Ad

Ad

23 July 2014

ຄະນະສັນຕະພາບ, ສາມັກຄີລາວ-ຫວຽດນາມເພີ່ມທະວີການຮ່ວມມືສອງຝ່າຍ



         ເພື່ອຕອບສະໜອງຄຳເຊີນຂອງຄະນະສັນຕະພາບ ແລະ ສາມັກຄີລາວ, ຄະນະຜູ້ແທນຄະນະສັດຕິພາບຫວຽດນາມ ນຳໂດຍສະຫາຍຟາມວັນເຈືອງ, ຮອງປະທານຄະນະສັນຕິພາບຫວຽດນາມ, ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະ ຫວ່າງວັນທີ 21-25 ກໍລະກົດນີ້, ເພື່ອສືບຕໍ່ປຶກສາຫາລືແລກປ່ຽນປະສົບການເຄື່ອນໄຫວວຽກງານສັນຕິພາບ, ພ້ອມທັງ ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການຂອງພາກພື້ນ ແລະ ໃນໂລກ ແລະ ທັງເປັນການປະກອບສ່ວນຮັດແໜ້ນ ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດລາວ-ຫວຽດນາມ, ໂດຍສະເພາະແມ່ນການພົວພັນວຽກງານສັນຕິພາບໃຫ້ກ້າວໄປສູ່ລວງເລິກ.
     ໃນວັນທີ 22 ກໍລະກົດນີ້ຄະນະຜູ້ແທນສັນຕິພາບສອງຝ່າຍໄດ້ຈັດພິທີ່ພົບປະຢູ່ໂຮງແຮມວຽງຈັນພລາຊາ, ຊຶ່ງທັງສອງ ຝ່າຍໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມໂດຍຫຍໍ້ຂອງແຕ່ລະປະເທດໃຫ້ກັນຊາບ ແລະ ປຶກສາຫາລືບັນຫາສຳ ຄັນ ໃນພື້ນພື້ນ ແລະ ສາກົນທີ່ພົ້ນເດັ່ນ, ພ້ອມກັນຖອດຖອນບົດຮຽນກ່ຽວກັບການເຄື່ອນໄຫວວຽກງານສັນຕິພາບ ແລະ
ທັງສືບ ຕໍ່ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການເຄື່ອນໄຫວຢູ່ເວທີພາກພື້ນ ແລະ ສາກົນ, ໂອກາດດັ່ງກ່າວ ຄະນະຜູ້ ແທນຄະນະສັນຕິພາບຫວຽດນາມຍັງໄດ້ເຂົ້າຢ້ຽມຂ່ຳນັບຜູ້ນຳພັດ-ລັດ ແລະ ຢ້ຽມຊົນສະຖານທີ່ເສດຖະກິດ ແລະ ທ່ອງທ່ຽວ ທາງວັດທະນະທຳ, ປະຫວັດສາດຈຳນວນໜຶ່ງໃນນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງນຳອີກ.

No comments:

Post a Comment