Ad

Ad

4 December 2013

ການ​ເກັບ​ລາຍ​ຮັບ​ຂອງ​ດ່ານ​ພາສີ​ສາກົນຂົວ​ມິດ​ຕະພາບ I ບໍ່​ບັນລຸ​ເປົ້າໝາຍຍ້ອນມີ​ການ​ຍົກ​ເວັ້ນພາສີ​ ຫລາຍ​ໃນ​ສົກ​ປີຜ່ານມາ



       ​ເຖິງ​ແມ່ນ​ວ່າການ​ສົ່ງ​ອອກ ​ແລະ ນຳ​ເຂົ້າສິນຄ້າ​ຜ່ານ​ດ່ານ​ສາ ກົນ​ຂົວ​ມິດຕະພາບ I ວຽງ​ຈັນ- ໜອງ​ຄາຍ​ຈະ​ມີ​ປະລິມານ​ເພີ່ມ​ຂຶ້ນ, ​ແຕ່​ເມື່ອ​ເບິ່ງ​ໂຕ​ເລກ​ການ​ເກັບ​ລາຍ​ຮັບ​ຕົວ​ຈິງ​ແລ້ວ​ແມ່ນ​ບໍ່​ບັນລຸ​ເປົ້າໝາຍ​ວາງ​ໄວ້ ຍ້ອນ​ໃນ​ສົກ​ປີ 2012-2013 ມີ​ການ​ຍົກ​ເວັ້ນ ພາສີ​ເປັນ​ຈຳນວນ​ຫລາຍ.
       ທ່ານ ບຸນ​ເກີດ ສຸວັນນະ​ເສນ ຮອງ​ຫົວໜ້າ​ດ່ານ​ພາສີ​ສາກົນ​ຂົວ​ມິດຕະພາບ I ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໜັງສືພິມ​ລາວ​ພັດທະນາ ​ໃນ​ວັນ​ທີ 3 ທັນວາ​ນີ້ວ່າ: ດ່ານ​ພາສີ​ສາກົນ​ແຫ່ງ​ນີ້​ແມ່ນ​ຂຶ້ນກັບ​ພາສີ​ເຂດ V. ​ໃນ​ສົກ​ປີ 2012-2013 (ນັບ​ແຕ່ 1 ຕຸລາ 2012 ຫາ 30 ກັນ ຍາ 2013) ສາມາດ​​ເກັບ​ລາຍ​ຮັບ​ໄດ້​ປະມານ 2.330 ຕື້ກວ່າ​ກີບ​ທຽບ​ໃສ່​ແຜນ ການ​ປີ​ປະຕິບັດ​ໄດ້ 99% (​ແຜນການ​ປີ​ແມ່ນ 2.351 ຕື້ກີບ) ​ແລະ ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ສົກ​ປີ 2011-2012 ປະຕິ ບັດ​ໄດ້ 117% ​ໂດຍ​ສິນຄ້າ​ທີ່​ຜ່ານ​ເຂົ້າ-ອອກ​ສ່ວນ​ຫລາຍ​ແມ່ນ​ປະ​ເພດ​ພາຫະນະ, ນ້ຳມັນ​ເຊື້ອ​ໄຟ, ອຸປະກອນ​ກໍ່ສ້າງ, ອາ​ໄຫລ່, ສິນ ຄ້າອຸປະ​ໂພ​ກ-ບໍລິ​ໂພ​ກ. ນອກ​ຈາກ​ນີ້ ມີ​ຜູ້​ໂດຍສານ​ຜ່ານ​ດ່ານ​ເຂົ້າ-ອອກ 1 ລ້ານ​ກວ່າ​ເທື່ອ​ຄົນ, ພາຫະນະ 4 ​ແສນ​ກວ່າ​ເທື່ອ​ຄັນ, ມູນ​ຄ່າ​ສິນຄ້າ​ສົ່ງ​ອອກ 245 ລ້ານ​ໂດ​ລາ​ສະຫະລັດ ​ແລະ ມູນ​ຄ່າ​ນຳ​ເຂົ້າ 3.596 ລ້ານ​ກວ່າ​ໂດ​ລາ​ສະຫະລັດ.

