Ad

Ad

4 December 2013

ສັບປະດາລາວ-ຝຣັ່ງ ຈະຊ່ວຍດຶງດູດນັກທ່ອງທ່ຽວຝຣັ່ງມາທ່ຽວລາວຫລາຍຂຶ້ນ



     ໂອກາດງານສັບປະດາລາວ- ຝຣັ່ງໃນເດືອນພະຈິກຜ່ານມາ, ຢູ່ຫໍປະຊຸມແຫ່ງ ຊາດນະຄອນ ຫຼວງວຽງຈັນ, ສປປ ລາວ ໄດ້ຖືໂອກາດເຊີນຊວນບັນດາເພື່ອນມິດ ຝຣັ່ງຢ້ຽມຢາມທ່ຽວຊົມ ແຂວງຕ່າງໆຂອງລາວ, ທີ່ມີສະ ຖານທີ່ທ່ອງ ທ່ຽວທາງ ດ້ານປະຫວັດສາດ, ວັດທະນະທຳ ແລະ ທຳມະຊາດທີ່ງົດງາມ, ພ້ອມເຊີນຊວນໃຫ້ ມາລົງທຶນໃນອຸດສາ ຫະກຳທ່ອງທ່ຽວຂອງລາວ ແລະ ງານດັ່ງກ່າວແມ່ນມີຄວາມ ໝາຍຄວາມສຳຄັນຫຼາຍຕໍ່ການເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງ ສອງປະ ເທດໃຫ້ຈະເລີນງອກງາມຂຶ້ນເລື້ອຍໆ.
           ໂອກາດດັ່ງກ່າວ ທ່ານ ສົມສະຫວາດ ເລັ່ງສະຫວັດ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະ ກິດສັງຄົມ ແຫ່ງ ສປປ ລາວ, ຍັງໄດ້ເຊີນຊວນບັນດາແຂກທີ່ເຂົ້າຮ່ວມງານໂດຍສະເພາະເພື່ອນມິດຝຣັ່ງທ່ຽວຊົມສະຖານທີ່ທ່ອງທ່ຽວປະ ຫວັດສາດ, ວັດທະນະທຳ ແລະ ທຳມາຊາດອັນສວຍງາມຂອງ ລາວ, ເປັນຕົ້ນແມ່ນ: ເມືອງ ມໍລະດົກໂລກຫຼວງພະບາງ,
ວັດພູຈຳປາສັກ ແລະ ສະຖານທີ່ອື່ນໆ, ພ້ອມນີ້ທ່ານ ຮອງນາຍົກຍັງໄດ້ຊັກຊວນໃຫ້ ບັນດາເພື່ອນມິດຝຣັ່ງມາລົງທຶນໃນອຸດ ສາຫະກຳທ່ອງທ່ຽວຂອງລາວຫຼາຍຂຶ້ນ, ເພາະປະເທດລາວມີສະຖຽນນະ ພາບທາງດ້ານການເມືອງ, ມີຈັງວະການເຕີບໃຫຍ່ຂະ ຫຍາຍຕົວ ທາງດ້ານເສດຖະກິດ, ໂດຍສະ ເລ່ຍ 8% ຕໍ່ປີຂຶ້ນ ໄປ ແລະ ປະເທດລາວຍັງມີຊັບພະຍາກອນທຳມະຊາດອັນ ອຸດົມສົມບູນແກ່ການສົ່ງເສີມການຜະລິດກະສິກຳ ແລະ ການທ່ອງທ່ຽວ.
          ເຖິງຢ່າງໃດກໍດີການທ່ອງ ທ່ຽວຂອງລາວໄດ້ມີການຂະ ຫຍາຍຕົວສູງເຫັນໄດ້ໃນປີ 2012 ມີນັກທ່ອງທ່ຽວ ຈຳນວນ 3,3 ລ້ານຄົນເຂົ້າມາທ່ຽວ, ຊຶ່ງເພີ່ມ ຂຶ້ນ 22% ເມື່ອທຽບໃສ່ ປີ 2011 ໃນນັ້ນນັກທ່ອງທ່ຽວຝຣັ່ງມີຈຳ ນວນຫຼາຍກວ່າ 46 ພັນຄົນ ແລະ ຈັດເປັນອັນດັບໜຶ່ງຖ້າທຽບໃສ່ ນັກທ່ອງທ່ຽວບັນດາປະເທດເອີ ຣົບທີ່ເຂົ້າມາ ທ່ຽວລາວ ແລະ ໃນເດືອນມີນາ 2013 ນີ້ ຜ່ານມາ ປະເທດລາວ ຍັງໄດ້ຮັບລາງວັນປະເທດທີ່ໜ້າທ່ອງທ່ຽວທີ່ສຸດ ໃນໂລກປະຈຳປີ 2013 ຈາກສະພາການຄ້າ ແລະ ທ່ອງທ່ຽວຂອງເອີຣົບ, ນີ້ຖືເປັນນິມິດໝາຍອັນສຳຄັນທີ່ຈະ ຊ່ວຍດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວລາວນັບມື້ຫຼາຍຂຶ້ນ.

No comments:

Post a Comment