Ad

Ad

21 July 2014

ເປີດໂຄງການຕ້ານການຄ້າມະນຸດພາກພື້ນລຸ່ມແມ່ນໍ້າຂອງຢູ່ລາວ



    ໃນວັນທີ 17 ກໍລະກົດຜ່ານມານີ້, ຢູ່ໂຮງແຮມເມີກຽວ, ນະຄອນຫລວງວຽງ ຈັນອົງການສະຫະປະຊາຊາດຮ່ວມກັບກອງ ເລຂາລະດັບຊາດຕ້ານການຄ້າມະນຸດ, ໄດ້ເປີດໂຄງການຕ້ານການຄ້າມະນຸດຢູ່ພາກພຶ້ນລຸ່ມແມ່ນໍ້າຂອງໃນຂົງເຂດ ອາຊີຕາ ເວັນອອກສຽງໃຕ້ຢູ່ ສປປ ລາວ, ໂດຍການມີທ່ານນາງ ກາລີນາ ອິມ ໂມເນັນ ຜູ້ປະ ສານງານອົງການສະຫະປະຊາຊາດປະຈໍາລາວ, ທ່ານ ພັອ ດຣ ເພັງສະຫວັນທິບ ພະວົງ​ໄຊ ຫົວໜ້າກອງເລຂາລະດັບຊາດຕ້ານການຄ້າມະນຸດກະຊວງ ປ້ອງກັນ ຄວາມສະຫງົບ, ມີບັນດາພະນັກງານຈາກພາກ​ລັດ ແລະ ອົງການຈັດຕັ້ງສາກົນ ທີ່ກ່ຽວຂ້ອງເຂົ້າຮ່ວມ.
      ທ່ານນາງ ກາລີນາ ອິມໂມ ເນັນກ່າວວ່າ: ໂຄງການດັ່ງກ່າວ, ແມ່ນຈະເຮັດວຽກຢ່າງ ໃກ້ສິດກັບລັດໂດຍ​ສະ​ເພາະກະ ຊວງປ້ອງກັນຄວາມສະຫງົບ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສະຫະພັນ ແມ່ຍິງລາວ, ບັນດາເພື່ອນຮ່ວມ ງານຕ່າງໆລວມທັງອົງການຈັດຕັ້ງສາກົນ, ພາກເອກະຊົນ ແລະ ສະຖາບັນສຶກສາຕ່າງໆ ແລະ ອົງການສະຫະປະຊາຊາດປະ ຈໍາລາວຈະການສະໜັບສະໜູນທີ່ຈໍາເປັນສໍາລັບການປ້ອງກັນ ແລະ ສະກັດກັ້ນການຄ້າມະນຸດ, ເພື່ອຕອບໂຕ້ບັນຫາການຄ້າ
ມະນຸດຮ່ວມລະຫວ່າງລັດຖະບານ, ອົງການສະຫະປະຊາຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆໃນ ໄລຍະການດຳເນີນກິດຈະກໍາໂຄງການ 5 ປີນີ້, ໜ້າທີ່ຂອງໂຄງການຕ້ານຄ້າມະນຸດແມ່ນເປັນກອງເລຂາໃຫ້ກັບຂະບວນການ ທີ່ລັດຖະບານເປັນເຈົ້າການໃນການປະສານງານລະດັບລັດຖະມົນຕີພາກພື້ນແມ່ນໍ້າຂອງຕ້ານການຄ້າມະນຸດເຊິ່ງໄດ້ຮັບຮູ້ກັນ ໃນຊື່ຂະບວນການຄອມມິດ (commit) ໂດຍໄດ້ເລັ່ງໃສ່​ເຮັດໃຫ້ພາກລັດເພີ່ມຄວາມເປັນເຈົ້າການຂອງຂະບວນການຄອມ ມິດຂຶ້ນ ແລະ ໃຫ້ມີຄວາມຍືນຍົງ, ສາມາດເພິ່ງຕົນເອງໄດ້.
