Ad

Ad

6 December 2013

ຂີ້ເຫຍື້ອລົ້ນຖັງ ຈະແກ້ໄຂແນວໃດ ?

      ປັດຈຸບັນ ສະພາບ​ການ​ເກັບ​ມ້ຽນຂີ້​ເຫຍື້ອຢູ່​ນະຄອນຫລວງ​ວຽງ​ຈັນ​ເບິ່ງ​ຄື​ວ່າ​ນັບ​ມື້ອ່ອນ​ເພຍ​ລົງ​ທຸກ​ທີ, ​ໃນ​ຂະນະ​ທີ່​ ພັກ- ລັດ ​ໄດ້​ປະກອບວັດຖຸ​ອຸປະກອນ ​ແລະ ລົດ​ລາງ​ພາຫະນະ​ຕ່າງໆ​ເປັນ​ຈຳນວນ​ບໍ່​ໜ້ອຍ ຄຽງ​ຄູ່​ກັນນັ້ນ ກໍ​ມີ​ການ​ຊ່ວຍ​ເຫລືອ​ຈາກ​ບາງ​ປະ​ເທດ​ເພື່ອນ​ມິດ​ກໍ​ມີ​ຫລາຍ, ​ແຕ່​ແລ້ວ ການ​ເຄື່ອນ​ໄຫວ​ຂອງ​ໜ່ວຍ​ງານ​ດັ່ງກ່າວ​ກໍ​ເຮັດ​ໄດ້​ພຽງ​ອາທິດ​ລະຄັ້ງຢູ່​ໃນ​ແຕ່ລະ
​ເຂດ​ທີ່​ໄດ້​ຈັດ​ສັນ. ດັ່ງນັ້ນ ຈຶ່ງ​ກໍ່​ໃຫ້​ເກີດ​ມີ​ສະພາບ​ຂີ້​ເຫຍື້ອລົ້ນຖັງ ​ແລະ ປະ​ກອງ​ໄວ້​ເປັນ​ຈຳນວນ​ບໍ່​ໜ້ອຍ​ຢູ່​ແຕ່ລະ​ແຫ່ງ​ດັ່ງກ່າວ ອັນ​ໄດ້​ກໍ່​ໃຫ້​ເກີດ​ມີ​ສະພາບ​ເໝັນ​ເໜົ່າ ສົ່ງ​ຜົນ​ກະທົບ​ຕໍ່​ສະພາບ​ແວດ​ລ້ອມ ​ແລະ ຄວາມ​ສະ​ອາດ​ສວຍ​ງາມ​ຂອງ​ຕົວ​ເມືອງ ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ເຂດ​ສວນ​ເຈົ້າອານຸວົງ, ​ເສັ້ນທາງ​ລຽ​ບ​ແຄມ​ຂອງ, ​ເຂດ​ອ້ອມ​ແອ້ມ​ສວນ​ປະຕູ​ໄຊ ​ແລະ ບ່ອນ​ສາທາລະນະ​ຊົນ​ອື່ນໆ ​ເຮັດ​ໃຫ້​ເກີດ​ມີ​ຫາງ​ສຽງ​ຈົ່ມ​ວ່າ​ຈາກ​ສັງຄົມ​ເປັນ​ຈຳນວນ​ບໍ່​ໜ້ອຍ ​ໂດຍ​ສະ​ເພາະ​ແມ່ນ​ເຮັດ​ໃຫ້ການ​ປະຕິ ບັດ​ຄຳ​ຂວັນ ສ.ສະອາດ ຂອງ​ນະ ຄອນຫລວງ​ວຽງ​ຈັນ​ວາງ​ອອກ ດຳ​ເນີນ​ໄປ​ໄດ້​ຍາກ. ນີ້ກໍ​ຍ້ອນ​ວ່າ​ຜູ້​ປະກອບ​ການຈັດ​ເກັບຂີ້​ເຫຍື້ອ ດຳ​ເນີນ​ການ​ຫລ້າ​ຊ້າ​ແກ່ຍາວ ​ເຮັດ​ໃຫ້​ພາບ​ພົດ​ຂອງ​ຕົວ​ເມືອງ​ບໍ່​ຄ່ອຍ​ປະ​ທັບ​ໃຈ​ໃຫ້​ແກ່​ຜູ້​ມາ​ທ່ຽວ​ຊົມ.

     ຕໍ່​ສະພາບ​ດັ່ງກ່າວ, ສັງຄົມ​ຈຶ່ງ​ຮຽກຮ້ອງ​ໄປ​ຍັງ​ຜູ້​ປະກອບ​ການ​ເກັບ​ມ້ຽນ​ຂີ້​ເຫຍື້ອ ຕ້ອງ​ໄດ້​ໃສ່​ໃຈ​ຕື່ມ​ໃນ​ຄວາມ​ຮັບຜິດຊອບ​ຂອງ​ຕົນ, ບໍ່​ຄວນ​ປະປ່ອຍ​ໃຫ້​ສະພາບ​ເລັກໆ​ນ້ອຍໆ​ນີ້​ເປັນ​ບັນຫາ​ບານ​ປາຍ.

No comments:

Post a Comment