Ad

Ad

30 April 2014

ກອງປະຊຸມຄັ້ງທີ XIV ຂອງຄະນະວິຊາການປະສົມປັກຫລັກໝາຍຊາຍແດນລາວ-ຫວຽດນາມ



           ​ກອງປະຊຸມຄະນະ​ວິຊາ​ການ​ປະສົມ​ປັກ​ຫຼັກ​ໝາຍ​ຊາຍ​ແດນ ລາວ-ຫວຽດນາມ ຄັ້ງທີ XIV ​ໄດ້​ຈັດ​ຂຶ້ນ ແຕ່ວັນທີ 23-28 ເມສານີ້ທີ່ນະຄອນຫລວງວຽງຈັນ, ຄະນະວິຊາການປັກຫລັກໝາຍຊາຍແດນຝ່າຍລາວນຳ ໂດຍສະຫາຍ ພູເຂົາ ພົມ ມະວົງສາ, ຫົວໜ້າຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ​ ແລະ ຄະນະວິຊາການປັກ ຫລັກໝາຍຊາຍແດນຝ່າຍຫວຽດນາມນຳໂດຍ ສະຫາຍ ຫງວ້ຽນ ແອງ ຢຸ້ງ, ຮອງປະທານຄະນະກຳມະການຊາຍແດນແຫ່ງ ຊາດ-ກະຊວງການຕ່າງປະເທດ.
   ກອງ​ປະຊຸມ​ໄດ້​ຕີ​ລາຄາ​ຄືນຜົນຂອງການປະຕິບັດໂຄງການປັກຫຼັກໝາຍຖີ່ ແລະ ບູລະນະລະບົບຫລັກໝາຍຊາຍແດນປະ ເທດລາວ-ຫວຽດນາມ ພາຍຫຼັງ​ພິທີ​ສະຫຼຸບ​ຜົນ​ຂອງ​ການ​ປະຕິບັດວຽກງານປັກຫຼັກໝາຍຖີ່ຢູ່ພູມິປະເທດຕົວຈິງ​ໃນ​ວັນ​ທີ 19 ສິງຫາ 2013 ມາ​ເຖິງ​ວັນ​ທີ 20 ​ເມສາ 2014, ຊຶ່ງທັງສອງ​ຝ່າຍ​ໄດ້ສະຫຼຸບວຽກງານທີ່ໄດ້ຈັດຕັ້ງປະຕິບັດຮ່ວມກັນໃນໄລຍະ ຜ່ານມາ ໂດຍສະເພາະແມ່ນວຽກງານທີ່ເກີດຂຶ້ນໃໜ່ພາຍຫຼັງສຳເລັດໂຄງການປັກຫຼັກໝາຍຖີ່ ແລະ ບູລະນະລະບົບຫຼັກໝາຍຢູ່ ພູມິປະເທດຕົວຈິງ​ເຊັ່ນ: ສອງຝ່າຍໄດ້ວາງເປົ້າໝາຍຈະປັກ​ຫຼັກ​ທິດ​ເນັ່ງ​ເສັ້ນຊາຍ​ແດນ​ຕະຫຼ​ອດ​ເສັ້ນຊາຍ​ແດນລາວ-ຫວຽດ
ນາມ ​ເພີ່ມ​ຕື່ມ​ຈຳນວນ 169 ຫຼັກ. ປັດຈຸ​ບັນ​ສາມາດກຳນົດຈຸດທີ່​ຕັ້ງຈຳນວນ 113 ຈຸດ ​ແລະ ກໍ່​ສ້າ​ງສຳ​ເລັດ​ແລ້ວຈຳນວນ  94 ຫຼັກ​ທິດ​ເນັ່ງ ເທົ່າກັບ (55,6%); ໄດ້ກວດກາແຜນທີ່ມາດຕາສ່ວນ 1/10. 000 ຂອງ 16 ຄູ່ດ່ານ ແລະ ສອງບໍ ລິເວນ; ໄດ້ກວດກາ ກິດຈະການກໍ່ສ້າງທາງລາດຕະເວນທີ່ຢູ່ໃກ້ເສັ້ນຊາຍແດນ (ຂອບເຂດ 100 ແມັດ) ແລະ ການສ້າງເສັ້ນທາງ ເຕັງເສັ້ນຊາຍແດນ​ໂດຍໄດ້ປຶກສາຫາລືເຖິງວິທີການອັນຈຳເປັນໃນການປົກປັກຮັກສາຄວາມຄົງຖີ່ຂອງເສັ້ນຊາຍແດນ; ​ສອງ​ຝ່າຍ​ໄດ້​ເອກະ​ພາບ​ກັນ​ກ່ຽວ​ກັບບາງທິດທາງແຜນການຮ່ວມກັນໃນຕໍ່ໜ້າຄື: ສືບຕໍ່ແກ້ໄຂວຽກທີ່ຄ້າງຄາຮ່ວມກັນຈຳນວນໜຶ່ງ, ຮ່ວມກັນກວດກາພູ ມິປະເທດບາງຈຸດທີ່ມີຄວາມຈຳເປັນ, ສຶກສາສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ​ແລະ ການກະ ກຽມຈັດພິທີເປີດ ແລະ ຍົກລະດັບດ່ານລາໄລ (ສາລະ​ວັນ) - ລາໄລ (ກວາງ​ຈິ)  ໃຫ້ເປັນດ່ານສາກົນ ໃນເດືອນມິຖຸນາ 2014.
  ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດອັນສ້າງສັນຖານສະຫາຍອ້າຍນ້ອງ ແລະ ໄດ້ຮັບໜາກຜົນອັນໜ້າເພິ່ງພໍໃຈ​ເຊິ່ງ ສະ​ທ້ອນໃຫ້ເຫັນເຖິງສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດລາວ-ຫວຽດນາມ.

No comments:

Post a Comment