     ທ່ານນາງ ກາລີນາ ກ່າວ​​​ວ່າ: ການ​ຄ້າ​ມະນຸດ, ແມ່ນ​ການລະເມີດ​ສິດທິ​ມະນຸດ​ ​ແລະ ​ເປັນ​ອາດ​ສະ​ຍາ​ກຳ​ທີ່​ຮ້າຍ​​ແຮງມີ​ຜົນ​ກະທົບ​ຕໍ່​ຫລາຍ​ພັນຄົນເຊິ່ງລວມ​ເອົາ​ທັງ​ແມ່ຍິງ, ຜູ້​ຊາຍ ​ແລະ ເດັກນ້ອຍ ແລະ ການ​ຖືກ​ຂູດ​ຮີດ​ເຮັດ​ໃຫ້​ຜູ້​ຖືກ​ເຄາະ​ຮ້າຍ​ມີ​ຄວາມ​ຫຍຸ້ງຍາກ​ເລີ່​ມຈາກ​ບັນຫາ​ທາງ​ຈິດ​ໃຈ ແລະ ທາງ​ຮ່າງກາຍ​ບັນຫາ​ທາງ​ດ້ານ​ສັງຄົມ ​ແລະ ຄວາມຫຍຸ້ງຍາກ​ທາງ​ເສດຖະ ກິດ. ການ​ຄ້າມະນຸດ​​​ມີ​ຜົນ​ກະທົບ​ຕໍ່ຊຸມ​ຊົນ​ ​ແລະ ​ເຮັດ​ໃຫ້​ຫລາຍໆ​ຄອບຄົວ​ຕ້ອງ ທໍລະມານ​ ​ເຊິ່ງຢູ່​ໃນ​ພາກພື້ນອາ ຊີ-ປາຊີ​ຟິກ ​​ມີ​ອັດຕາ​ການ​ຄ້າ​ມະນຸດ​ສູງທີ່​​ສຸດ​ໃນ​ໂລກ ​ແລະ ຕາມການຄາດ​ຄະເນຂອງອົງການ​ແຮງ​ງານ​ສາກົນແມ່ນ​ປະມານ 11,7 ​ລ້ານຄົນ ໃນ​ພາກພື້ນນີ້​ຕົກ​ຢູ່​ໃນ​ສະພາບ​ຖືກ​ບັງຄັບ​ໃຫ້​ອອກ​ແຮງ​ງານ, ມີ​ຄົນ​ລາວຈຳນວນຫລາຍ​ທີ່​ເດີນທາງ​ໄປ​ຕ່າງປະ​ເທດ ເພື່ອ​ຊອກ​ຫາ​ຊີວິດ​ໃໝ່​ທີ່​ດີກ​ວ່າ, ມີ​ຫລາຍ​ກໍລະນີ​ໃນການ​ຄ້າ​ມະນຸດ​ເລີ່​ມຕົ້ນ​ຈາກ​ການ​ສະໝັກ​, ການ​ເຄື່ອນ​ຍ້າຍ ຫລື ການ​ເຄື່ອນ​ຍ້າຍ​ແຮງ​ງານ​ຄົນ​ລາວ​ທີ່​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ຄ້າ​ມະນຸດ​ແມ່ນຖືກ​ບັງຄັບ, ຢູ​່ໃນ​ສະຖານທີ່​ຖືກ​ກົດ​ຂີ່​ຂູດ​ຮີດ​ເຊັ່ນ: ​​ໃນ​ທຸລະ​ກິດ​ການ​ຄ້າ​ທາງ​ເພດ, ໂຮງ ງານ​ຕັດຫຍິບ,​ ກະສິກຳ, ທາດ​ຮັບ​ໃຊ້​ໃນ​ຄົວ​ເຮືອນ, ກຳມະກອນ​ກໍ່ສ້າງ ຫລື ໃນ​ເຮືອ​ປະມົງ ​ແລະ ​ໃນ​ອຸດ​ສາຫະ​ກຳອາຫານ​ທະ​ເລ. ໂຄງການ​ການ​ຕ້ານ​ການຄ້າ​ມະ ນຸດ​ນີ້ ໄດ້​ຮັບ​ທຶນ​ຊ່ວຍເຫລືອໂດຍ​ຜ່ານ​ການ​ຮ່ວມ​ມື ແລະ ຂໍ້​ຕົກ ລົງ​ລະຫວ່າງອົງການ​ຈັດຕັ້ງສາກົນ, ຜູ້​ໃຫ້​ທຶນ​ໃນ​ປັດຈຸບັນ​ແມ່ນ​ລັດຖະບານ​ຂອງ​ປະ​ເທດ​ນອກ ແວ ​ແລະ  ຊູ​ແອັດ.

No comments:

Post a Comment