Ad

Ad

5 June 2014

ສານຂອງທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ, ວັນທີ 5 ມິຖຸນາ



       ໃນປີນີ້, ລັດຖະບານແຫ່ງ ສປປ ລາວ ກໍຄືປະຊາຊົນລາວ ບັນດາເຜົ່າໃນທົ່ວ ປະເທດ ຮູ້ສຶກ ພາກພູມໃຈເປັນຍ່າງຍິ່ງທີ່ໄດ້ ຮ່ວມກັບປະຊາຊາດໃນທົ່ວໂລກ ສະເຫຼີມສະຫຼອງວັນສິ່ງແວດ ລ້ອມໂລກ ວັນທີ 5 ມິຖຸນາ 2014 ພາຍໃຕ້ຄຳຂວັນ “ ຈົ່ງ    ພ້ອມກັນອອກແຮງປົກປັກຮັກສາຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມໃຫ້ຍຶນຍົງສະກັດກັ້ນການເພິ່ມຂຶ້ນຂອງ ລະດັບນ້ຳທະເລ ” ຊຶ່ງເປັນໂອກາດ ທີ່ສຳຄັນເພື່ອປຸກລະດົມຈິດສຳນຶກຂອງທົ່ວປວງຊົນຮ່ວມ ແຮງຮ່ວມໃຈກັນຕ້ານ ແລະ ຮັບມືກັບສະພາວະໂລກຮ້ອນອັນເປັນສາເຫດກໍ່ໃຫ້ເກີດການ ປ່ຽນແປງຂອງ ສະພາບອາກາດແນໃສ່ຮັບປະກັນການພັດທະນາເສດຖະກິດ-ສັງຄົມໃຫ້ມີຄວາມ ຍືນຍົງ ນໍາໄປສູ່ການລຶບລ້າງຄວາມທຸກຍາກພ້ອມດຽວກັນພວກເຮົາໄດ້ພ້ອມກັນສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2014 ດ້ວຍການສ້າງຂະບວນການປູກຕົ້ນໄມ້ຕາມສະຖານທີ່ຕ່າງໆຢ່າງເປັນເຈົ້າການ.
   ດັ່ງທີ່ພວກເຮົາຮູ້ນຳກັນແລ້ວ ວ່າບັນຫາການປ່ຽນແປງດິນຟ້າອາກາດຂອງໂລກໃນປັດຈຸບັນຖືວ່າເປັນບັນຫາສຳຄັນ ແລະ ເຄັ່ງ ຮ້ອນເຊິ່ງມັນຮຽກຮ້ອງໃຫ້ບັນດາປະຊາຊາດໃນໂລກຕ້ອງໄດ້ຮ່ວມມື, ຮ່ວມແຮງຮ່ວມໃຈ ກັນຢ່າງຈິງຈັງໃນການປ້ອງ ກັນ, ສະ ກັດກັ້ນ, ແກ້ໄຂ ແລະ ຫຼຸດຜ່ອນສະພາວະໂລກຮ້ອນໂດຍສະເພາະການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ
ອອກສູ່ຊັ້ນ ບັນຍາກາດໂລກ. ບັນດານັກວິທະຍາສາດຢູ່ໃນໂລກໄດ້ຢັ້ງຢືນ ຢ່າງໜັກແໜ້ນວ່າລະດັບການ ປ່ອຍອາຍພິດເຮືອນ ແກ້ວຂື້ນສູ່ ຊັ້ນບັນຍາກາດໂລກມາເຖິງປັດຈຸບັນມີປະລິມານເພີ້ມຂຶ້ນສູງ ແລະ ຄາດວ່າຈະຍິ່ງເພີ້ມທະວີຂຶ້ນໃນ ອະນາຄົດອັນ ເກີດມາຈາກ ການກະທຳຂອງມະນຸດນັ້ນເອງ ເປັນ ສາເຫດຕົ້ນຕໍເຮັດໃຫ້ສະພາບອາກາດມີການປ່ຽນແປງຜິດປົກກະຕິ ເປັນ ຕົ້ນ: ຝົນຕົກ ບໍ່ຖືກຕາມລະດູການ, ພາຍຸຮຸນແຮງ, ນ້ຳຖ້ວມ, ແຫ້ງແລ້ງດິນເຊາະເຈື່ອນ ແລະ ອື່ນໆ ທີ່ສົ່ງຜົນກະທົບ ທາງລົບ ຢ່າງໜັກໜ່ວງ ຕໍ່ຊີວິດການ ເປັນຢູ່ຂອງປະຊາຊົນ, ຕໍ່ການພັດທະນາເສດຖະກິດ-ສັງຄົມ, ສຸຂະພາບຂອງມະນຸດ ແລະ ອື່ນໆ ສະພາວະໂລກ ຮ້ອນຍັງເຮັດໃຫ້ນໍ້າກ້ອນຢູ່ຂົ້ວໂລກຄ່ອຍໆ ເປື່ອຍອັນເປັນສາເຫດເຮັດໃຫ້ລະດັບນໍ້າທະເລເພີ່ມ ຂຶ້ນສົ່ງຜົນກະ ທົບໂດຍກົງຕໍ່ ບັນດາປະເທດໝູ່ ເກາະດອນນ້ອຍໃຫຍ່ທີ່ຕັ້ງຢູ່ຕາມທະເລ ແລະ ມະຫາສະມຸດຕ່າງໆ.
