Ad

Ad

10 February 2014

ເກີດ​ເຫດ​ໄຟ​ໄໝ້​ເຮືອນ​ເຂດ​ບ້ານສະພານ​ທອງ​ເໜືອ



         ​ເຈົ້າໜ້າທີ່​ພະ​ແນ​ກຕຳຫຼວດສະກັດ​ກັ້ນ ແລະ ມອດ​ໄຟ ນະຄອນຫຼວງວຽງຈັນ ໃຫ້​ຮູ້​ວ່າ: ​ໃນ​ເວລາ​ປະມານ 11 ໂມງ ຂອງ​ວັນ​ທີ 9 ກຸມພານີ້ ໄດ້​ເກີດ​ໄຟ​ໄໝ້​ເຮື​ອນ ຢູ່ເຂດ​ບ້ານສະພານ​ທອງ​ເໜືອ​ເມືອງສີ​ສັດຕະ​ນາກ ນະຄອນຫຼວງວຽງຈັນ ຊຶ່ງ​ທາງ​ເຈົ້າໜ້າທີ່​ໄດ້​ນຳ​ໃຊ້​ລົດ​ສິດ​ນ້ຳ 5 ຄັນ ແລະ ​ໃຊ້​ເວລາ​ກວ່າ 2 ຊົ່ວ​ໂມງ​ຈຶ່ງ​ສາມາດ​ຄວບ​ຄຸມ​ໄຟ​ບໍ່​ໃຫ້​ລຸກ​ໄໝ້ເປັນ​ວົງ​ກວ້າງ ​ແລະ ​ໂຊກ​ດ​ເຫດການ​ດັ່ງກ່າວ​ບໍ່ມີ​ໃຜ​ໄດ້​ຮັບບາດ​ເຈັບ ​ແລະ ​ເສຍ​ຊີວິດ ​ແຕ່​ໄດ້​ເຮັດ​ໃຫ້​ເຮືອນຫ້ອງ​ແຖວຖືກ​ເສຍ​ຫາຍໝົດຫຼັງ​​ໂດຍ ສາ​ເຫດ​ຂອງ​ໄຟ​ໄໝ້ຄັ້ງນີ້​ເຈົ້າໜ້າທີ່​ຍັງ​ສືບສວນ-ສອບ​ສວນຢູ່.
        ​ເຈົ້າໜ້າທີ່ຕຳຫຼວດສະກັດ​ກັ້ນ ແລະ ມອດ​ໄຟນະຄອນຫຼວງວຽງຈັນ ກ່າວ​ວ່າ​​: ​ປັດຈຸ​ບັນ​ສະພາບ​ອັກຄີ​ໄພຢູ່ນະຄອນ ຫຼວງວຽງຈັນໄດ້​ເກີດ​ຂຶ້ນຢ່າງ​ຕໍ່​ເນື່ອງໂດຍ​ສະ​ເພາະ​ໃນ​ໄລຍະ​ອາທິດ​ຜ່ານ​ມາຊຶ່ງ​ມີ​ອັກຄີ​ໄພ​ເກີດ​ຂຶ້ນຫຼາຍກວ່າ 3 ຄັ້ງ ​ເຮັດ​ໃຫ້​ມີ​ເຮືອນ​ປະຊາຊົນ​ເສຍຫາຍຫຼາຍກວ່າ 3 ຫຼັງ ​ແລະ ມີ​ມູນ​ຄ່າ​ເສຍ​ຫາຍ​ເປັນ​ຈຳນວນ​ຫລາຍ ​
ໂດຍສາ​ເຫດ​ສ່ວນ​ຫລາຍຍ້ອນ​ໄຟຟ້າ​ລັດ​ວົງ​ຈອນ, ​ໄຕ້​ທູບ​ທຽນບູຊາ ​ແລະ ອື່ນໆ, ​ ຂອງ​ເຈົ້າໜ້າທີ່​ໄດ້​ໃຫ້​ທັດ ສະນະ​ວ່າ: ​ເນື່ອງ​ຈາກ​ປັດຈຸ​ບັນ ສະພາບ​ອາກາດ​ໄດ້​ເລີ່​ມ​ເຂົ້າ​ສູ່​ລະດູ​ແລ້ງ ​ແລະ ມີ​ອາກາດ​ຮ້ອນ​ອົບ​ເອົ້າ ສະນັ້ນ ຈຶ່ງ​ເຮັດ​ໃຫ້​ສັງຄົມ​ມີ​ການ​ນຳ​ໃຊ້​ຟືນ​ໄຟຫຼາຍຂຶ້ນ​ເປັນ ຕົ້ນ​ແມ່ນເຄື່ອງ​ໃຊ້​ໄຟຟ້າ ​ແລະ ອື່ນໆ ຊຶ່ງ​ຫາກ​ບໍ່ມີ​ຄວາມ​ລະມັດລະວັງ​ກໍ​ຈະ​ເຮັດ​ໃຫ້​ເກີດ​ອັກຄີ​ໄພ​ໄດ້​ງ່າຍ ​ແລະ ຍັງ​ພົບ​ວ່າມີ​ກຸ່ມ​ຄົນ​ຈຳນວນໜຶ່ງ ສວຍ​​ໂອກາດ​ຊ່ວງໜ້າຮ້ອນ​ມັກ​ຈູດ​ປ່າ ​ແລະ ຈູດ​ຂີ້​ເຫຍື້ອຊະຊາຍຊຶ່ງ​ເຮັດ​ໃຫ້​ເກີດ​ໄຟ​​​ໄດ້​ງ່າຍ.

No comments:

Post a Comment