Ad

Ad

4 December 2013

ໃຜ​ຈະ​​ໄດ້ຄອງ​ຕຳ​ແໜງ​ນາງ​ສາວລາວ​ປີ 2013 ?



        19 ນາງ​ສາວ​ທີ່ຈະ​ເຂົ້າ​ຮ່ວມການ​ປະ​ກວດ​ນາງ​ສາວ​ລາວ​ປະຈຳ​ປີ 2013, ໃຜ​ຈະ​ເປັນ​ຜູ້​ຄອງ​ຕຳ​ແໜງລາງວັນ​ດັ່ງກ່າວ​ເຊິ່ງຈະ​ມີ​ການ​ຕັດ​ສິນ​ໃນ​ວັນ​ທີ 7 ທັນວາ​ນີ້, ຂະນະ​ທີ່​ໃນ​ວັນ​ທີ 3 ທັນວາ​ນີ້, ຢູ່ໂຮງ​ແຮມ​ດອນ​ຈັນ​ພ​າ​ເລດ, ນະ ຄອນ ຫຼວງ​ວຽງ​ຈັນ, ​ໄດ້​ມີການ​ຄັດ​​ເລືອກ​ນາງສາວຂັວນ​ໃຈ​ຊ່າງ​ພາບ, ໂດ​ຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ສີແພງ ວ​ົງປັນຍາ ຫົວໜ້າ​ກົມ​ວັດທະນາ​ທຳ​ມວນ​ຊ​ົນ ກະຊວງ​ຖະ​ແຫຼ​ງຂ່າວ​ວັດທະນາ​ທຳ​ ແລະ ທ່ອງ​ທ່ຽວ, ທ່າ​ນ ສົມ ສະໜຸກ ມີ​ໄຊ ຮອງປະທານ​ສະມາ   ຄ​ົມນັກ​ຂ່າວ​ແຫ່ງປະ​ເທດ​ລາວ ແລະ  ທ່ານ ນາງ ຈັນທະ​ຈອນ ວົງ​ໄຊ ຮອງ ປະທານ​ ບໍລິ​ສັດ ​ເຄ ​ແອນ ຊີ ກຣູບ ຈຳກັດ​ຜູ້​ດຽວ ​ແລະ ​ສື່​ມວນ​ຊົນ​ເຂົ້າ​ຮ່ວມຢ່າງ​ຫຼວງຫຼາຍ​​ ເຊິ່ງຜົນການປະກາດ ລາງວັນຂວັນໃຈຊ່າງພາບຈະໄດ້ປະກາດໃນວັນທີ 7 ທັນວາຂອງການຈັດງານປະກວດນາງສາວລາວປີ 2013.
            ການ​ປະ​ກວດ​ຮອບ​ຄັດ​ເລືອກ​ຂວັນ​ໃຈ​ຊ່າງ​ພາບ​​ແມ່ນໜຶ່ງ​ໃນ​ລາງວັນຂອງ​ການ​ປະ​ກວດນາງ​ສາວລາວ​ປະ ຈຳ​ປີ 2013 ທີ່ຜູ້​ເຂົ້າ​ປະ​ກວດ​ທັງ 19 ນາງ​ສາວ ຈະ​ໄດ້​ຖືກ​ຄັດ​ເລືອກ​ຮ່ວມ​ໃຫ້​ຄະ​ແນນ​ຈາກ​ສື່​ມວນ​ຊ​ົນ​ເປັນ​ລາງວັນ​ຂວັນ​ໃຈຊ່າ​ງພາ​ບພ້ອມ​ດຽວ​ກັນ​ກໍຈະ​ໄດ້​ມີ​ການ​ປະກາດ​ຜົນ​ໃນ​ການ​ປະ​ກວດ​ນາງ​ສາວ​ລາວ ຊຶ່ງ ຈະຈັດໃນ​ວັນ​ທີ 7 ທັນວາ​ນີ້. ທ່ານ ສົມ​ສະໜຸກ ມີ​ໄຊ