      ໃນປັດຈຸບັນນີ້ ມີປະຊາກອນ ໂລກຫຼາຍກວ່າ 63 ລ້ານຄົນ ທີ່ ອາໄສຢູ່ໃນບັນດາປະເທດເກາະດອນນ້ອຍຊຶ່ງເປັນ ແຫຼ່ງ ທ່ອງທ່ຽວທຳມະຊາດ ແລະ ວັດທະ ນະທຳທີ່ມີຊື່ສຽງ ເຊັ່ນ: ມີແຫຼ່ງ ທໍາມະຊາດທີ່ສວຍງາມ ແລະ ໂດດເດັ່ນ, ມີດົນຕີພື້ນ ເມືອງທີ່ໜ້າປະທັບໃຈ ແລະ ມີຄວາມອຸ ດົມສົມບູນທາງດ້ານວັດທະນະ ທໍາຢູ່ທົ່ວທຸກມຸມໂລກ. ປະເທດ ເກາະດອນເຫຼົ່ານັ້ນ ມີບົດບາດສໍາຄັນໃນການປົກປັກຮັກສາມະຫາສະໝຸດ, ມີຊັບພະຍາກອນ ທໍາມະ ຊາດທີ່ອຸດົມສົມບູນທີ່ສຸດ, ມີແຫຼ່ງຊີວະນາໆ ພັນທີ່ຫຼາກຫຼາຍທີ່ເຕັມໄປດ້ວຍພັນພືດ ແລະ ສັດສາວາສິ່ງທີ່ມີຄຸນຄ່າຫາ ຍາກຂອງໂລກອາໄສຢູ່.
       ເຖິງວ່າຈະມີຄວາມອຸດົມສົມ ບູນປານໃດກໍຕາມແຕ່ບັນດາປະ ເທດເຫຼົ່ານັ້ນ ກໍຍັງມີຜົນກະທົບ ແລະ ມີຄວາມສ່ຽງຫຼາຍ ຈາກສະພາບການປ່ຽນແປງດິນຟ້າອາກາດ, ໃນເວລາເກີດພະຍຸທີ່ ຮຸນແຮງຈະເຮັດໃຫ້ລະດັບນໍ້າທະເລສູງຂຶ້ນຊຶ່ງອາດຈະເຮັດ ໃຫ້ເກີດໄພນ້ຳຖ້ວມຮຸນແຮງປະເທດເຫຼົ່ານັ້ນອາດຈະຈົມລົງພື້ນທະເລໃນອານາຄົດ. ຊຶ່ງບັນດາປະເທດເຫຼົ່ານີ້ ໄດ້ຮຽກຮ້ອງໃຫ້ ມີການຮ່ວມມືກັນຈາກທຸກພາກສ່ວນຂອງສັງຄົມໃນທົ່ວໂລກໃຫ້ການຊ່ວຍເຫຼືອແກ່ພວກເຂົາໃຫ້ລຸດພົ້ນອອກຈາກບັນຫາການປ່ຽນແປງດິນຟ້າອາກາດດ້ວຍການສ້າງ ຄວາມອາດສາມາດໃນການປັບຕົວ ແລະ ການຫຼຸດຜ່ອນຜົນກະທົບຈາກການປ່ຽນ ແປງດິນຟ້າອາກາດດັ່ງກ່າວ ເພື່ອໃຫ້ປະ ເທດເຂົາເຈົ້າມີຄວາມໝັ້ນຄົງໃນອະນາຄົດ. ເຖິງຢ່າງໃດກໍດີເພື່ອ ແກ້ໄຂບັນຫາດັ່ງ ກ່າວປະຊາຄົມໂລກກໍໄດ້ມີຄວາມພະຍາຍາມສູງ ໃນການປຶກສາຫາລື, ລະດົມ ແນວຄວາມຄິດ ແລະ ຮ່ວມມືກັນ ຢ່າງຈິງ ຈັງໃນການກຳນົດວິໄສທັດຮ່ວມກັນ. ໃນປີ 1992 ປະຊາ ຄົມໂລກ ໄດ້ຮັບຮອງເອົາສົນທິ ສັນຍາວ່າດ້ວຍການປ່ຽນແປງ ດິນ ຟ້າອາກາດເພື່ອເປັນພື້ນຖານໃຫ້ແກ່ການແກ້ໄຂບັນຫາການ ປ່ຽນແປງດິນຟ້າອາກາດໃນລະດັບໂລກ ໂດຍໄດ້ເລັ່ງໃສ່ການ ຄວບ ຄຸມການສະສົມຂອງອາຍ ພິດເຮືອນແກ້ວໃນຊັ້ນບັນຍາ ກາດໃຫ້ຢູ່ໃນລະດັບຄົງທີ່ ເຊິ່ງ ສາມາດປ້ອງກັນອັນຕະລາຍ ຮ້າຍແຮງ ຕໍ່ມວນມະນຸດຈາກ ບັນຫາການປ່ຽນແປງດິນຟ້າອາກາດ. ໃນປີ 1997 ປະຊາຄົມໂລກ ຍັງໄດ້ຮັບຮອງເອົາອານຸສັນຍາ ກຽວໂຕ ວ່າດ້ວຍການຄວບຄຸມ ການປ່ອຍອາຍພິດເຮືອນແກ້ວ ຢູ່ໃນໂລກຊຶ່ງເປັນຂໍ້ຕົກລົງລະດັບ ສາກົນ ແລະ ມີຂໍ້ຜູກມັດທາງ ດ້ານ ກົດໝາຍ ຊຶ່ງບັນດາປະເທດ ອຸດສາຫະກຳຂະຫຍາຍຕົວຈຳ ນວນ 37 ປະເທດ ແລະ ກຸ່ມປະ ເທດເອີລົບ ໄດ້ມີພັນທະໃນການ ຫຼຸດຜ່ອນການປ່ອຍທາດອາຍ ພິດເຮືອນແກ້ວຢູ່ໃນປະເທດຂອງຕົນ, ທັງອະນຸຍາດໃຫ້ປະເທດ ອຸດສາຫະກຳເຫຼົ່ານີ້ໄດ້ຮັບສິນ ເຊື່ອຈາກການຫຼຸດຜ່ອນການ ປ່ອຍອາຍພິດເຮືອນແກ້ວໂດຍ ຜ່ານຂະບວນການລົງທຶນໃສ່ບັນດາໂຄງການພັດທະນາແບບ ຍືນ ຍົງເພື່ອຫຼຸດຜ່ອນການປ່ອຍອາຍ ພິດເຮືອນແກ້ວໃນບັນດາປະ ເທດພັດທະນາ “ຕາມກົນໄກ ການຕະຫຼາດ” ເປັນຕົ້ນໂຄງການ ກົນໄກການພັດທະນາສະອາດ. ໃນປີ 2007 ກອງປະຊຸມ ລັດພາຄີຂອງສົນທິສັນຍາວ່າ ດ້ວຍການປ່ຽນແປງດິນຟ້າອາ ກາດ ໄດ້ຮັບຮອງເອົາແຜນດຳເນີນງາບາຫຼີ ໂດຍມີເປົ້າໝາຍ ເພື່ອ “ໃຫ້ສາມາດຈັດຕັ້ງປະຕິ ບັດສົນທິສັນຍາໄດ້ຢ່າງເຕັມສ່ວນ, ມີປະ ສິດທິຜົນ ແລະ ມີຄວາມຍືນຍົງໂດຍດຳເນີນການຮ່ວມ ກັນໃນໄລຍະຍາວຈົນເຖິງປີ 2012 ແລະ ພາຍຫຼັງປີ 2012” ໂດຍສຸມ ໃສ່ໃຫ້ບັນລຸຄາດໝາຍ ໃນການຫຼຸດຜ່ອນການປ່ອຍອາຍ ພິດເຮືອນແກ້ວໃນໂລກ, ເພີ່ມທະວີມາດຕະການການປັບຕົວ ເຂົ້າກັບ ສະພາບການປ່ຽນແປງ ດິນຟ້າອາກາດ ແລະ ມາດຕະ ການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວທີ່ເໝາະສົມໃນລະດັບຊາດ ຫຼື ສາກົນ.
