Ad

Ad

23 July 2014

ອຸຕຸແຈ້ງຍັງຈະມີຝົນຕົກຢູ່ທົ່ວທຸກພາກຂອງປະເທດ



         ອຸ​ຕຸ​ນິຍົມ,​ ໄດ້​ແຈ້ງ​ວ່າ: ບໍລິເວນຄວາມກົດດັນອາກາດຕ່ຳຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ພ້ອມ​ດຽວ ກັນ​ກະ​ແສ​ລົມ​ມໍ​ລະ​ສຸມ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ພັດ​ປົກ​ຄຸມ​ເຂດ​ພາກ​ກາງ ​ແລະ ພາກ​ເໜືອດ້ວຍ​ກຳ ລັງ​ປານ​ກາງ ເຊິ່ງມີ​ລັກສະນະ​ເຊັ່ນ​ນີ້​ຈະ​ເຮັດ​ໃຫ້ມີຝົນຕົກ​ຟ້າ​ຄະນອງ​ໃນ​ລະດັບ​ຄ່ອຍຢູ່ທົ່ວທຸກພາກ ​ແລະ ຕົກ​ໃນ​ລະດັບ​ປານ​ກາງຫາ​ຕົກໜັກຢູ່​ບາງ​ທ້ອງ​ຖິ່ນ​ຂອງ​ພາກກາງ ​ແລະ ພາກ​ໃຕ້. ສຳລັບສະພາບ​ອາກາດນັບ​ແຕ່ວັນ​ທີ 23-24 ​ກໍລະກົດນີ້,​ ຢູ່​ຫລາຍ​ແ​ຂວງມີ​ເມກ​ປົກ​ຄຸມ​ເປັນ​ບາງສ່ວນ​ ​ແລະ ມີ​ຝົນຕົກຟ້າຄະນອງໃນລະດັບຄ່ອຍຫາປານກາງ, ພ້ອມມີລົມພັດແຮງເປັນບາງໂອກາດ.
    ນະຄອນຫລວງວຽງຈັນ ມີ​ເມກ​ປົກ​ຄຸມ​ເປັນ​ສ່ວນ​ຫລາຍ, ຈະ​ມີ​ຝົນ​ຕົກຟ້າ​ຄະນອ​ງເປັນ​ບໍລິ​ເວນ​ກວ້າງ ​ແລະ ຕົກ​ປານ​ກາງ​ຢູ່​ບາງ​ທ້ອງ​ຖິ່ນ​, ອຸນຫະພູມຕ່ຳສຸດ 25 ອົງສາ, ສູງສຸດ 28​​​-30 ອົງສາ, ແຂວງຊຽງຂວາງ ມີ​ເມກ​ປົກ​ຄຸມ​ເປັນ​ສ່ວນ​ຫລາຍ, ຍັງ​ຈະ​ມີ​ຝົນ ຕົກ​ໃນ​ລະດັບ​ຄ່ອຍ​ເກືອບ​ທົ່ວ​ໄປ ແລະ ຕົກ​ປານ​ກາງຫາໜັກຢູ່​ບາງ​ທ້ອງ​ຖິ່ນ​, ອຸນຫະພູມຕ່ຳສຸດ 19 ອົງສາ, ສູງສຸດ 23-24 ອົງສາ, ແຂວງຫລວງນ້ຳທາອຸນຫະພູມ ຕ່ຳສຸດ 22 ອົງສາ, ສູງສຸດ 27-29 ອົງສາ, ​ແຂວງ​ຫລວງ​ພະ​ບາງມີ​ເມກ​ປົກ​
ຄຸມ​ເປັນ​ສ່ວນ​ຫລາຍ, ຈະ​ມີ​ຝົນຕົກ​ຟ້າ​ຄະນອງ​ໃນ​ລະດັບ​ຄ່ອຍ​ເປັນ​ບໍລິ​ເວນ​ກວ້າງ ​ແລະ ຕົກ​ປານ​ກາງ​ຢູ່ບາງ​ທ້ອງ​ຖິ່ນ,    ອຸນ ຫະພູມຕ່ຳ​ສຸດ 24 ອົງສາ, ສູງ​ສຸດ 29-31 ອົງສາ,​ ແຂວງສະ ຫວັນ​ນະ​ເຂດອຸນຫະພູມຕ່ຳ​ສຸດ 25-26 ອົງສາ, ສູງ​ສຸດ 28-30 ອົງ ສາ ແລະ ​ແຂວງ​ຈຳປາ​ສັກ ​ ມີ​ເມກ​ປົກ​ຄຸມ​ເປັນ​ສ່ວນ​ຫລາຍ ແລະ ຈະ​ມີ​ຝົນ​ຟ້າ​ຄະນອງ​ໃນ​ລະດັບ​ຄ່ອຍ​ຢູ່​ຕື່ມ​ອີກ ​ແລະ ຕົກ​ປານ​ກາງອຸນຫະພູມຕ່ຳ​ສຸດ 24-25 ອົງສາ.

No comments:

Post a Comment