຕົ້ນ​ໄດ້​ສັງ​ລວມຜົນ​ກະທົບ ​ແລະ ຄວາມ​ຕ້ອງການ​ຂອງ​ລູກ​ຄ້າ​ດັ່ງກ່າວ ​ເພື່ອ​ຈະ​ນຳ​ສະ​ເໜີ​ຄະນະ​ຜູ້​ວ່າການ​ທະນາຄານ​ແຫ່ງ ສປປ ລາວ ພິຈາລະນາ ​ແລະ ອະ ນຸມັດ​ຕາມ​ຄວາມ​ເປັນ​ຈິງ, ​ໃນ​ດ້ານ​ມາດ​ຕະການ​ການ​ຊ່ວຍ​ເຫລືອ ​ແມ່ນ​ຈະ​ເລື່ອນ​ການ​ຊຳລະ​ຕົ້ນທຶນ​ໄປ​ອີກ 1 ລະດູ​ການ​ສຳລັບ​ເງິນ​ກູ້​ໄລຍະ​ສັ້ນ, ສ່ວນ​ລູກ​ຄ້າ​ເງິນ​ກູ້​ໄລຍະ​ກາງ ​ແລະ ​ໄລຍະ​ຍາວ ​ແມ່ນ​ຈະ​ເລື່ອນ​ການ​ຊຳລະ​ສູງ​ສຸດ​ບໍ່​ກາຍ 2 ລະດູ​ການ, ສະໜອງ​ສິນ​ເຊື່ອ​ຟື້ນຟູ​ການ​ຜະລິດເພື່ອທົດແທນຜົນເສຍຫາຍຈາກນ້ຳຖ້ວມໃນປີ 2013 ແລະ ສິນເຊື່ອການຜະລິດໃນລະດູແລ້ງ ສົກປີ 2014, ເຍື້ອນເວລາຊຳລະຕົ້ນທຶນ ແລະ ດອກເບ້ຍຕາມຄວາມເໝາະສົມ (ນຳໃຊ້ມາດຕະການຄ້າຍຄືກັບການແກ້ໄຂຜົນກະ ທົບໄພທຳມະຊາດໃນປີ 2011).

No comments:

Post a Comment