Ad

Ad

21 July 2014

ມອບ-ຮັບໜ້າທີ່ຫົວໜ້າຫ້ອງ​ວ່າການ​ລັດຖະບານ




     ໃນ​ວັນ​ທີ 18 ​ກໍລະກົດຜ່ານມານີ້, ​ໄດ້​ມີ​ພິທີ​ມອບ​-ຮັບໜ້າທີ່​ຫົວໜ້າຫ້ອງ ວ່າການລັດຖະບານລະຫວ່າ​ງທ່ານ ດຣ ສິນ​ລະ​ວົງ ຄຸດ​ໄພທູນ ລັດຖະມົນຕີຫົວໜ້າ​ຫ້ອງ​ວ່າການ​ລັດຖະບານຜູ້​ເກົ່າ ເຊິ່ງໄປຮັບໜ້າທີ່​ເປັນ​ເຈົ້າ​ຄອງ​ນະຄອນຫລວງ​ວຽງຈັນຜູ້​ໃໝ່ ແລະ ທ່ານ​ ດຣ ສອນ​ໄຊ ສີ​ພັນ​ດອນ ​ເຈົ້າ​ແຂວງ​ໆຈຳປາສັກຜູ້ເກົ່າ ເປັນລັດຖະມົນຕີຫົວໜ້າ ຫ້ອງ​ວ່າການ​ລັດຖະບານຜູ້​ໃໝ່. ໂດຍ​ໃຫ້ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ​.
       ການ​ມອບ-ຮັບໜ້າທີ່​ດັ່ງກ່າວ,​ ແມ່ນ​ປະຕິບັດ​ຕາມ​ມະຕິ​ຕົກລົງ​ຂອງ​ກອງ​ປະຊຸມ​ສະ​ໄໝສາມັນ​ເທື່ອ​ທີ 7 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ສະບັບ​ລົງ​ວັນ​ທີ 11​​ ກໍລະກົດ 2014 ວ່າ​ດ້ວຍ​ການ​ຮັບຮອງ​ເອົາ​ການ​ແຕ່ງຕັ້ງ ​ແລະ ຍົກຍ້າຍ​ສະມາຊິກ​ລັດຖະ ບານ ແລະ ດຳລັດ​ຂອງ​ປະທານ​ປະ​ເທດ​ສະບັບ​ເລກທີ 144/ປປທ, ລົງ​ວັນ​ທີ 16 ​ເດືອນ​ກໍລະກົດ 2014 ວ່າ​ດ້ວຍ​ການ​
ຍົກຍ້າຍ​ທ່ານ ດຣ ສອນ​ໄຊ ສີ​ພັນ​ດອນ ມາ​ຮັບ ໜ້າທີ່​ໃໝ່ຢູ່ສູນ​ກາງ. ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ຕໍ່ການ​ມອບ- ຮັບໜ້າທີ່​ໃນ​ຄັ້ງນີ້ ​​ເຊິ່ງເປັນ​ການ​ປະກອບສ່ວນ​ສຳຄັນຕາມຄວາມ​ຮຽກຮ້ອງ​ຕ້ອງການ​ຂອງໜ້າທີ່​ວຽກງານ​ໃນໄລ ຍະ​ໃໝ່ພ້ອມ​ທັງ​ໄດ້​ເນັ້ນໃຫ້​ທ່ານ ດຣ ສິນ​ລະ​ວົງ ຄຸດ​ໄພທູນ ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ເຈົ້າ​ຄອງ​ນະຄອນຫລວງ​ວຽງຈັນຜູ້​ໃໝ່​ໃຫ້​ທຸ້ມ​ເທສະ​ຕິ​ປັນຍາເພື່ອຊີ້ນຳ-ນຳພາວຽກງານ​ຮອບດ້ານ​ເຮັດ​ໃຫ້​ນະຄອນຫວງ​ວຽງຈັນ​ກ້າວໜ້າຢ່າງ​ບໍ່ຢຸດ​ຢັ້ງ​ໂດຍ​ສະ​ເພາະ​ການ​ປະຕິບັດ​ວຽກງານ 6 ສ ​ໃຫ້​ເປັນ​ຮູບ​ປະ​ທຳ​, ສ້າງ​ນະຄອນຫລວງ​ໃຫ້​ສວຍ​ສົດ​ງົດ​ງາມ, ລັດຖະບານ​ພ້ອມ​ທີ່ຈະ ໃຫ້ການ​ສະໜັບສະໜູນ ​ແລະ ອຳນວຍ​ສະດວກທຸກ​ປະການ. ພ້ອມ​ດຽວກັນນັ້ນ, ກ​ໍໄດ້​ຢ້ຳ​ໃຫ້​ທ່ານລັດຖະມົນຕີ, ຫົວໜ້າຫ້ອງ​ວ່າການ​ລັດຖະບານຜູ້​ໃໝ່ສືບຕໍ່​ເປັນ​ເສນາ​ທິການ​ທີ່​ດີ​ໃຫ້​​ແກ່ລັດຖະບານ​ເຮັດ​ໃຫ້​ຫ້ອງ​ວ່າການ​ລັດຖະບານມີ​ການກ້າວໄປໃນ​ທຸກ​ດ້ານ.

No comments:

Post a Comment