Ad

Ad

22 July 2014

ໂຍທາອ້າງເສັ້ນທາງ 450 ປີລົດ ສັນຈອນໜ້ອຍບໍ່ຄຸ້ມຄ່າຕໍ່ການຕິດຕັ້ງໄຟອຳນາດ



     ພາຍຫລັງເສັ້ນທາງ 450 ປີໄດ້ກໍ່ສ້າງສຳເລັດ, ໄດ້ອຳນວຍຄວາມສະດວກບໍ່ ໜ້ອຍໃຫ້ແກ່ການສັນຈອນໄປມາບົນເສັ້ນທາງດັ່ງກ່າວໃນແຕ່ລະມື້ໂດຍສະເພາະ ແມ່ນລົດຂົນສົ່ງ, ແຕ່ການບໍ່ມີສິ່ງອຳນວຍຄວາມສະດວກໃຫ້ແກ່ການແລ່ນລົດໂດຍ ສະເພາະໄຟແດງໃນຈຸດສີ່ແຍກສຳຄັນຕ່າງໆອັນໄດ້ກໍໃຫ້ເກີດອຸປະຕິເຫດ ມາຫລາຍ ຄັ້ງຈົນນັບບໍ່ຖ້ວນເປັນຕົ້ນແມ່ນຈຸດສີ່ແຍກລະຫວ່າງເສັ້ນທາງບ້ານນາຄວາຍ ແລະ ມີຜູ້ເສຍຊີວິດມາແລ້ວຫລາຍສີບສົບຈົນປະຊາຊົນຜູ້ຢູ່ໃກ້ຄຽງເອີ້ນ ສີ່ແຍກດັ່ງກ່າວ ວ່າເປັນສີ່ແຍກມໍລະນະເນື່ອງຈາກອຸປະຕິເຫດເກີດຂຶ້ນເກືອບທຸກຄັ້ງແມ່ນມີຜູ້ເສຍຊີວິດ, ຕໍ່ສະພາບດັ່ງກ່າວໄດ້ມີປະຊາຊົນ ກໍຄືຜູ້ຂັບຂີ່ໄດ້ສະເໜີຫາພາກສ່ວນກ່ຽວຂ້ອງຫລາຍຄັ້ງໃຫ້ມາຕິດຕັ້ງໄຟອຳນາດຢູ່ສີ່ແຍກດັ່ງກ່າວເພື່ອໃຫ້ການສັນຈອນມີຄວາມ ເປັນ ລະບຽບ ແລະ ຫລຸດຜ່ອນການເກີດອຸປະຕິເຫດ ແລະ  ມີໄລຍະໜຶ່ງພາກສ່ວນກ່ຽວຂ້ອງໄດ້ນຳໃຊ້ວິທີສ້າງຄັນຄູເປັນຄື້ນ ເພື່ອໃຫ້ຜູ້ຂັບຂີ່ຫລຸດຜ່ອນຄວາມໄວແຕ່ປາກົດວ່າຍິ່ງສ້າງຄວາມຫຍຸ້ງຍາກລຳບາກ ແລະ ເກີດອຸປະຕິເຫດຫລາຍກວ່າເກົ່າ
ຍ້ອນຄັນຄູມີຄວາມສູງເກີນຂອບເຂດຍິ່ງສົ່ງຜົນໃຫ້ເກີດອຸປະຕິເຫດຜູ້ຂັບຂີ່ລົດຈັກຫລາຍຄົນໄດ້ຮັບບາດເຈັບຍ້ອນຄັນຄູດັ່ງ ກ່າວຈຶ່ງໄດ້ມີການທັບມ້າງຄັນຄູອອກ ແລະ ປະຊາຊົນຍັງເຊື່ອວ່າການຕິດຕັ້ງໄຟອຳນາດຄືວິທີແກ້ໄຂທີ່ດີສຸດ ແລະ ພວກເຂົາ ກໍພະຍາຍາມສະເໜີຫາພາກສ່ວນກ່ຽວຂ້ອງ ແລະ ສ່ອງແສງຜ່ານສື່ຫລາຍຄັ້ງແຕ່ກໍບໍ່ມີຫຍັງເກີດຂຶ້ນຈົນກອງປະຊຸມສະໄໝ ສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VII ໄຂຂຶ້ນໃນ ເດືອນກໍລະກົດນີ້, ຈຶ່ງມີປະຊາຊົນສະເໜີບັນຫາດັ່ງກ່າວຫາສະ ພາຕື່ມເພື່ອໃຫ້ພາກສ່ວນກ່ຽວຂ້ອງມາຊີ້ແຈ້ງ ແລະ ໃນທີ່ສຸດກໍໄດ້ຮັບຄຳຕອບຈາກທ່ານ ດຣ ສັນຕິສຸກ ສິມມາລາວົງ ຫົວໜ້າ ຫ້ອງການກະຊວງໂຍທາທິການ ແລະ ຂົນສົ່ງວ່າ: ຜ່ານມາ, ກະ ຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສົ່ງພະນັກງານວິຊາການ ກ່ຽວຂ້ອງລົງສຳຫລວດ ແລະ ຊອກຫາວິທີແກ້ໄຂບັນຫາຢູ່ສີ່ ແຍກດັ່ງກ່າວແລ້ວ ແລະ ຜ່ານການຄົ້ນຄວ້າເຫັນວ່າການຕິດ ຕັ້ງລະບົບໄຟອຳນາດຢູ່ຈຸດດັ່ງກ່າວແມ່ນບໍ່ເໝາະສົມເນື່ອງຈາກປະລິມານການສັນຈອນຂອງລົດມີໜ້ອຍເຊິ່ງບໍ່ຄຸ້ມກັບຄ່າໃຊ້ ຈ່າຍໃນການກໍ່ສ້າງຕິດຕັ້ງ ແລະ ການບຳລຸງຮັກສາມີມູນຄ່າສູງ, ດັ່ງນັ້ນກະຊວງໂຍທາ ຈຶ່ງມີແຜນຈະກໍ່ສ້າງວົງວຽນຢູ່ຈຸດດັ່ງ ກ່າວແທນ ແລະ ຕິດຕັ້ງ ລະບົບໄຟເຍືອງທາງຕື່ມອີກຄາດວ່າຈະສາມາດຫລຸດຜ່ອນສະພາບການເກີດອຸປະຕິເຫດໃນເສັ້ນ ທາງດັ່ງກ່າວລົງໄດ້.

No comments:

Post a Comment