Ad

Ad

29 April 2014

ນາຍົກລັດຖະມົນຕີ ທອງສິງ ທຳມະວົງ ຕ້ອນຮັບ​ລັດຖະມົນຕີ​ ເສດຖະກິດ, ການ​ຄ້າ​ແລະ ອຸດ​ສະຫະ​ກຳ​ຍີ່​ປຸ່ນ



    ວັນ​ທີ 28 ​ເມສານີ້, ຢູ່​ຫ້ອງ​ວ່າການ​ລັດຖະບານ, ທ່ານ ທອງ​ສິງ ທຳ​ມະ​ວົງ ນາ ຍົກລັດຖະມົນຕີ ແຫ່ງ ສປປ ລາວ ​ໄດ້​ໃຫ້​ກຽດ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ທ່ານ ໂຕ​ຊິ​ມິດ​ຊຶ ໂມ​ເຕກິ (H.E Mr. Toshimitsu MOTE GI) ລັດຖະມົນຕີ​ວ່າການ​ກະຊວງ​ເສດຖະກິດ, ການ​ຄ້າ ​ແລະ ອຸດ​ສະຫະ​ກຳ​ ແຫ່ງ​ປະ​ເທດ​ຍີ່​ປຸ່ນ ພ້ອມ​ດ້ວຍ​ຄະນະ, ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ເຮັດ​ວຽກ​ຢູ່ ສປປ ລາວ ​ແຕ່​ວັນ​ທີ 27-28 ​ເມສານີ້.
      ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໄດ້ສະແດງ ຄວາມຍິນດີຕ້ອນຮັບຊົມເຊີຍຕໍ່ຄະນະຜູ້ແທນ ແລະ ຕີລາຄາ ສູງຕໍ່ ທ່ານ ໂຕ​ຊິ​ມິດ​ຊຶ ໂມ​ເຕກິ ທີ່ໄດ້ນຳ ພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວໃນຄັ້ງນີ້ ຊຶ່ງເປັນການປະ ກອບສ່ວນສຳຄັນເຂົ້າໃນການເພີ່ມທະວີການ ພົວພັນຮ່ວມມືລະຫວ່າງ 2 ປະເທດລາວ ແລະ ຍີ່ປຸ່ນ ໃຫ້ນັບມື້ໄດ້ຮັບການ ເສີມຂະຫຍາຍຂຶ້ນໄປເລື້ອຍໆ​.

      ໃນໂອກາດດັ່ງກ່າວ, ທ່ານ ໂຕ​ຊິ​ມິດ​ຊຶ ໂມ​ເຕກິກໍໄດ້ຕາງໜ້າ ຄະນະດັ່ງກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນ ອົບອຸ່ນຂອງທ່ານນາຍົກລັດຖະມົນຕີ ພ້ອມທັງແຈ້ງໃຫ້ຊາບເຖິງຈຸດປະສົງຂອງການເດີນທາງມາຢ້ຽມຢາມລາວໃນຄັ້ງນີ້ ເພື່ອ​ມາ​ເຂົ້າ​ຮ່ວມພິທີ​ເປີດ​ຫ້ອງການ​​ສົ່ງ​ເສີມ​ການ​ຄ້າຂອງອົງການ​ JETRO ​ແຫ່ງ​ປະ​ເທດຍີ່ປຸ່ນ​ປະ​ຈຳລາວ ຊຶ່ງ​ອົງການ​ດັ່ງກ່າວຖືກ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1951. ປັດຈຸ​ບັນ​ມີ​ສຳ ນັກງານ​ທັງ​ໝົດ 73 ແຫ່ງທີ່ຕັ້ງ​ຢູ່ 55 ປະ​ເທດ​ໃນ​ທົ່ວ​ໂລກ.
       ຂ່າວ​ຍັງ​ໃຫ້​ຮູ້​ຕື່ມ​ວ່າ:​ໃນໂອ ກາດທີ່​ເດີນທາງ​ມາຢ້ຽມຢາມ ລາວຂອງ ທ່ານ ໂຕ​ຊິ​ມິດ​ຊຶ ໂມ​ເຕກິ ​ໄດ້ພົບ​ປະ​ກັບບັນດາ​ລັດຖະມົນຕີ​ຂອງ​ລາວ​ຫລາຍ​ທ່ານ​ຄື: ເວລາ 10:00 ໂມງ​ພົບ​ປະ​ກັບ ທ່ານ ສົມ​ດີ ດ​ວງດີ ລັດຖະມົນຕີ​ວ່າການ​ກະຊວງ​ແຜນ ການ ແລະ ການ​ລົງທຶນ ຢູ່ໂຮງ​ແຮມ​ລາວ​ພລາຊາ, 11:30 ​ໂມງພົບ​ປະທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະ ມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ແລະ ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ​ກໍ​ໄດ້​ພົບ​ປະ​ກັບ ​ທ່ານ ສຸ​ລີ​ວົງ​ ດາລາ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ພະລັງງານ ແລະ ບໍ່​ແຮ່ທີ່​ໂຮງ​ແຮມ​ລາວ​ພລາຊາ​ເຊັ່ນ​ດຽວ​ກັນ.

No comments:

Post a Comment