Ad

Ad

22 July 2014

ທ້າຍສົກນີ້ລັດຖະບານຈະເປີດປະຊຸມພິເສດເພື່ອຫາລືແກ້ໄຂວິກິດ ເສດຖະກິດ



    ທ່ານນາຍົກລັດຖະມົນຕີ ທອງສິງທຳມະວົງ, ໄດ້ກ່າວຢູ່ກອງປະຊຸມສະໄໝ ສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VII ເມື່ອບໍ່ດົນມານີ້ວ່າ: ລັດຖະ ບານຈະຈັດກອງປະຊຸມພິເສດຂຶ້ນໃນທ້າຍສົກປີນີ້, ເພື່ອປຶກສາຫາລືການແກ້ໄຂ ວິກິດເສດຖະກິດ ທີ່ພວກເຮົາພວມຜະເຊີນຢູ່ໃນປັດຈຸບັນ, ໂດຍສະເພາະແມ່ນເລັງ ໃສ່ແກ້ໄຂສະພາບຂາດດຸນງົບປະມານ ແລະ ການເກັບລາຍຮັບເປັນຕົ້ນ ແລະ ໃນ ກອງປະຊຸມດັ່ງກ່າວຈະທົບທວນຄືນບັນດາມາດຕະການທີ່ລັດຖະບານ ໄດ້ກຳນົດ ອອກເພື່ອຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກເພື່ອຊຸກຍູ້ຈັງຫວະ ເຕີບໂຕຢ່າ ງຕໍ່ເນື່ອງຕາມທິດຢືນຍົງເຊິ່ງປະກອບມີ: ການແກ້ໄຂ ການຂາດດຸນງົບ ປະມານ ແລະ ປະຕິບັດວິໄນດ້ານການເງິນ, ການດຶງດູດການລົງທຶນ ແລະ ປະຕິບັດວິໄນແຜນການ, ມາດ ຕະການດ້ານເງິນຕາ, ນະໂຍບາຍສົ່ງເສີມການຜະລິດເປັນສີນຄ້າ ແລະ ຄວບຄຸມລາຄາສີນຄ້າທີ່ຈຳເປັນແລະກ່ຽວຂ້ອງໂດຍ ກົງກັບການດຳລົງຊີວິດ ຂອງປະຊາຊົນ, ເພີ່ມທະວີຄວາມສັກສິດ ແລະ ປະສິດທິຜົນໃນການບໍລິຫານຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ
ໃນສະພາບເສດຖະກິດມີຄວາມຫຍຸ້ງຍາກ ແລະ ການເພີ່ມທະວີອົບຮົມດ້ານການເມືອງບຸກທະລຸດ້ານຈີນຕະນາການ ໃນເງື່ອນ ໄຂເສດຖະກິດຕະຫລາດ, ການເຊື່ອມໂຍງສາກົນ ແລະ ໃນສະພາບຄວາມຫຍຸ້ງຍາກທາງດ້ານການເງິນ. ເຊິ່ງທ່ານນາຍົກລັດ ຖະມົນຕີຍອມຮັບວ່າ: ໃນສົກປີນີ້ ບາງຕົວເລກຄາດໝາຍສຳຄັນຈຳນວນໜຶ່ງບໍ່ບັນລຸໄດ້ຕາມແຜນການ, ຍ້ອນຜ່ານມາການປະ ຕິບັດລະບຽບກົດໝາຍຍັງບໍ່ເຂັ້ມງວດ, ພ້ອມກັນນັ້ນ, ການເອົາໃຈໃສ່ແກ້ບັນຫາພົ້ນເດັ່ນທີ່ເກີດຂຶ້ນຢູ່ໃນແຕ່ລະຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນຍັງບໍ່ມີຄວາມຄືບໜ້າ, ອັນໄດ້ສົ່ງຜົນໃຫ້ການເບີກຈ່າຍ ເງິນເດືອນພະນັກງານລັດຖະກອນຊັກຊ້າ ລວມທັງບາງນະໂຍບາຍທີ່ລັດຖະບານໄດ້ປະກາດໃຊ້ແລ້ວນັ້ນບໍ່ສາມາດປະຕິບັດໄດ້ ແລະ ໄດ້ສົ່ງຜົນກະທົບຕໍ່ອິດທິພົນບົດ ບາດ ແລະ ຄວາມເຊື່ອໝັ້ນຂອງລັດຖະບານບໍ່ໜ້ອຍ.

No comments:

Post a Comment