Ad

Ad

25 July 2014

ເຫດຜົນ​ການສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ຫລາຍຢູ່ລາວ



   ໃນວາລະການດຳເນີນກອງ ປະຊຸມສະ​ໄໝສາມັນ​ເທ່ືອ​ທີ 7 ສະ ພາ​ແຫ່ງ​ຊາດຊຸດ ທີ VII  ເຊິ່ງ ເປັນມື້ທີ​ 13 ໃນວັນທີ 23 ກໍລະກົດນີ້, ທ່ານ ດາວົງ ພອນແກ້ວ ຫົວ ໜ້າກົມນະໂຍບາຍ ແລະ ແຜນພະລັງງານກະຊວງພະລັງ ງານ ແລະ ບໍ່ແຮ່ ໄດ້ໃຫ້ ຄວາມກະຈ່າງແຈ້ງຕໍ່ຂໍ້ຂ້ອງໃຈຂອງ ປະຊາຊົນຜ່ານໂທລະສັບ​ສາຍ​ດ່ວນ​ຂອງ​ສະພາ​ແຫ່ງ​ຊາດກ່ຽວ ກັບການສ້າງເຂື່ອນໄຟຟ້ານ້ຳ ຕົກວ່າ: ​ເປັນ​ຫຍັງ ສປປ ລາວ ຈຶ່ງ ສ້າງເຂື່ອນໄຟຟ້ານ້ຳຕົກຫລາຍ ແທ້ ?. 
     ທ່ານ ດາວົງ ພອນແກ້ວ ກ່າວວ່າ: ​ເຫດຜົນ​ທີ່ ສປປ ລາວ ສ້າງ​ເຂື່ອນ​ໄຟ​ຟ້າ​ນ້ຳຕົກ​ຫລາຍ ຍ້ອນ​ວ່າປະ​ເທດ​ລາວ​ມີເງື່ອນໄຂ ທຳມະຊາດທີ່ເໝາະສົມ, ມີ​ຫ້ວຍ​ນ້ຳ​ລຳ​ເຊ​, ພູຜາ​ປ່າ​ໄມ້ທີ່​ອຸດົມ ສົມບູນ​ແຕ່​ເໜືອ​ຮອດ​ໃຕ້ ​​ເຊິ່ງ​ເປັນເງື່ອນ​ໄຂ​​ເອື້ອອຳນວຍໃຫ້​ແກ່ການ​ສ້າງ​ເຂື່ອນ​ໄຟຟ້າ ​ແລະ ອີກ​ຢ່າງ​ໜຶ່ງ ສປປ ລາວ ບໍ່​ມີ​ຊັບ ພະ​ຍາກອນ​ພະລັງງານ​ທາງ ເລືອກ​​ອື່ນ​ເຊັ່ນ: ອາຍ​ແກັດ, ນ້ຳ ມັນ, ຖ່ານ​ຫີນ ​ເພື່ອ​ເປັນ​ພະລັງ ງານ​ໄຟຟ້າ​ຮັບ​ໃຊ້​ໃຫ້ແກ່ການພັດທະນາ​
ເສດຖະກິດ-​ສັງຄົມ​ແບບ​ໜູນ​ວຽນ​ບໍ່​ໝົດ ຄື​ກັບ​ພະ ລັງງານຈາກ​ໄຟຟ້າ​ນ້ຳຕົກ. ປັດຈຸບັນ​ນີ້ ສາມາດ​​ສະໜອງ​ໄຟຟ້າ​ໃຫ້​ແກ່​ປະຊາຊົນ ​ແລະ ອຸດສາຫະກຳ​ຕ່າງໆ​ຢ່າງ​ຕໍ່​ເນື່ອງ ​ແລະ ສາ ມາດ​​ເປັນ​ຕະຫລາດ​ຈຳໜ່າຍ​ໄຟຟ້າຂາຍໃຫ້​ແກ່​ປະ​ເທດ​ໃກ້​ຄຽງ​ທີ່​ມີ​ຄວາມ​ຕ້ອງການ​ສູງເຊິ່ງສາມາດສ້າງລາຍ​ຮັບ​ໃຫ້​ປະ​ເທດ.
          ທ່ານ ດາວົງ ພອນແກ້ວ ໃຫ້ຮູ້ຕື່ມວ່າ:ພະລັງງານ​ໄຟຟ້າ​ນ້ຳຕົກ ​ເປັນ​ພະລັງງານ​ທີ່​ສະ ອາດບໍ່​ສ້າງ​ມົນ​ລະ​ພິດ, ບໍ່​ປ່ອຍ​ອາຍກາກໂບນິກ (CO2) ​ເຊິ່ງ​ເປັນ ສາ​ເຫດ​ຕົ້ນຕໍ​ຂອງ​ພາວະ​ເຮືອນ​ແກ້ວ ທີ່​ສ້າງ​ບັນຫາ​ໃຫ້​ມີ​ການ​ປ່ຽນ​​ແປງ​ທາງດ້ານດິນຟ້າ​ອາ ກາດ. ການ​ພັດທະນາ​ໄຟຟ້າ​ນ້ຳ ຕົກບໍ່​ພຽງ​ແຕ່​ໄດ້​ພະລັງງານ​ໄຟ ຟ້າ​ທີ່​ສະອາດ​​ເທົ່າ​ນັ້ນ ​ແຕ່​ຍັງ​ໄດ້​ປະ​ໂຫຍ​ດ​ໃຫ້​ກັບຂະ​ແໜ່​ງອື່ນໆ​ຫລາຍ​ດ້ານ​ຄື: ຫລຸດຜ່ອນ​ນ້ຳ​ຖ້ວມ, ມີ​ແຫ​ລ່ງນ້ຳ​ໃຊ້​ໃນ​ລະດູ​ແລ້ງ​ກະສິກຳ​ປູກຝັງ, ນ້ຳ​ດື່ມ, ນ້ຳ​ໃຊ້ໃຫ້​ຊຸມ​ຊົນ, ເປັນ​ແຫ​ລ່ງ​​ລ້ຽງ​ປາ (​ແຫ​ລ່ງອາຫານ), ເປັນ​ແຫ​ລ່ງທ່ອງ​ທ່ຽວ. ປັດຈຸບັນປະ​ເທດ​ລາວ​ມີ​ເຂື່ອນທີ່ໄດ້​ຜະລິດ ກະແສ​ໄຟຟ້າແລ່ວ 24 ​ແຫ່ງ, ​ ພວມ​ຢູ່​ໃນ​ໄລຍະ​ກໍ່ສ້າງ​ປະມານ 38 ​ໂຄງການ ແລະ ຍັງ​ຢູ່​ໃນ​ໄລ ຍະ​ສຶກສາ, ສຳ​ຫລວດ​ອອກ​ແບບ ແລະ ​ໄລຍະ​ຊອກ​ຫາ​ທຶນ ຮອນ​ມາ​ກໍ່ສ້າງປະມານ 100 ກວ່າ​ໂຄງການ.

No comments:

Post a Comment