Ad

Ad

29 April 2014

ກອງປະຊຸມວຽກງານຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວທ່ົວປະເທດປີ 2014



         ວັນທີ 28 ເມສານີ້ຖະຊວງ ຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເປີດກອງປະຊຸມສະຫຼຸບວຽກງານຂອງ ຕົນໃນໄລຍະ 1 ປີຜ່ານມາຂຶ້ນ, ຢູ່ສູນຮ່ວມ ມືລາວ-ຍື່ປຸ່ນ ( ICTC ) ພາຍໃຕ້ການເປັນປະທານ ຂອງ ທ່ານ ສຈ.ດຣ ບໍ່ແສງຄຳ ວົງດາ ລາ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີວ່າການກະຊວງ ຖະແຫຼ່ງຂ່າວ, ວັດ ທະນະທຳ ແລະ ທ່ອງ ທ່ຽວມີລັດຖະມົນຕີຊ່ວຍວ່າການ, ບັນ ດາຫົວໜ້າພະແນກ ຖວທ ທົ່ວປະ ເທດເຂົ້າຮ່ວມ.
          ທ່ານ ລັດຖະມົນຕີວ່າການ ຖວທ ກ່າວວ່າ: ໃນ 1 ປີຜ່ານມາ ທົ່ວຂະແໜງ ຖວທ ໄດ້ຮັບການ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິ ບັດຢ່າງເປັນຂະບວນຟົດຟື້ນ, ຄະນະພັກ, ອຳນາດການປົກ ຄອງແຕ່ລະຂັ້ນ, ນັບທັງສູນກາງ ແລະ ທ້ອງຖິ່ນໄດ້ ຮັບຮູ້ບົດບາດ ແລະ ຄວາມສຳຄັນຂອງຂະ ແໜງ ຖວທ ທີ່ໄດ້ປະກອບສ່ວນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະ
ເທດຊາດຢ່າງຫຼວງຫຼາຍໃນໄລຍະຜ່ານມາ, ຊຶ່ງສະແດງອອກໃນການເອົາໃຈໃສ່ກຳນົດວຽກງານ ຖວທ ເຂົ້າ ໃນມະຕິແຜນງານ ຂອງຕົນ, ພ້ອມທັງໄດ້ເພີ່ມທະວີການຊີ້ນຳ-ນຳພາດີກວ່າເກົ່າ, ເຮັດໃຫ້ພະນັກງານມີຄວາມສະຫງົບ, ມີຄວາມຫ້າວຫັນໃນ ການປະຕິບັດໜ້າທີ່ຂອງຕົນ, ບັນດາກົມກອງ ອ້ອມຂ້າງກະຊວງ ແລະ ບັນດາພະແນກ ຖວທ ແຕ່ລະແຂວງໄດ້ມີຄວາມເປັນ ເຈົ້າການຕໍ່ໜ້າທີ່ວຽກງານ, ເປັນເສນາທິການ ໃຫ້ແກ່ຄະນະພັກ ແລະ ອຳນາດການປົກຄອງດີກວ່າເກົ່າອັນໄດ້ເຮັດໃຫ້ວຽກ ງານ ຖວທ ສືບຕໍ່ຂະຫຍາຍຕົວທັງດ້ານປະລິມານ ແລະ ຄຸນະພາບສາມາດປະກອບສ່ວນເຂົ້າໃນວຽກງານພັດທະນາເສດ ຖະກິດ-ສັງຄົມໃຫ້ມີຈັງຫວະການຂະຫຍາຍຕົວຢ່າງຕໍ່ເນື່ອງ ເປັນກ້າວໆ,ທັງປະກອບສ່ວນໃຫ້ປະເທດຊາດມີຄວາມສະຫງົບ, ມີສະ ຖຽນລະພາບທາງດ້ານ ການເມືອງທີ່ໝັ້ນຄົງປະຊາຊົນ ບັນດາເຜົ່າມີຄວາມສາມັກຄີ ປອງດອງ ແລະ ມີຊີວິດການເປັນ ຢູ່ດີ ຂຶ້ນເປັນກ້າວໆ, ແຕ່ແນວໃດກໍດີເມື່ອທຽບໃສ່ຄວາມຮຽກ ຮ້ອງຕ້ອງການຂອງພາລະການສ້າງສາພັດທະນາໃນເງື່ອໄຂໃໝ່ ແລ້ວເຫັນວ່າວຽກງານ ຖວທ ໃນໄລຍະຜ່ານມາຍັງມີຈຸດອ່ອນ ແລະ ຂໍ້ຄົງຄັ້ງຢູ່ບໍ່ໜ້ອຍເປັນຕົ້ນ ແມ່ນແຜນປະຕິບັດຍຸດທະ ສາດການພັດທະນາວຽກງານ ຖວທ ຍັງເຮັດໄດ້ໃນຂອບເຂດຈຳກັດ, ການຫັນວຽກ ຖວທ ໃຫ້ມີຄຸນະພາບໃໝ່ ແລະ ທັນສະ ໄໝຍັງຊັກຊ້າ, ການຄຸ້ມຄອງຕໍ່ວຽກງານ ຖວທ ກໍຍັງບໍ່ທັນດີ, ປາກົດການ ຫຍໍ້ທໍ້ໃນສັງຄົມກໍຍັງບໍ່ທັນໄດ້ຮັບການແກ້ໄຂດີ ເທົ່າທີ່ຄວນ, ດັ່ງ ນັ້ນກອງປະຊຸມຄັ້ງນີ້, ພວກເຮົາຈະໄດ້ພ້ອມກັນສະຫຼຸບຕີລາຄາ, ປະເມີນຜົນ, ຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງ ຄ້າງຂອງວຽກງານ ຖວທ ດັ່ງກ່າວ ແລະ ພ້ອມກັນວາງແຜນພັດທະນາວຽກງານ ດັ່ງກ່າວໃນ 1 ປີຕໍ່ໜ້າ, ຕັດສິນໃຈສ້າງໃຫ້ໄດ້ ບາດກ້າວບຸກທະລຸອັນຈຳເປັນເພື່ອແກ້ໄຂທັບມ້າງ ສິ່ງກີດຂວາງຕ່າງໆ ແລະ ກ້າວໄປສູ່ບາດກ້າວໃໝ່, ສູ່ຜົນງານ ອັນໃໝ່ໃຫຍ່ ຫຼວງກວ່າເກົ່າ, ແນ່ໃສ່ເຮັດໃ້ຫ້ການຈັດຕັ້ງປະຕິບັດ ແນວທາງທີ່ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກ ແລະ ກອງປະຊຸມຄົບຄະນະບໍລິ ຫານງານສູນການພັກຄັງທີ 7 (ສະໄໝທີ 8) ກ່ຽວກັບວຽກງານ ວັດທະນະທຳ-ສັງຄົມໃຫ້ມີໝາກ ຜົນຕົວຈິງຫຼາຍຂຶ້ນ ແລະ ສ້າງ ພື້ນຖານອັນໜັກແໜ້ນໃຫ້ແກ່ ການພັດທະນາວຽກງານ ຖວທ ໃຫ້ມີຜົນສຳເລັດຢ່າງຈົບງາມ ແລະ ໃຫ້ສາມາດເຊື່ອມໂຍງເຂົ້າກັບກະແສຄວາມກ້າວໜ້າ ໃນຂະບວນວິວັດໃຫ້ການພັດທະນາຂອງໂລກໄດ້, ກອງປະຊຸມ ດັ່ງກ່າວຈະດຳເນີນໄປເປັນເວລາ 3 ວັນ.

No comments:

Post a Comment