Ad

Ad

22 July 2014

ວີໂກ້ ປະທະ ຟໍຈູນເນີ ເສຍຊີວິດ ຄາທີ່ 2 ຄົນ



        ຕາມການລາຍງານຂອງຜູ້ເຫັນເຫດການ ໃຫ້ຮູ້ວ່າ: ໃນເວລາປະມານ 9 ໂມງ ຂອງວັນທີ 20 ກໍລະກົດນີ້ ໄດ້ເກີດອຸປະ ຕິເຫດລົດວີໂກ້ ຕຳກັບ ລົດຟໍຈູນເນີ ຢູ່ບໍລິ ເວນໂຮງງານນ້ຳຕານເຂດບ້ານແກ້ງແຮດ ເມືອງໄຊບູລີ ແຂວງສະຫວັນນະເຂດເປັນ ເຫດໃຫ້ມີຜູ້ເສຍຊີວິດຄາທີ່ສອງຄົນ ແລະ ບາດເຈັບສາຫັດ 3 ຄົນ.
        ຂະນະທີ່ລົດ ຟໍຈູນເນີ ແລ່ນ ມາຈາກເຊໂນ ເມືອງອຸທຸມພອນ ມຸ້ງໜ້າໄປສູ່ ແຂວງຄຳມ່ວນ ແລະ ລົດວີໂກ້ ມາຈາກ ແຂວງຄຳມ່ວນ ມຸ້ງໜ້າໄປ ແຂວງສະຫວັນນະເຂດ, ຊຶ່ງລົດວີໂກ້ມີຜູ້ ຊາຍສອງຄົນ ທີ່ຂີ່ມານຳໄດ້ເສຍຊີວິດ 1 ຄົນ, ສ່ວນລົດ ຟໍຈູນເນີ ໄດ້ ບັນທຸກໄມ້ຂະຍຸງ ຈຳນວນໜຶ່ງ ພ້ອມໝູ່ 3 ຄົນ, ເສຍຊີວິດ 1 ຄົນ ແລະ ບາດເຈັບສາຫັດສອງຄົນ, ພາຍຫຼັງການເກີດອຸປະຕິເຫດດັ່ງກ່າວໂດຍໄດ້ຮັບການຊ່ວຍເຫຼືອຈາກພະນັກງານຈາກໂຮງງານນ້ຳ ຕານ ແລະ ປະຊາຊົນບໍລິເວນໃກ້ ຄຽງ, ສຳລັບລາຍລະອຽດຂອງອຸປະຕິເຫດຄັ້ງນີ້ ຊຶ່ງເຈົ້າໜ້າທີ່ກຳລັງສືບສວນ-ສອບສວນ.

No comments:

Post a Comment