ຮອງ​ປະທານ​ສະມາຄ​ົມນັກ​ຂ່າວ​ແຫ່ງ ສປປ ລາວ ​ແລະ ຄະນະ​ກຳມະການ​ຕັດສິນ​ໄດ້ກ່າວໃນການ​ປະ​ກວດ​ດັ່ງກ່າວວ່າ: ການ​ປະ​ກວດ​ນາງສາວ​ລາວ​​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ເປັນ​ການ​ຍົກ​ສູງ​ບົດບາດ​ຂອງ​ແມ່ຍິງ​ລາວ​ໃຫ້​ພົ້ນ​ເດັ່ນ​ໃນ​ສັງຄ​ົມ​, ເປັນ​ການ​ອະນຸ​ລັກ​ຮີ​ດຄອງ​ປະ​ເພນີ ແລະ ​ເຜີຍ​ແຜ່​ວັດທະນາ​ທຳ ລາວ​ໃຫ້​ຊາວ​​ໂລກໄດ້​ຮັບ​ຮູ້​ເປັນຕ​ົ້ນ​ແມ່ນ​ການ​ນຸ່ງ​ຖື, ມາລະຍາດ, ຄວາມ​ຮູ້​ຄວາມ​ສາມາດ​ຂອງ​ແມ່ຍິງ ແລະ ອື່ນໆ​. ແນວໃດ ກໍດີນັບ​ວ່າການ​ປະ​ກວດ​ປີ​ນີ້​ມີ​ບັນຍາກາດ​ຄຶກຄື້ນ​ເຊິ່ງມີ​ບັນດາ​ນັກຮຽນ,​ ນັກ​ສືກສາ, ສົນ​ໃຈ​ເຂົ້າ​ຮ່ວມ​ປະ​ກວດ​ເປັນ​ຈຳນວນ​ຫຼາຍ​ ທັງພາຍໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ເຮັດໃຫ້ການປະກວດນາງ ສາວລາວມີ ຄວາມໝາຍສຳຄັນຍິ່ງຂື້ນ, ມ​າຮອດ​ປັດຈຸບັນ​ຄະ​ນະ​ກຳມະການ​ກໍໄດ້​ມີ​ການ​ຄັດ​ເລືອກ 19 ນາງ​ສາວ    ​ເຂ​ົ້າຮ່ວມ​ປະ​ກວດ​ໃນ​ຮອບ​ຕັດສິນໂດຍຜູ້ທີ່ຄອງຕຳແໜ່ງນາງສາວລາວ ແມ່ນຈະໄດ້ປະກອບສ່ວນໃນການເຜີຍແຜ່ວັດທະນຳ ທຳຂອງລາວເພື່ອຍົກສູງບົດບາດແມ່ຍິງລາວພົ້ນເດັ່ນໃນພາກພື້ນ ແລະ ສາກົນ.
          ຄະນະ​ກຳມະການ​ຈັດ​ງານ ​ປະ​ກວດ​ນາງ​ສາວ​ລາວ ໃຫ້​ຮູ້​ວ່າ​:  ການ​ປະ​ກວດ​ນາງ​ສາວ​ລາວ​ປະ ຈຳ​ປີ 2013 ຫຼາຍ​ພາກສ່ວນ​ໄດ້​ໃຫ້ການ​ສະໜັບສະໜູນ​ເງີ​ນລາງວັນ ແລະ ທືນການ​ສື​ກສາ​ຕ່າງໆ​ເພີ່ມ​ຂຶ້ນ ແລະ ​ເພື່ອ​ເປັນ​ການ ຂອບ​ໃຈ​ການ​ຊຸກ​ຍູ້​ປະກອບສ່ວນ​ດັ່ງກ່າວ​ນີ້, ຄະນະ​ກຳມະການ​ໄດ້​ນຳພາ​ຜູ້​ເຂົ້າ​ປະ​ກວດ​ທັງ 19 ນາງ​ສາວ​ກ່າວ​ຄຳ​ຂອບ​ໃຈ​ແກ່​ຜູ້​ໃຫ້ການ​ສະໜັບສະໜູນ​ດັ່ງກ່າວ.

No comments:

Post a Comment