Ad

Ad

30 April 2014

ມີຄົນແຂວນຄໍຕາຍ



         ເຈົ້າໜ້າທີ່ສືບສວນ- ສອບສວນນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເມື່ອທ້າຍອາທິດຜ່ານມານີ້ ໄດ້ມີປະຊາຊົນແຈ້ງວ່າ: ພົບເຫັນຊາຍຄົນໜຶ່ງແຂວນຄໍຕາຍຢູ່ບ້ານໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ເຈົ້າໜ້າທີ່ຈຶ່ງຮີບຮ້ອນລົງ ກວດກາສະຖານທີ່ເກີດເຫດ ແລະ ຮູ້ວ່າຜູ້ເສຍຊີວິດຊື່ທ້າວ ພອນສະຫວັນ ໄຊຍະວົງ ອາຍຸ 29 ປີ ອາຊີບກຳມະກອນ ຢູ່ບ້ານ ໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
          ຜ່ານການສືບສວນ-ສອບສວນຄົນຄອບຄົວຂອງຜູ້ຕາຍໃຫ້ຮູ້ວ່າ: ທ້າວ ຄອນສະຫວັນ ໄດ້ອາໄສຢູ່ນຳຄອບຄົວ ມີອ້າຍ ນ້ອງ 4 ຄົນ ຊຶ່ງຜູ້ກ່ຽວເປັນລູກຫຼ້າ ໂດຍຜ່ານມາແມ່ນພົວພັນກັບສິ່ງເສບຕິດ ແລະ ມີອາການປະສາດຫຼອນ ແລະ ກ່ອນມື້້ເກີດ ເຫດຜູ້ກ່ຽວມີອາການຮ້ອນຮົນເໝືອນກັບເສບຢາເສບຕິດມາ, ກ່ອນຈະໃຊ້ເຊືອກມັດໃສ່ຫງ່າຕົ້ນມ່ວງຂ້າງບ້ານ ແຂວນຄໍຈົນ ເສຍຊີວິດ.

No comments:

Post a Comment