Ad

Ad

22 July 2014

ລັດພວມຫາວິທີຄຸ້ມຄອງສື່ອອນລາຍ



    ລັດຖະບານ, ໄດ້ມອບໃຫ້ພາກສ່ວນກ່ຽວຂ້ອງຊອກຫາວິທີຄຸ້ມຄອງສື່ສັງຄົມ ອອນລາຍໂດຍສະ ເພາະທະວິດເຕີ (twitter), ເຟສບຸກ (facebook) ແລະ ອື່ນໆ, ພາຍຫລັງເຫັນວ່າການເປີດກວ້າງໃຫ້ສັງຄົມນຳໃຊ້ສື່ດັ່ງກ່າວຢ່າງເສລີຫລາຍ ເກີນໄປໃນໄລ ຍະຜ່ານມານັ້ນມີຂໍ້ເສຍຫລາຍກວ່າຂໍ້ດີ.  
     ທ່ານ ຫຽມ ພົມມະຈັນ ລັດຖະມົນຕີວ່າການກະຊວງໄປສະນີ, ໂທລະຄົມມະ ນາຄົມ ແລະ ການສື່ສານ ໃຫ້ຮູ້ວ່າ: ໃນໄລ ຍະຜ່ານມາ, ລັດຖະບານໄດ້ມີນະໂຍ ບາຍເປີດກວ້າງໃຫ້ສັງຄົມສາມາດເຂົ້າເຖິງຂໍ້ມູນຂ່າວສານຜ່ານລະບົບອິນເຕີເນັດເພື່ອໃຫ້ ປະຊາຊົນໄດ້ຮຽນຮູ້ສິ່ງທີ່ມີປະໂຫຍດ ຈາກສື່ດັ່ງກ່າວໄດ້ຢ່າງເສລີເພື່ອປະກອບສ່ວນເຂົ້າໃນການພັດທະນາເວດຖະກິດ-ສັງຄົມ ຂອງຊາດ, ແຕ່ແລ້ວການປະປ່ອຍໃຫ້ ສັງຄົມນຳໃຊ້ແບບເສລີ ແລະ ບໍ່ມີການກັ່ນຕອງນັ້ນຂໍ້ດີກໍແມ່ນເປັນເວທີເຜີຍແຜ່ຂໍ້ມູນ ຂ່າວສານທາງດ້ານສາລະໜ້າຮູ້, ຄວາມ
ບັນເທິງ, ກິລາ, ການໂຄສະນາປະຊາສຳພັນທີ່ມີປະໂຫຍດຕໍ່ບຸກຄົນ, ອົງການ, ຫົວ ໜ່ວຍທຸລະກິດຕ່າງໆ, ແຕ່ຄຽງຄູ່ກັນນັ້ນ ມັນກໍມີຂໍ້ເສຍຕ່າງໆໂດຍສະເພາະເປັນເຄື່ອງມືໃຫ້ກັບກຸ່ມຄົນບໍ່ດີນຳໃຊ້ເປັນຊ່ອງທາງ ເພື່ອໂຈມຕີແນວທາງນະໂຍບາຍຂອງປະ ເທດເຮົາ, ສ້າງຄວາມປັ່ນປ່ວນໃນສັງຄົມໃຫ້ເກີດຄວາມແຕກແຍກຄວາມສາມັກຄີ, ລວມເຖິງນຳໃຊ້ເພື່ອການຕົວະຍົວະ ຫລອກລວງອັນກໍໃຫ້ເກີດການເຂົ້າໃຈຜິດທີ່ຂັດກັບສີນທຳ, ວັດທະນະທຳ ແລະ ແນວ ທາງການເມືອງຂອງປະເທດເຮົາ. ສະນັ້ນ, ເພື່ອເປັນການເສີມຂະຫຍາຍອັນດີ ແລະ ຕີຖອຍບັນດາສິ່ງຫຍໍ້ທໍ້, ລັດຖະບານ ຈຶ່ງໄດ້ມອບໝາຍໃຫ້ກະຊວງໄປ ສະນີ, ໂທລະຄົມມະນາຄົມ ແລະ ການສື່ສານເປັນເຈົ້າການຄົ້ນຄວ້າສ້າງນິຕິກຳຂຶ້ນມາຕື່ມອີກ ເພື່ອໃຫ້ສາມາດຄຸ້ມຄອງການ ນຳໃຊ້ສື່ສັງຄົມອອນລາຍ ຫລື ອີນເຕີເນັດຢູ່ປະເທດເຮົາໃຫ້ຖືກຕ້ອງຕາມລະບຽບກົດໝາຍຄືກັບຫຼາຍໆປະເທດທັງຮັບປະກັນ ໃຫ້ສັງຄົມໄດ້ເຂົ້າເຖິງຂໍ້ມູນຂ່າວສານສະລະໜ້າຮູ້ທີ່ມີປະໂຫຍດເພື່ອມາພັດທະນາສ້າງສາປະເທດຊາດໃຫ້ມີຄວາມຈະເລີນ ຮຸ່ງເຮືອງ.

No comments:

Post a Comment