Ad

Ad

22 July 2014

ວຽງຈັນ-ຮ່າໂນ້ຍເພີ່ມທະວີຮ່ວມມືວຽກງານປ້ອງກັນຄວາມສະຫງົບ



    ໃນທ້າຍອາທິດຜ່ານມານີ້, ທ່ານພົນຈັດຕະວາ ກົງທອງ ພົງ ວິຈິດ ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນຄວາມສະ ຫງົບລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານພົນຈັດຕະວາ ດຣ ແບ໋ກ ແທງ ດິງ ຫົວໜ້າກອງບັນຊາການຕຳຫລວດ ນະຄອນຫລວງຮ່າໂນ້ຍ ສສ ຫວຽດ ນາມພ້ອມຄະນະໃນໂອກາດເດີ່ນທາງມາແລກປ່ຽນບົດຮຽນກັບກອງບັນຊາການ ປກສ ນະຄອນ ຫລວງວຽງຈັນ.
    ທ່ານລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນຄວາມສະຫງົບ, ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຜູ້ແທນດັ່ງກ່າວທີ່ໄດ້ ເດີນທາງມາຢ້ຽມຢາມນະຄອນຫລວງວຽງຈັນໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນ ແລະ ການ ຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນລະຫວ່າງສອງກອງບັນຊາການ ປກສ ນະຄອນຫລວງວຽງຈັນ ແລະ ນະຄອນຫລວງຮ່າ ໂນ້ຍໃນດ້ານວຽກງານປ້ອງກັນຄວາມສະຫງົບ, ໂດຍສະເພາະແມ່ນການຕ້ານ, ສະກັດກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ທາງ ສັງຄົມເພື່ອເຮັດໃຫ້ສອງນະຄອນຫລວງມີຄວາມສະຫງົບ ແລະເປັນລະບຽບຮຽບຮ້ອຍທັງເປັນການຍົກສູງຄວາມຮູ້-ຄວາມສາ ມາດທາງດ້ານວຽກງານວິຊາສະເພາະໃຫ້ສູງຂຶ້ນເພື່ອກຽມເຂົ້າສູ່ປະຊາຄົມເສດຖະກິດອາຊຽນໃນປີ 2015 ທີ່ຈະເຖິງ.

No comments:

Post a Comment