      ສປປ ລາວ ພວກເຮົາ ເປັນປະເທດທີ່ມີສະພາບສິ່ງແວດລ້ອມທີ່ດີ, ມີຊັບພະຍາກອນທຳ ມະຊາດທີ່ອຸດົມຮັ່ງມີເປັນທ່າ ແຮງໄດ້ປຽບໃນການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ. ເຖິງແມ່ນວ່າ ສປປ ລາວ ບໍ່ມີ ຊາຍແດນທີ່ຕິດກັບທະເລກໍຕາມ ຕະຫຼອດໄລຍະທີ່ຜ່ານມາ, ພັກ ແລະ ລັດ ພວກເຮົາໄດ້ມີແນວທາງນະໂຍບາຍທີ່ເໝາະສົມ ໃນການຄຸ້ມຄອງການນຳໃຊ້ຊັບພະ ຍາກອນທຳມະຊາດ, ການປົກປັກຮັກສາສິ່ງແວດລ້ອມໃຫ້ຍືນຍົງ, ການຄຸ້ມຄອງໄຟພິບັດ ແລະ ການປ່ຽນແປງດິນຟ້າອາກາດ ເພື່ອແນໃສ່ການຫຼຸດຜ່ອນສະພາບການປ່ຽນແປງດິນຟ້າອາກາດ ແລະ ການປັບຕົວເຂົ້າ ກັບການປ່ຽນແປງດິນຟ້າອາກາດ ເປັນ ຕົ້ນໄດ້ເຊື່ອມສານບັນຫາການປ່ຽນແປງດິນຟ້າອາກາດເຂົ້າໃນກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ, ໄດ້ມີຍຸດ ທະສາດການປ່ຽນແປງດິນຟ້າອາກາດ, ໄດ້ ສ້າງບົດສື່ສານແຫ່ງຊາດກ່ຽວ ກັບການປ່ຽນແປງດິນຟ້າອາກາດ, ໄດ້ສ້າງແຜນດຳ ເນີນງານແຫ່ງຊາດກ່ຽວກັບການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ  ແລະ ອື່ນໆ ພ້ອມທັງໄດ້ວາງຄາດໝາຍສູ້ຊົນ ດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເປັນຕົ້ນຍົກລະດັບເນື້ອທີ່ປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 65% ໃນປີ 2015 ແລະ 70% ໃນປີ 2020.
       ຕໍ່ບັນຫາກ່ຽວກັບການເພີ່ມ ຂຶ້ນຂອງລະດັບນໍ້າທະເລ ແລະ ສະພາວະໂລກຮ້ອນຍາມໃດ ພັກ-ລັດໄດ້ຖືເປັນບັນຫາ ບູລິມະ ສິດ ໂດຍໄດ້ດໍາເນີນການຢູ່ໃນ 4 ຂົງເຂດ ຄື : ຂົງເຂດກະສິກຳ, ພະລັງງານ, ການນຳໃຊ້ທີ່ດິນ - ປ່າໄມ້ ແລະ ສິ່ງເສດ ເຫຼືອແນໃສ່ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວດັ່ງກ່າວ.
           ຄຽງຄູ່ກັນນີ້, ພວກເຮົາ ຍັງໄດ້ເຂົ້າຮ່ວມເປັນພາຄີສົນທີ ສັນຍາຕ່າງໆຂອງສາກົນ, ພາກພື້ນ ແລະ ຖະແຫຼງການສາ ກົນກ່ຽວກັບການເຕືອນໄຟລ່ວງໜ້າ ແລະ ການປັບຕົວເຂົ້າກັບການ ປຽນແປງດິນຟ້າອາກາດເພື່ອ ສ້າງເປັນຄູ່ຮ່ວມງານທີ່ເຂັ້ມ ແຂງເພື່ອປັບຕົວ ແລະ ແກ້ໄຂຜົນກະ ທົບຈາກການປ່ຽນແປງດິນຟ້າ ອາກາດ ແລະ ໃຫ້ບັນລຸເປົ້າໝາຍສະຫະສະວັດດ້ານ ການພັດທະນາໃນປີ 2015.
