Ad

Ad

10 February 2014

ນຳ​ສະ​ເໜີ ລົດຈັກຍີ່ຫໍ້ “ ຄີເວ ” (Kee Way )



      ໃນວັນທີ 7 ກຸມພານີ້, ຢູ່ສູນ ຄີເວ (Kee Way), ບໍລິສັດ ຫົງຟ້າ ຈະເລີນຍົນ ຈຳກັດ, ບ້ານສີໄຄ, ເມືອງ​ສີ​​ໂຄດ​ຕະບອງ, ນະຄອນຫຼວງວຽງຈັນ, ໄດ້ມີ​ພິທີ​ນຳ​ສະ​ເໜີລົດຈັກຍີ່ຫໍ້ “ ຄີເວ ” ໂດຍການ​ເຂົ້າ​ຮ່ວມ​ຂອງ​ ທ່ານ ນາງ ຫົງຟ້າ ທະວີສຸກ ເຈົ້າ ຂອງບໍລິສັດ ຫົງຟ້າ ຈະເລີນຍົນ ຈຳກັດ, ທ່ານ ຫົງທອງ ທະວີສຸກ ຜູ້ຈັດການ ໃຫຍ່ສາຂາສີໄຄພ້ອມດ້ວຍພະນັກງານ ແລະ ແຂກເຂົ້າຮ່ວມເປັນຈຳນວນຫຼາຍ.
      ທ່ານ ບຸນຍາເດດ ໄຊສົງຄາມ ຜູ້ຈັດການໃຫຍ່ ບໍລິສັດ ຫົງຟ້າ ຈະເລີນຍົນ ຈຳກັດກ່າວວ່າ: ລົດ ທີ່ນຳ​ສະ​ເໜີ​ນີ້ຄື: ລົດໂດ ລາໂດ້ Dorado 250cc, ອາເຄວີ RKV 200cc, ໂມຕາດ Motart TX 200cc, ຊຸບເປີໄລ້ Superlight  200cc  ເຊິ່ງເປັນລົດທີ່ພວມໄດ້ຮັບຄວາມນິຍົມໃນປະເທດລາວ ແລະ ເປັນທີ່ນິຍົມໃນ ຫຼາຍປະເທດເພື່ອນບ້ານນຳອີກ. ໂດຍຕັ້ງ ເປົ້າ ຍອດຂາຍໄວ້​ໃນ​ປີ​ນີ້ 500 ຄັນ ​ແລະ ມາ​ຮອດປັດຈຸບັນຈຳໜ່າຍ​ໄປ​ແລ້ວ​ປະມານ 60 ຄັນ ແລະ ຈະມີຍອດຂາຍເພີ່ມຂຶ້ນ ເລື້ອຍໆ.

       ບໍລິສັດດັ່ງກ່າວໄດ້ສ້າງຕັ້ງຂຶ້ນໃນປີ 2006 ນຳເຂົ້າລົດຈັກ ຍີ່ຫໍ້ “ ຄີເວ ” ຈາກປະເທດອິຕາລີ, ປັດຈຸບັນມີສາຂາຈຳໜ່າຍ 4 ແຫ່ງຄື: ສາຂາໜອງແຕ່ງກໍຄືສູນ​ບໍລິການ​ໃຫຍ່, ສາຂາສີໄຄ, ສາຂາ T2, ສາຂາດົງປາລານ. ເພື່ອຕອບສະໜອງລູກຄ້າໄດ້ ທົ່ວເຖິງ ແລະ ປັດຈຸບັນກຳລັງຂະຫຍາຍສາຂາ​ໄປແຂວງສະຫວັນນະເຂດ ແລະ ແຂວງອື່ນໆອີກ.

No comments:

Post a Comment