Ad

Ad

22 July 2014

ປກສ ເມືອງປາກລາຍມອບຊັບຄືນເຈົ້າຂອງເດີມ



    ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ເມືອງລາຍ ແຂວງໄຊຍະ ບູລີ, ໄດ້ນຳເອົາເງິນ 2 ລ້ານກວ່າ ກີບ, ຄຳຮູບປະພັນໜັກ 2 ບາດ ກັບ 2 ສະຫລຶງ ແລະ ໂທລະສັບ ມືຖື 1 ໜ່ວຍ ມອບຄືນໃຫ້ທ້າວ ເກີ້ນ ອາຍຸ 37 ປີ ອາຊີບຄ້າຂາຍ ຢູ່ບ້ານຫາດດາຍ ເມືອງປາກລາຍ ແຂວງໄຊຍະບູລີ, ໂດຍຊັບດັ່ງ ກ່າວຖືກຄົນຮ້າຍຄື ທ້າວ ພອນ ອາຍຸ 26 ປີ ຢູ່ບ້ານ ສຸວັນນະພູມ ເມືອງປາກ ລາຍແຂວງໄຊຍະບູລີ ລັກເອົາຢູ່ຮ້ານຂາຍ ເຄື່ອງທ້າວ ເກີ້ນ ເມື່ອກາງເດືອນພະຈິກ 2013 ແລະ ເຈົ້າໜ້າທີ່ສາມາດນຳຈັບຕົວ ມາດຳເນີນຄະດີໄດ້ພ້ອມທັງນຳເກັບກູ້ຊັບທີ່ຄົນຮ້າຍລັກໄປທັງໝົດຄືນມາໃຫ້ເຈົ້າຂອງເດີມ.

No comments:

Post a Comment