Ad

Ad

4 December 2013

ກອງປະຊຸມເຈົ້າຫນ້າທີ່ອາວຸໂສກິລາອາຊຽນຄັ້ງທີ 3 ໄຂຂຶ້ນຢູ່ນະຄອນຫລວງວຽງຈັນ



         ກອງ​ປະຊຸມ​​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ກິລາ​ອາ​ຊຽນຄັ້ງ​ທີ III ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນທາງ​ການ​ລະຫວ່າງ​ວັນ​ທີ 3-4 ທັນ​ວານີ້, ທີ່​​ໂຮງ​ແຮມດອນ​ຈັນພາເລດ, ນະ​ຄອນ​ຫລວງ​ວຽງ​ຈັນ ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານນາງ ​ແສງ​ເດືອນ ຫລ້າ​ຈັນທະ​ບູນ ລັດຖະມົນຕີ​ຊ່ວຍ​ວ່າ ການ​ກະຊວງ​ສຶກສາ​ທິການ ​ແລະ ກິລາ,ມີບັນດາເຈົ້າ​ໜ້າ​ທີ່​ອາວຸ​ໂສຈາກ 10 ປະ​ເທດອາ​ຊຽນ​ເຂົ້າ​ຮ່ວມ​.
        ກອງ​ປະຊຸມ​ດັ່ງກ່າວ​ ແມ່ນ​ເພື່ອ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ລັດຖະມົນຕີ​ຮັບພິຊອບວຽກງານ ກິລາ​ອາ​ຊຽນ AMMS ຄັ້ງ​ທີ II ຊຶ່ງ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 5 ທັນວາ ທີ່ຈະເຖິງນີ້ ຢູ່ນະຄອນຫລວງ ວຽງຈັນ.​ໃນກອງ​ປະຊຸມ​​ໄດ້​ປືກ ສາ​ຫາລື​ແຜນການເຄື່ອ​ນ​ໄຫວ, ບັນດາ​ຫົວ​ຂໍ້​​ປືກສາ​ຫາລື ​ແລະ ​ແລກປ່ຽນຄຳ​ຄິດ​ຄຳເຫັນ,ບັນດາ​ເອກະສານ​ເພື່ອ​ການ​ຮ່ວມ​ມື​ ແລະ ສົ່ງ​ເສີມ​ການ​ພັດທະນາ​ກິລາ,ຂະ​ບວນການກິລາ​ເພື່ອ​ໄມ​ຕິ​ຈິດ,ມິດ ຕະພາບ,ການ​ສົ່ງ​ເສີມ​ຄວາມ​ສະ​ເໝີ​ພາບ ​ແລະ ​ໃກ້​ຊິດ​ໃນ​ປະຊາ​ຄົມ​ອາ​ຊຽນ,ການ​ພັດທະນາ ​ແລະ ອະນຸລັ​ກ ວັດທະນະ​ທຳ​ຂອງ​ອາ​ຊຽນຜ່ານ​ຂະ​ບວນ ການ​ກິລາ, ການ​ແຂ່ງຂັນ​ແບບ​ຍຸຕິ​ທຳ
​ແລະ ທຽບທັນ​ກັບ​ພາກ​ພື້ນ ​ແລະ ສາ​ກົນ. ພ້ອມ​ນັ້ນ​​ໃນວາລະ​ກອງ​ປະ ຊຸມ​ກໍ​ໄດ້​ມີ​ການ​ປຶກສາ​ຫາລື ​ໂດຍ​ອິງ​ໃສ່​ຜົນ​ຂອງ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຄັ້ງ​ທີ II ທີ່​ຊຽງ​ໃໝ່ປະ​ເທດ​ໄທ ທີ່​ຈັດ​ຂຶ້ນ​ໃນລະ ຫວ່າງ​ວັນ​ທີ 22 -26 ຕຸລາ 2012 ​ຜ່ານມາ,ທີ່ໄດ້​ມີ​ຂໍ້​ລິ​ເລີ່​ມດ້ານ​ການ​ຮ່ວມ​ມື​ດ້ານ​ການ​ກິລາ. ສຳລັບ​ເນື້ອໃນ​ທີ່​ຈະ ນຳ​ສະ​ເໜີ​ໃນ​ກອງ​ປະຊຸມAMMS ຄັ້ງ​ທີ II ​ໃນ​ຖະ​ແຫລ​ງການ​ວຽງ​ຈັນ​ວ່າ​ດ້ວຍ​ການ​ຮ່ວມ​ມື ​ແລະ ພັດທະນາ​ກິລາ​ຂອງ​ບັນດາ​ປະ​ເທດ​ອາຊຽນ.ປະ​ເທດ​ອາ​ຊຽນ​ເຫັນ​ດີ​ຮັບຮອງ​ເອົາ​ການ​ແຂ່ງ ຂັນ​ກິລາ​ຕາ​ເວັນ​ອອກສຽງ​ໃຕ້ (ຊິ​ເກ​ມ) ກິລາ​ມະຫາວິທະຍາ​ໄລ​ອາ​ຊຽນ ແລະ ກິລາ​ນັກ​ຮຽນອາ​ຊຽນ ​ເປັນ​ກິດຈະ​ກຳ​ການ​​ແຂ່ງຂັນ​ກິລາ​ຂອງ​ອາ​ຊຽນ,ອາ​ຊຽນ​ເຫັນ​ດີ​ຮັບ​ຮອງ​ເອົາ​ຂະ​ບວນການ​ເຄື່ອນ​ໄຫວ​ກິລາກາ​ຍະ​ກຳ​ເພື​່ອການ​ຮ່ວມ​ມື, ມິດຕະພາບ, ສັນ​ຕິ​ພາບ​ ແລະ ພັດທະນາ​ໃນ​ຂົງ​ເຂດ​ອະນຸ​ພາກ​ພື້ນ ​ແລະ ສາກົນ, ສ່ວນ​ໃນພາກ​ສະ​ເໜີ​ຂອງ ສປປ ລາວ ທີ່​ຈະ​ນຳ​ສະ​ເໜີ​ເຂົ້າ​ໃນ​ກອງ​ປະຊຸມ AMMS ຄັ້ງ​ທີ II ມີ: ການ​ສ້າງ​ຕັ້ງ​ສຸູນພັດທະນາ​ບຸກຄະລາ​ກອນ​ກິລາກາ​ຍະ​ກຳ​ອາ​ຊຽນ(ຄູ​ເຝິກ, ກຳມະການ​ຕັດສິນ, ຜູ້​ບໍລິຫານ​ກິລາ ​ແລະ ນັກ​ກິລາ)ຕາມ​ຄວາມ​ເໝາະ​ສົມ​ຂອງ​ແຕ່ລະ​ປະ​ເທດ​ສະ ມາຊິກ,ອາ​ຊຽນ​ເພີ່ມ​ທະວີ, ຊຸກ​ຍູ້​ສົ່ງ​ເສີມ​ການ​ແຂ່ງຂັນ​ກິລາ​ເຍົາ ວະ​ຊົນ​ລຸ້ນອາຍຸ​ປະ​ເພດ​ຕ່າງໆ​ ເພື່ອ​ສ້າງ​ນັກ​ກິລາ​ສືບ​ທອດ​ໃນ​ອະນາ​ຄົດ ​ແລະ ເພີ່ມ​ທະວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວສານ​ທາງ​ດ້ານ​ກິລາ​ພາຍ​ໃນ​ອາຊຍນ​ໃຫ້​ນັບ​ມື້​ກວ້າງຂວາງ ​ແລະ ທັນ​ສະ​ໄໝ.

No comments:

Post a Comment