Ad

Ad

22 July 2014

ອຸຕຸແຈ້ງເຕືອນນ້ຳເຊບັ້ງໄຟຈະຂຶ້ນສູງກວ່າລະດັບເຂດລະວັງໄພ



      ກົມອຸຕຸນິຍົມ ແລະ ອຸທົກກະສາດ, ໄດ້ແຈ້ງເຕືອນໃນວັນທີ 21 ກໍລະກົດ 2014 ນີ້ວ່າ: ລະດັບນ້ຳເຊບັ້ງໄຟ (ຂົວເຊ) ໃນເວ ລາ 7 ໂມງ 00 ເຊົ້າຂອງວັນທີ 21/07/2014 ແທກໄດ້ 16 ແມັດ 52 ຊັງຕີແມັດ, ເຊິ່ງໃກ້ຈະຂຶ້ນ ເຖິງລະດັບລະວັງໄພ ແລະ ລະດັບນີ້ຈະສືບຕໍ່ຂັ້ນສູງກວ່າເຂດ ລະວັງໄພໃນໄລຍະ 1 ຫາ 2 ວັນ ຕໍ່ໜາ. ສະນັ້ນ ທາງກົມອຸຕຸນິຍົມ ແລະ ອຸທົກກະ ສາດ, ຈຶ່ງແຈ້ງເຕືອນມາຍັງພໍ່ແມ່ປະຊາຊົນ ແລະ ອຳນາດການປົກຄອງທີ່ຢູ່ ລຽບຕາມເຂດດັ່ງກາວຈົ່ງມີສະຕິກຽມພ້ອມທຸກ ເວລາ ແລະ ຍົກຍາຍສິ່ງຂອງຕ່າງໆພ້ອມທັງສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ, ຂໍໃຫ້ຕິດຕາມການລາຍງານຂ່າວພະຍາ ກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈຳ.
      ສະພາບອາກາດດັ່ງກ່າວເກີດຂຶ້ນຍ້ອນພະຍຸໄຕ້ຝຸ່ນຣາມມະສຸນ RAMMASUN ຫົວທີ 09, ເວລາ 13.00 ໂມງ ຂອງ ວັນທີ 18/07/2014 ມີຈຸດສູນກາງຢູ່ເສນຂະໜານທີ 19.5 ອົງ ສາເໜືອ ແລະ ເສັ້ນແວງທີ 111.9 ອົງສາຕາເວັນອອກ, ເຄື່ອນ ທີ່ໄປທາງທິດຕາເວັນຕົກ-ຕາເວັນຕົກສຽງເໜືອດວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ. ວັນທີ 19 /07/2014 ເຄື່ອນທີ່ເຂົ້າ ຝັ່ງທະເລທາງຕອນເໜືອຂອງປະເທດຫວຽດນາມ, ເຊິ່ງວົງລັດສະໝີ ຂອງພະຍຸຈະກວມເອົາບັນດາແຂວງພາກເໜືອຫາພາກ
ກາງຂອງລາວ, ນັບແຕ່ວັນທີ 18-22/ 07/2014 ຈະມີຝົນຕົກຟ້າຄະນອງ, ຝົນຕົກໃນລະດັບປານກາງຫາຕົກໜັກ, ລົມແຮງຢູ່ ແຂວງຄຳມ່ວນ, ແຂວງບໍລິຄຳໄຊ, ແຂວງວຽງຈັນ, ແຂວງໄຊສົມບູນພ້ອມບັນດາແຂວງພາກເໜືອຄື ແຂວງໄຊຍະບູລີ, ແຂວງ ຫລວງພະບາງ, ແຂວງຊຽງຂວາງ, ແຂວງຫົວພັນ, ແຂວງຜົ້ງສາລີ, ແຂວງອຸດົມໄຊ ແລະ ແຂວງຫລວງນ້ຳທາ ນັບ ທັງນະຄອນ ຫລວງວຽງຈັນ.
      ສະນັ້ນ, ຈຶ່ງຂໍແຈ້ງເຕືອນ ເຖິງອໍານາດການປົກຄອງທຸກພາກສ່ວນ, ການຄົມມະນາຄົມທາງບົກ ແລະ ທາງອາກາດພ້ອມ ທັງພໍ່ແມ່ປະຊາຊົນທີ່ອາໄສຢູ່ບັນດາແຂວງພາກເໜືອຫາພາກກາງຈົ່ງມີສະຕິລະມັດມະວັງຕໍ່ສະພາບຝົນຕົກໜັກ, ລົມແຮງຈະ ເຮັດໃຫ້ມີດິນເຈື່ອນ ແລະ ລະດັບນ້ຳສາຂາສູງຂຶ້ນ.

No comments:

Post a Comment