Ad

Ad

4 December 2013

ກອງປະຊຸມສະໄຫມສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VII ຈະພິຈາລະນາຫລາຍບັນຫາສຳຄັນ



ທ່ານ ດຣ ອຸ່ນແກ້ວ ວຸທິລາດ
       ສະພາແຫ່ງຊາດຈະໄດ້ດຳ ເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VII ເປັນເວ ລາ 15 ວັນ, ເລີ່ມແຕ່ວັນທີ 9-27 ທັນວາ 2013 ຊຶ່ງກອງປະຊຸມຢ່າງເປັນທາງ ການຈະໄດ້ໄຂຂຶ້ນໃນເວລາ 8:00 ໂມງຂອງວັນທີ 9 ທັນວາ 2013 ຢູ່ສະພາແຫ່ງຊາດ, ນະຄອນຫລວງວຽງຈັນ.
        ທ່ານ ດຣ ອຸ່ນແກ້ວ ວຸທິລາດ ຫົວໜ້າຫ້ອງວ່າການສະພາໄດ້ ແຈ້ງຕໍ່ສື່ມວນ ຊົນໃນວັນທີ 3 ທັນ ວານີ້ວ່າ: ກອງປະຊຸມຈະໄດ້ຮັບ ຟັງບົດລາຍງານສະພາບພົ້ນ ເດັ່ນໃນການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ສົກ ປີ 2012- 2013 ແລະ ຄາດໝາຍ, ແຜນການ, ມາດຕະການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ສົກປີ 2013-2014; ສະພາບການໂຈະການພິຈາລະນາ ແລະ ອະນຸມັດໂຄງການລົງ ທຶນໃໝ່ສຳລັບການຊອກຄົ້ນ ແລະ ສຳຫລວດແຮ່ທາດ,ການປູກຢາງ ພາລາ ແລະ ໄມ້ວິກໃນຂອບເຂດ ທົ່ວປະເທດ ແລະ ສະພາບການລົງທຶນ ຂອງລັດໃນສົກປີ 2013- 2014.
ຮັບຟັງບົດລາຍງານສະພາບພົ້ນເດັ່ນໃນການຈັດຕັ້ງປະຕິບັດແຜ່ນງົບປະມານແຫ່ງ ລັດສົກປີ 2012-2013 ແລະ ຄາດໝາຍ, ແຜນການ, ມາດຕະການຈັດຕັ້ງປະຕິບັດແຜນງົບປະມານໃນສົກປີ 2013-2014; ສະພາບການເກັບລາຍຮັບງົບປະມານ ແລະ ມາດຕະການຊຸກຍູ້ໃນຕໍ່ໜ້າ, ຮັບຟັງບົດລາຍງານສະ ພາບພົ້ນເດັ່ນໃນການຈັດຕັ້ງປະຕິບັດແຜນເງິນຕາສົກປີ 2012-2013 ແລະ ຄາດໝາຍ, ແຜນການ, ມາດຕະການ ຈັດຕັ້ງປະຕິບັດແຜນເງິນຕາ ໃນສົກປີ 2013-2014; ຮັບຟັງບົດລາຍງານກ່ຽວກັບບາງສະ ພາບພົ້ນເດັ່ນຂອງເສດຖະ ກິດມະຫາພາກ ແລະ ມາດຕະການແກ້ໄຂຜົນກະທົບຈາກອຸທົກກະໄພ; ພິຈາລະນາ ແລະ ຮັບຮອງ ເອົາການສ້າງຕັ້ງ ແຂວງໃໝ່. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຜົນການກວດສອບບົດສະຫລຸບຂາດ ຕົວການຈັດຕັ້ງປະ ຕິບັດແຜນງົບປະມານແຫ່ງລັດສົກປີ 2011-2012 ແລະຮັບຟັງບົດລາຍງານກ່ຽວກັບການຈັດ ຕັ້ງປະຕິບັດວຽກງານຂອງຄະ ນະປະຈຳສະພາແຫ່ງຊາດໃນລະຫວ່າງກອງປະຊຸມສະໄໝສາມັນເທື່ອທີ 5 ຫາກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VII.
      ພ້ອມນີ້, ກອງປະຊຸມຍັງ ໄດ້ພິຈາລະນາການສ້າງ ແລະ ປັບປຸງກົດໝາຍຈຳນວນ 15 ສະບັບ ໃນນັ້ນ: ມີກົດ ໝາຍສ້າງໃໝ່ຈຳນວນ 6 ສະບັບຄື: ກົດໝາຍວ່າ ດ້ວຍອົງການໄອຍະການທະ ຫານ, ກົດໝາຍວ່າດ້ວຍສານທະ ຫານ, ກົດໝາຍວ່າດ້ວຍວຽກງານປ້ອງກັນຄວາມສະຫງົບ, ກົດໝາຍວ່າດ້ວຍການດຳເນີນຄະດີເດັກ, ກົດໝາຍວ່າ ດ້ວຍຄວາມປອດໄພທາງດ້ານເຕັກໂນໂລຊີຊີວະພາບ ແລະ ກົດໝາຍວ່າດ້ວຍອະຊີວະສຶກສາ ແລະ ກົດໝາຍປັບປຸງ ຈຳນວນ 9 ສະບັບຄື: ກົດໝາຍວ່າດ້ວຍແຮງງານ, ກົດໝາຍວ່າດ້ວຍວິສາຫະກິດ, ກົດໝາຍວ່າດ້ວຍການບັນຊີ, ກົດ ໝາຍວ່າດ້ວຍການໄປສະນີ, ກົດໝາຍວ່າດ້ວຍການວັດແທກ, ກົດໝາຍວ່າດ້ວຍຊັບພະຍາກອນນ້ຳ, ກົດໝາຍ ວ່າ ດ້ວຍມູນມໍລະດົກແຫ່ງຊາດ, ກົດໝາຍວ່າດ້ວຍອຸດສາຫະກຳປຸ່ງແຕ່ງ ແລະ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ.
       ໃນໄລຍະດຳເນີນກອງປະຊຸມສະພາແຫ່ງຊາດຈະໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນເພື່ອ ຮັບຮອງເອົາຄຳຄິດເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນທີ່ຈະສົ່ງໄປຍັງກອງປະຊຸມຜ່ານໂທລະສັບບໍ່ເສຍຄ່າ ໝາຍເລກ156, ໂທລະສານໝາຍເລກ 021 452627 ຫລື ສົ່ງເປັນຈົດໝາຍທາງໄປສະ ນີ ຕູ້ປນ.662.

No comments:

Post a Comment