   ເຖິງວ່າພວກເຮົາໄດ້ເອົາ ໃຈໃສ່ໃນການຈັດຕັ້ງປະຕິບັດນະໂຍບາຍທີ່ວາງອອກຈົນສາ ມາດບັນລຸການເຕີບໂຕທາງດ້ານເສດ ຖະກິດຢ່າງຕໍ່ເນື່ອງ ແລະ ບັນລຸຜົນສຳເລັດໃນການຫຼຸດ ຜ່ອນຄວາມທຸກຍາກເປັນກ້າວໆມາກໍຕາມ. ແຕ່ພວກເຮົາຍັງປະ ເຊີນ ໜ້າກັບບັນຫາການປ່ອຍ ອາຍກາກໂບນິກສູ່ຊັ້ນບັນຍາ ກາດ, ຈາກການສຳຫຼວດໃນປີ  1990 ສະຫຼຸບໄດ້ວ່າ ສປປ ລາວ ໄດ້ມີ ທ່າແຮງໃນການດູດຊັບອາຍກາກໂບນິກ (co2)  ປະມານ 121,6 ລ້ານໂຕນຕໍ່ປີ, ເມື່ອສົມ ທຽບກັບການປ່ອຍໃນຂອບ ເຂດ ທົ່ວປະເທດມີປະມານ 24,18 ລ້ານໂຕນ. ໃນຂົງເຂດການ ປ່ຽນແປງການນຳໃຊ້ທີ່ດິນ ແລະ ປ່າໄມ້ແມ່ນເປັນຂົງເຂດທີ່ປ່ອຍ ອາຍກາກໂບນິກຫຼາຍກ່ວາໝູ່ ປະມານ 17 ລ້ານໂຕນ  ສາເຫດ ຫຼັກແມ່ນການຈູດປ່າໃນພື້ນທີ່ມີ ການຖາງປ່າເຮັດໄຮ່.
      ໃນໂອກາດອັນສະຫງ່າລາ ສີນີ້ ໃນນາມລັດຖະບານ ແຫ່ງ ສປປ ລາວ, ຂ້າພະເຈົ້າຂໍສະ ແດງຄວາມຂອບໃຈ ແລະ ຍ້ອງ ຍໍຊົມເຊີຍມາຍັງປະຊາຊົນລາວ ບັນດາເຜົ່າ, ທຸກພາກສ່ວນທີ່ ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນທັງຢູ່ສູນກາງ ແລະ ທ້ອງ ຖິ່ນລວມທັງຊາວລາວທີ່ຢູ່ ຕ່າງປະເທດ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນທີ່ ໄດ້ໃຫ້ການສະໜັບສະໜູນ, ຮ່ວມ ມືປະກອບສ່ວນໃນວຽກ ງານປົກປັກຮັກສາສິ່ງແວດລ້ອມ ກໍ່ຄືວຽກງານການປ່ຽນແປງດິນຟ້າອາກາດ ເປັນຕົ້ນການສົ່ງ ເສີມ ໃຫ້ຄວາມຮູ້ໃນການປັບໂຕ, ການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວເພື່ອບັນລຸການພັດທະນາທີ່ສະອາດຕາມທິດການພັດ ທະນາແບບຍືນຍົງ.
          ສຸດທ້າຍນີ້, ຂ້າພະເຈົ້າຂໍ ຮຽກຮ້ອງມາຍັງປວງຊົນລາວ ທັງຊາດ, ການຈັດຕັ້ງທັງພາກ ລັດ ແລະ ເອກະຊົນ ຈົ່ງພ້ອມ ພຽງກັນຕັ້ງໜ້າເຂົ້າຮ່ວມໃນຂະບວນການຫຼຸດຜ່ອນການການ ປ່ອຍອາຍພິດເຮືອນແກ້ວເພື່ອດຸ່ນດ່ຽງຂອງອຸນຫະພູມແນໃສ່ຮັບ ປະກັນການຫຼຸດຜ່ອນສະພາວະ ໂລກຮ້ອນ. ພ້ອມກັນນັ້ນກໍຂໍໃຫ້ ມີຈິດສໍານຶກຮ່ວມກັນໃນການປົກປັກຮັກສາຊັບພະຍາກອນ ປ່າໄມ້, ເຄື່ອງປ່າຂອງດົງ, ຊີວະນາໆພັນ, ແຫຼ່ງນ້ຳ, ຊັບພະຍາກອນ ດິນ, ແຮ່ທາດ ແລະ ອື່ນໆ ໃຫ້ຄົງ ຄວາມອຸດົມສົມບູນ ເພື່ອສືບຕໍ່ ເຮັດໜ້າທີ່ໃນການຊ່ວຍຫຼຸດຜ່ອນສະພາບການປ່ຽນແປງດິນຟ້າ ອາກາດ ແລະ ຜົນກະທົບທີ່ເກີດຈາກການປ່ຽນ ແປງດິນຟ້າອາກາດອັນເປັນການປະກອບສ່ວນ ເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ, ສ້າງ ສປປ ລາວ ໃຫ້ຂຽວສະອາດ ງາມຕາ ແລະ ບັນລຸໄດ້ເປົ້າໝາຍສະຫະສະຫວັດດ້ານການພັດທະນາແບບ ຍືນຍົງໃຫ້ປະກົດຜົນເປັນຈິງ.

No comments:

Post a Comment