        ທ່ານ ບຸນ​ເກີດ ກ່າວ​ວ່າ: ສາ​ເຫດ​ທີ່​ເຮັດ​ໃຫ້ການ​ເກັບ​ລາຍ​ຮັບ​ບໍ່​ໄດ້​ຕາມ​​ແຜນ​ແມ່ນ​ສິນຄ້າ​ທີ່​ນຳ​ເຂົ້າຕົ້ນຕໍ​ສ່ວນ​ຫລາຍ​ມີ​ການ​ຍົກ​ເວັ້ນພາສີ​ເຊັ່ນ: ນ້ຳມັນ​ເຊື້ອ​ໄຟ, ພາຫະນະ, ຊີມັງ, ​ເຫລັກ ​ແລະ ອື່ນໆ ​ເພື່ອ​ມາ​ຮັບ​ໃຊ້​ໂຄງການ​ບູລິ​ມະ​ສິດ​ຕ່າງໆ​ຂອງ​ລັດ ​ໂດຍ​ສະ​ເພາະ​ນ້ຳມັນ​ເຊື້ອ​ໄຟ​ໃນ​ສົກ​ປີ 2011-2012 ມີ​ການ​ຍົກ​ເວັ້ນພາສີ​ຈຳນວນ 55 ລ້ານ​ກວ່າ​ລິດ ມູນ​ຄ່າ 29 ລ້ານ​ກວ່າ​ໂດ​ລາ​ສະຫະລັດ ​ແລະ ​ໃນ​ສົກ​ປີ 2012-2013 ມີ​ເຖິງ 79 ລ້ານ​ກວ່າ​ລິດ ມີ​ມູນ​ຄ່າ 46 ລ້ານ​ກວ່າ​ໂດ​ລາ​ສະຫະລັດ, ປະ​ເພດ​ເຄື່ອງ​ກໍ່ສ້າງ​ປີ 2011-2012 ມີ​ມູນ​ຄ່າ​ຍົກ​ເວັ້ນພາສີ 334 ລ້ານ​ກວ່າ​ໂດ​ລາ​ສະຫະລັດ, ສົກ​ປີ 2012- 2013 ມີ​ເຖິງ 473 ລ້ານ​ກວ່າ​ໂດ​ລາ​ສະຫະລັດ. ນອກຈາກ​ນີ້ ການ​ເກັບ​ອາກອນ​ທີ່​ຕິດ​ພັນ​ກັບ​ການ​ນຳ​ເຂົ້າ​ໄດ້​ຫລຸດ​ລົງ​ເຊັ່ນ: ອັດຕາ​ອາກອນ​ຊົມ​ໃຊ້​ນ້ຳມັນ​ເຊື້ອ​ໄຟ​ແອັດ​ຊັງ​ທຳ​ມະ​ດາ​ຈາກ 24% ມາ​ເປັນ 20%, ກາ​ຊວນ​ຈາກ 12% ມາ​ເປັນ 10%. ອີກ​ບັນຫາ​ໜຶ່ງ​ແມ່ນ​ພະນັກງານ​ຈຳນວນ​ໜຶ່ງ​ແນວ​ຄິດ​ການ​ເມືອງ​ຍັງ​ບໍ່​ທັນ​ໜັກ​ແໜ້ນ, ຍັງ​ຮັກສາ​ແນວ​ຄິດ​ຄອງ​ເດີມ ​ແລະ ຜູ້​ປະກອບ​ການ​ຈຳ ນວນ​ໜຶ່ງ​ຍັງ​ບໍ່​ທັນ​ຕື່ນ​ຕົວ​ໃນ​ການ​ແຈ້ງ​ພາສີ, ມີ​ການ​ປິດ​ບັງ​ເຊື່ອງ ອຳ​ເຈົ້າໜ້າ​ທີ່​ເປັນ​ຈຳນວນຫລາຍ.

No comments:

Post a Comment