Ad

Ad

10 February 2014

ວິທະຍຸສາກົນ CRI ມອບລາງວັນໃຫ້ມິດລາຍການ



           ໃນວັນທີ 7 ກຸມພານີ້ ວິທະຍຸສາກົນ CRI FM 93 ຢູ່ບ້ານໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຈັດງານມອບລາງວັນ ໃຫ້ກັບມິດລາຍ ການທີ່ຮ່ວມຕອບຄຳຖາມຊີງລາງວັນ ແລະ ໂອກາດດຽວກັນກໍຈັດງານພົບ ປະສື່ ມວນຊົນລາວເພື່ອສ້າງສາຍສຳພັນມິດຕະພາບການພົວພັນຮ່ວມມືລະຫວ່າງ ລາວ ແລະ ຈີນ ໃຫ້ແໜ້ນແຟ້ນຂຶ້ນຊຶ່ງໄດ້ຮັບກຽດເຂົ້າ ຮ່ວມຂອງທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ທ່ານ ສີພາ ນົງລາດ ຜູ້ອຳນວຍ ການ ວິທະຍຸແຫ່ງຊາດລາວພ້ອມດ້ວຍບັນດາສື່ມວນຊົນ ແລະ ມິດລາຍການວິທະຍຸເຂົ້າຮ່ວມ.
      ທ່ານ ນາງ ແສງແກ້ວ ຫົວໜ້າວິທະຍຸດັ່ງກ່າວໃຫ້ຮູ້ວ່າ: ໃນປີຜ່ານມາມີມິດລາຍການເກືອບ 2 ພັນເທື່ອຄົນ ໄດ້ຮ່ວມກິດ ຈະກຳຮູ້ຮອບໂລກຊີງໂຊກສາມຊັ້ນ ຊຶ່ງເປີດໃຫ້ຜູ້ຟັງລາຍການໄດ້ຮ່ວມຕອບຄຳຖາມເພື່ອຊີງລາງວັນກັບວິທະຍຸໂດຍໄດ້ຮັບ
ຄວາມສົນໃຈຈາກສັງຄົມເປັນຈຳນວນຫຼາຍ ແລະ ເຮັດໃຫ້ວິທະຍຸຂອງພວກເຮົາໄດ້ເປັນທີ່ຍອມຮັບຈາກສັງຄົມຫຼາຍຂຶ້ນ ແລະ ໃນຕໍ່ໜ້າ CRI FM 93 ຈະພະຍາຍາມຮັບໃຊ້ທ່ານຜູ້ຟັງໃຫ້ດີກວ່າເກົ່າພ້ອມທັງຈະເພີ່ມສີສັນລາຍການໃຫ້ມີຄວາມຫຼາກ ຫຼາຍເຮັດໃຫ້ຜູ້ຟັງໄດ້ມີຄວາມຮູ້ສາລະບັນເທີງ ແລະ ອື່ນໆຫຼາຍຂຶ້ນ.

No comments:

Post a Comment