Ad

Ad

22 July 2014

ຄະນະກວດກາສູນກາງພັກເຜີຍແຜ່ກົດໝາຍຫຼັກຊັບ



      ຄະນະກວດກາສູນກາງພັກໄດ້ຈັດຕັ້ງການເຜີຍແຜ່ກົດໝາຍວ່າດ້ວຍຫຼັກຊັບເຊິ່ງໄດ້ຈັດຂຶ້ນໃນວັນທີ 15 ກໍລະກົດຜ່ານມາ ທີ່ຫ້ອງປະຊຸມຂອງຄະນະກວດກາສູນກາງພັກນະຄອນຫຼວງວຽງຈັນໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສຸກຄຳເພັດ ເຮືອງ ບຸດສີ ຄະນະພັກ, ຫົວໜ້າຫ້ອງການ, ທ່ານນາງ ວັດທະນາ ດາລາລອຍ ຫົວໜ້າສຳນັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ, ພ້ອມນີ້ກໍມີບັນດາຄະນະນໍາ,ພະນັກງານຫຼັກແຫຼ່ງພະນັກງານວິຊາການຈາກຄະນະກວດກາສູນກາງພັກເຂົ້າຮ່ວມຢ່າງຄົບຖ້ວນ.  ການເຜີຍແຜ່ໃນຄັ້ງນີ້ພະນັກງານວິຊາການຈາກສຳນັກງານຄະ ນະກໍາມະການຄຸ້ມຄອງຫຼັກຊັບ ໄດ້ນໍາສະເໜີບັນຫາການອອກ ຈຳໜ່າຍຫຼັກຊັບ ແລະ ການເຄື່ອນໄຫວຂອງບໍລິສັດອອກຈຳໜ່າຍຫຼັກຊັບ ແລະ ບໍລິສັດຈົດທະບຽນ, ກອງທຶນຮ່ວມ, ສະຖາ ບັນຊື່ກາງດ້ານຫຼັກຊັບ, ຕະຫຼາດຫຼັກຊັບ, ການລາຍງານ, ການເປີດເຜີຍ ແລະ ການເກັບກຳຂໍ້ມູນ, ການສືບສວນ-ສອບສວນ ຄະດີກ່ຽວກັບຫຼັກຊັບ, ຂໍ້ຫ້າມ, ການແກ້ໄຂຂໍ້ຂັດແຍ່ງ, ການຄຸ້ມ ຄອງ ແລະ ການກວດກາວຽກງານຫຼັກຊັບ.

     ການເຜີຍແຜ່ກົດໝາຍວ່າດ້ວຍຫຼັກຊັບໃນເທື່ອນີ້ແມ່ນນອນໃນແຜນການໂຄສະນາຂອງຄະນະກໍາມະການຄຸ້ມຄອງຫຼັກ ຊັບວາງອອກ ແລະ ການຜີຍແຜ່ໃຫ້ ແກ່ຄະນະນຳ-ພະນັກງານວິຊາ ການຢູ່ຄະນະກວດກາສູນກາງພັກ ແລະ ຄະນະກວດກາ ລັດຖະບານແມ່ນມີຄວາມສຳຄັນທີ່ສຸດເພາະອົງການດັ່ງກ່າວມີພາລະບົດບາດ, ສິດ ແລະໜ້າທີ່ໃນການກວດກາ-ກວດການໃນ ທຸກຂົງເຂດສັງຄົມຊອກໃຫ້ເຫັນບັນຫາຕ່າງໆເຊິ່ງນຳໄປສູ່ການແກ້ໄຂບັນຫາຢ່າງຖືກຕ້ອງທັນເວລາເພື່ອສ້າງຄວາມໂປ່ງໃສ, ໂດຍ ສະເພາະນຂະແໜງການເສດຖະກິດກໍຄືໃນລະບົບຕະຫຼາດທຶນເຮັດໃຫ້ການຂັບເຄື່ອນຂອວຽກງານຕະຫຼາດຫຼັກຊັບກ້າວ ເດີນໄປຕາມທິດທາງທີ່ສອດຄ່ອງກັບລະບຽບກົດໝາຍບ້ານ ເມືອງ ແລະ ເພື່ອພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງຕາມ ແນວທາງຂອງພັກ ແລະ ລັດຖະບານ.

No comments:

Post a Comment